Homeຂ່າວຕ່າງປະເທດສຸດລໍ້າ! ໂຮງໝໍຈີນແຫ່ງທຳອິດຂອງໂລກໃຊ້ລະບົບສະແກນໜ້າຊຳລະເງິນ

ສຸດລໍ້າ! ໂຮງໝໍຈີນແຫ່ງທຳອິດຂອງໂລກໃຊ້ລະບົບສະແກນໜ້າຊຳລະເງິນ

Published on

ເມື່ອວັນທີ 21 ກັນຍາ 2018 China Xinhua News ລາຍງານຂ່າວວ່າ ໂຮງໝໍແຫ່ງໜຶ່ງຈາກມົນທົນຈຽງຊີ ທາງຕາເວັນອອກຂອງປະເທດຈີນ ກາຍເປັນໂຮງໝໍແຫ່ງທຳອິດຂອງໂລກທີ່ໃຊ້ນະວັດຕະນະກຳລໍ້າສະໄໝ ສະແກນຈ່າຍເງິນຜູ້ປ່ວຍດ້ວຍໜ້າ ເພື່ອເພີ່ມຄວາມສະດວກ ແລະ ວ່ອງໄວໃນການບໍລິການ.

ພາຍຫຼັງຮັບຮູ້ວ່າ ໂຮງໝໍແຫ່ງນີ້ໄດ້ນຳເທັກໂນໂລຍີການຈົດຈຳໃບໜ້າມາຈາກບໍລິການຊຳລະເງິນທາງອອນໄລນ໌ຂອງບໍລິສັດ Alibaba Ant Financial ເຊິ່ງເປັນບໍລິສັດລູກຂອງອາລິບາບາ ທີ່ທ່ານ ແຈັກ ໝ່າ ເປັນຜູ້ກໍ່ຕັ້ງ ມາທົດລອງໃຊ້ກັບລະບົບຊຳລະເງິນຂອງໂຮງໝໍ ເພື່ອເພີ່ມຄວາມສະດວກໃຫ້ກັບຜູ່ປ່ວຍໂດຍບໍ່ຕ້ອງລໍຄິວດົນອີກຕໍ່ໄປ ໂດຍຕິດຕັ້ງເຄື່ອງສະແກນໃບໜ້າຊຳລະເງິນອັດຕະໂນມັດນີ້ ທາງໂຮງໝໍໄດ້ຕິດຕັ້ງເຄື່ອງສຳລັບບໍລິການຕົວເອງໄວ້ກວ່າ 40 ເຄື່ອງ ນອກຈາກນີ້ຜູ່ປ່ວຍຍັງສາມາດໃຊ້ເຄື່ອງນີ້ເຮັດການນັດໝາຍ ແລະ ການລົງທະບຽນໄດ້ອີກດ້ວຍ.

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂ່າວ ແລະ ຮູບພາບປະກອບ: khaosod.co.th

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...