Homeຂ່າວຕ່າງປະເທດສຸດຍອດກັບຕັນ! ຊ່ວຍຜູ້ໂດຍສານ 370 ຊີວິດລອດຕາຍ ຫຼັງລະບົບມີບັນຫາ ແລະ ນຳມັນໃກ້ໝົດ

ສຸດຍອດກັບຕັນ! ຊ່ວຍຜູ້ໂດຍສານ 370 ຊີວິດລອດຕາຍ ຫຼັງລະບົບມີບັນຫາ ແລະ ນຳມັນໃກ້ໝົດ

Published on

ເມື່ອວັນທີ 19 ກັນຍາ 2018 ທີ່ຜ່ານມາ ສື່ຕ່າງປະເທດລາຍງານວ່າ ເຮືອບິນໂດຍສານຂອງສາຍການບິນແອຣ໌ ອິນເດຍ ຖ້ຽວບິນ AI-101 ນິວເດລີ ເຊິ່ງເດີນທາງໄປຍັງສະໜາມບິນນານາຊາດ JFK ໃນນິວຢອກ ທີ່ມີຜູ້ໂດຍສານປະມານ 370 ຄົນ ຫຼອດຕາຍວຸດວິດ ຈາກການຂັດຂ້ອງທາງລະບົບ ແລະ ນໍ້າມັນໃກ້ຈະໝົດລົງ.

ເຫດການດັ່ງກ່າວໄດ້ເກີດຂຶ້ນຕັ້ງແຕ່ວັນທີ 11 ກັນຍາ 2018 ທີ່ຜ່ານມາ, ເຮືອບິນແອຣ໌ ອິນເດຍ ທ້ຽວບິນ AI-101 ພົບບັນຫາຂັດຂ້ອງທາງເຕັກນິກ ຫຼັງບິນເດີນທາງດົນກວ່າ 15 ຊົ່ວໂມງ ແລະ ເຫຼືອເວລາພຽງ 38 ນາທີເທົ່ານັ້ນ ເຮືອບິນຈະກຽມຈອດລົງຢູ່ແລ້ວ, ແຕ່ກັບຕັນ ພາເລຍໄດ້ແຈ້ງໄປຍັງຫໍບັງຄັບການບິນວ່າເກີດບັນຫາຂັດຂ້ອງຫຼາຍຢ່າງ ທັງລະບົບຂັດຂ້ອງ, ທັດສະນະວິໄສທີ່ບໍ່ຊັດເຈນ ແລະ ນໍ້າມັນກໍ່ເຫຼືອໜ້ອຍເຕັມທີ ອີກທັງລະບົບສຳຄັນໃນການລົງຈອດຍັງບໍ່ເຮັດວຽກ ແລະ ລະບົບເບກອັດຕະໂນມັດກໍ່ບໍ່ເຮັດວຽກເຊັ່ນກັນ ນັ້ນໝາຍເຖິງນັກບິນຕ້ອງຂັບເຮືອບິນລົງຈອດດ້ວຍລະບົບແມນນົວ ຫຼື ບັງຄັບເຮືອບິນລົງຈອດດ້ວຍຕົນເອງ. ທ້າຍສຸດ, ກັບຕັນພາເລຍ ສາມາດຂັບເຮືອບິນລົງຈອດໄດ້ຢ່າງປອດໄພ ໂດຍໃຊ້ປະສົບການໃນການຂັບເຮືອບິນຢ່າງຊ່ຽວຊານ ລົງສຸກເສີນທີ່ສະໜາມບິນ ນວກ ຂະນະທີ່ທີມເຈົ້າໜ້າທີ່ສຸກເສີນໄດ້ມາລໍຖ້າກຽມພ້ອມທີ່ສະໜາມບິນ ກຽມພ້ອມສຳລັບເຫດຮ້າຍທີ່ອາດຈະເກີດຂຶ້ນ.

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂ່າວ: thairath.co.th, ຮູບພາບປະກອບ: Daily Star

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...