Homeຂ່າວເຫດການປິດການ​ສັນຈອນ​ເສັ້ນທາງ​ແຄ​ມຂອງຊົ່ວຄາວ

ປິດການ​ສັນຈອນ​ເສັ້ນທາງ​ແຄ​ມຂອງຊົ່ວຄາວ

Published on

 

ທ່ານ ​ພັນ​ຕີ ຍຸດ​ຕະພົງ ສຸວັນນະ​ສິງ ຫົວໜ້າ​ພະ​ແນ​ກຈະລາຈອນ​ນະຄອນຫລວງ​ວຽງ​ຈັນ ໃຫ້​ຮູ້​ວ່າ:​ ໃນ​​ໄລຍະດຳ​ເນີນ

​ກອງ​ປະຊຸມ​ສະມັດຊາລັດຖະສະພາລະ​ຫວ່າງ​ຊາດ​ອາ​ຊຽນ (AIPA) ຄັ້ງ ທີ 35 ທີ່​ຈັດ​ຂຶ້ນຢູ່​ນະຄອນຫລວງ​ວຽງ​ຈັນ​​

ໃນ​ລະຫວ່າງ​ວັນ​ທີ 14 – 20 ກັນຍາ​ນີ້, ​ເຈົ້າໜ້າ​ທີ່​ພວກ​ເຮົາຈະ​ໄດ້​ປິດການ​ສັນຈອນ​ໃນ​ເສັ້ນທາງ​ແຄມ​ຂອງ​ນັບແຕ່​ຈຸດ

ສີ່​ແຍກ​​ໄຟ​ແດງ​​ໂຮງຮຽນ​ການ​ຊ່າງ​ລາວ​ເຢຍລະ​ມັນ ມາ​ຮອດ​ຈຸດສາມ​ແຍກ​ແຄ​ມຂອງ​ ໂຄ້ງມາ​ຕໍ່​ໃສ່​ເສັ້ນທາງ​​ໂຮງໝໍ​

ມະໂຫສົດຊົ່ວຄາວ, ສະນັ້ນ, ຈຶ່ງຂໍ​ການ​ຮ່ວມ​ມື​ນຳ​​ຜູ້​ໃຊ້​ລົດ​​ໃຊ້​ຖະໜົນ​ໃຫ້​ຫລີກ​ລຽງ​ກາ​ນ​ ສັນຈອນບົນ​ເສັ້ນທາງດັ່ງກ່າວ

​ແລະ ​ໄປ​ນຳ​ໃຊ້​ເສັ້ນ ທາງ​ອື່ນ​ແທນ​ຈົນ​ກວ່າ​ກອງ​ປະ ຊຸມ​​ສຳ​ເລັດ​ລົງ​ຈຶ່ງ​ຈະ​ເປີດ​ການ​ສັນຈອນ​​ຕາມ​ປົກກະຕິ, ທັງ​ນີ້ກໍ​

ເພື່ອ​ຮັບປະກັນ​ໃຫ້ການ​ສັນຈອນ​ບົນ​ເສັ້ນທາງ​ສາຍ​ຫລັກ​ໃນ​ຕົວ​ ເມືອງ​​ເວົ້າ​ລວມ,​ ເວົ້າ​ສະ​ເພາະໃນ​ເສັ້ນທາງ​ທີ່​ກ່າວ​ມາ

ນັ້ນ​ໄດ້​ອຳນວຍ​ຄວາມ​ສະດວກ​​ໃຫ້​ແກ່​​ຄະນະ​ຜູ້​ແທນ ​ແລະ ​ແຂກ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມດັ່ງກ່າວ, ນອກຈາກ​ນີ້, ຕາມ

​ເສັ້ນທາງ​ສຳຄັນຕ່າງໆ​ເປັນຕົ້ນ: ຖະໜົນຫລວງ​ພະ​ບາງ, ສຸພາ​ນຸວົງ, ລ້ານ​ຊ້າງ, ສາມ​ແສນ​ໄທ,​ ເສດ​ຖາ​ທິລາດ, ຟ້າ​ງຸ່ມ

​ແລະ ອື່ນໆ, ພວກ​ເຮົາ​ໄດ້​ຈັດ​ວາງກຳລັງ​ເຈົ້າໜ້າ​ທີ່​ຈຳນວນ​ຫລາຍ​ຄົນ ລົງ​ປະ​ຈຳ​ການຢູ່​ຕາມ​ຈຸ​ດສາມ​ແຍກ​ – ສີ່​ແຍກ

ເພື່ອ​ປະຕິບັດ​ໜ້າ​ທີ່​ລະບາຍ​ການສັນຈອນ​ໃຫ້​ມີຄວາມຄ່ອງ​ຕົວ, ພ້ອມ​ນີ້ ກໍ​ຂໍໃຫ້​ຜູ້​ຂັບ​ຂີ່​ເພີ່ມ​ສະຕິ​ລະວັງ​ຕົວ​ໃນ​ການ​

ສັນຈອນ​ໄປມາ,​ ເຄົາລົບ​ລະບຽບ​ກົດໝາຍ ​ແລະ ຫລີກ​ລ້ຽງ​ການ​ຂັບ​ຂີ່​ໂດຍ​ປະ​ໝາດ, ເພື່ອ​ຮັບປະກັນ​ໃຫ້ການ​ສັນຈອນ

​ໃນຕົວເມືອງມີ​ຄວາມ​ເປັນ​ລະບຽບ ​ແລະ ມີ​ຄວາມ​ປອດ​ໄພ.​

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...