Homeວັນນະກຳພຣະຣາຊະໂອວາດ ພຣະເຈົ້າຟ້າງຸ່ມຕໍ່ເສນາອາມາດ ແລະ ປະຊາລາດສະດອນ

ພຣະຣາຊະໂອວາດ ພຣະເຈົ້າຟ້າງຸ່ມຕໍ່ເສນາອາມາດ ແລະ ປະຊາລາດສະດອນ

Published on

ປີ ຄສ 1357 ພຣະເຈົ້າຟ້າງຸ່ມແຫຼ່ງຫຼ້າທໍລະນີມະຫາຣາດ ໄດ້ທ້ອນໂຮມແຜ່ນດິນລາວສຳເລັດ ເປັນອານາຈັກລ້ານຊ້າງ ທີ່ກວ້າງໃຫຍ່ໄພສານ ແລະ ໄດ້ສະຫຼອງໄຊຢູ່ນະຄອນຫຼວງວຽງຈັນ 7 ມື້ 7 ຄືນ ແລະ ໄດ້ມີການແຕ່ງຕັ້ງໃຫ້ບ່າຄຸ້ມ (ໝື່ນຈັນ) ເປັນເຈົ້າເມືອງວຽງຈັນ, ແຕ່ງຕັ້ງໃຫ້ພຣະຍາເພົາ (ຄົນໃໝ່) ເປັນເຈົ້າເມືອງວຽງຄຳ ແລະ ນັກຮົບນາຍທະຫານຄົນອື່ນໆ ທີ່ມີຜົນງານໃນການທຳເສິກສົງຄາມທ້ອນໂຮມປະເທດຊາດ ລ້ວນແຕ່ໄດ້ຮັບຄວາມດີຄວາມຊອບຕາມຜົນງານໜ້ອຍຫຼາຍທີ່ໄດ້ສ້າງທຳຂອງແຕ່ລະຄົນ.

ໃນງານສະຫຼອງມະຫາໄຊ 7 ມື້ 7 ຄືນ ບໍລິບູນແລ້ວ ພຣະເຈົ້າຟ້າງຸ່ມແຫຼ່ງຫຼ້າທໍລະນີມະຫາຣາດ ໄດ້ມີໂອວາດຕໍ່ເສນາອາມາດ ແລະ ປະຊາລາດສະດອນວ່າ:

  1. ສູ່ເຈົ້າທັງຫຼາຍຮັກສາບ້ານເມືອງ ຢ່າໃຫ້ມີຂີ້ລັກ ຄົນໂຈນ ອັນໜຶ່ງຢ່າໄດ້ຂ້າຟັນກັນ ແມ່ນວ່າຂ້ອຍຕົນຜິດກໍ່ດີ ເມຍຕົນຜິດກໍ່ດີ ເສນາ ແລະ ລູກຄ້າມາຜິດກໍ່ດີ ຕົນຢ່າໄດ້ຫຼອນຂ້າຟັນເສຍ ໃຫ້ຜູ້ອື່ນພິຈາລະນາດູກ່ອນ ເປັນໂທດອັນໜັກແທ້ຈິ່ງທຳຕາມເຫດນັ້ນ ໂທດບໍ່ໜັກຢ່າໄດ້ຂ້າ ທໍ່ວ່າໃຫ້ໃສ່ຄອກຄາຂັງໄວ້ ສົມໂທດແລ້ວໃຫ້ປ່ອຍໄປຫາວຽກຫາການສົມບັດອັນຈັກເກີດມາໃນແຜ່ນດິນນີ້, ມີຄົນ ສົມບັດກໍ່ຈິ່ງມີ ຄັນບໍ່ມີຄົນ ສົມບັດເຂົ້າຂອງກໍ່ຫາບໍ່ໄດ້ແລ ເຮົາບໍ່ໃຫ້ຂ້າຄົນເພື່ອດັ່ງນັ້ນແລ.
  2. ອັນໜຶ່ງເຈົ້າທັງຫຼາຍກໍ່ຢ່າຜິດຂ້າກັນໃຫ້ພ້ອມກັນດູຂອບບ້ານຂອບເມືອງທັງມວນ ຕ່າງບ້ານຕ່າງເມືອງເຂົາຈະກະທຳບຽດບຽນບ້ານເມືອງເຮົາໃຫ້ເຫັນແຈ້ງ.
  3. ອັນໜຶ່ງສອງເດືອນໃດໃຫ້ໃຊ້ຄົນເມືອໄຫວ້ສາຫາເຮົາສູ່ບ້ານສູ່ເມືອງໃຫ້ເຮົາຮູ້ອັນຮ້າຍອັນດີ ສາມປີຈິ່ງໃຫ້ຕົວເຈົ້າທັງຫຼາຍຂຶ້ນເມືອໄຫວ້ເຮົາເມືອຮອດຊຽງດົງຊຽງທອງພຸ້ນແລ້ວ ເຮົາຈະໄດ້ບູຊາແຖນຟ້າຄືນ ທັງແຖນຄົນ ແຖນແຕ່ງ ແຖນຊັ່ງ ແຖນເຖືອກ ທັງເຖົ້າເຍີ ເຖົ້າໄລ່ ແມ່ຍ່າງາມ ແມ່ມົດ ທັງເທວະດາ ອັນຮັກສາຜາຕິ່ງ ແລະ ສົບອູທັງຫຼັກໝັ້ນທ້າຍຂັນທັງນາໄຮ່ດຽວ ພູເຂົາກ້າ ອ້າຍມ້າ ອ້າຍຄອງຢູ່ໜອງລຸ່ມພູເຂົາກ້າຫັ້ນ ທັງຜາຫຼວງກ້ອນຟ້າຢ້ຽມ ທັງກ້ອນກ່າຍຟ້າອັນໝາຍໄວ້ທີ່ຊຽງດົງຊຽງທອງນັ້ນ ຄັນເມືອຮອດແລ້ວ ເຮົາຈັກໄດ້ບູຊາ ຜີຟ້າຜີແຖນທັງຫຼາຍຝູງນີ້ ຄັນເຖິງເດືອນຈຽງໃຫ້ຂຶ້ນສູ່ບ້ານສູ່ເມືອງ ເດືອນ 3 ໃຫ້ຮອດເມືອງ ຊວາ ຄັນໃຜບໍ່ຂຶ້ນ ເຮົາບໍ່ວ່າຊື່ຕໍ່ເຮົາແລ ອັນວ່າໃຫ້ລ້ຽງຟ້າ ລ້ຽງແຖນ ປູ່ເຈົ້າຟ້າຫຼວງໂງ່ມ ຫາກໄດ້ສັ່ງເຮົາໄວ້ໃຫ້ເຮົາຮູ້ຈັກຫົວໃຈເຈົ້າຂຸນທັງມວນ ອັນຢູ່ເມືອງລ້ານຊ້າງຜູ່ຊື່ ແລະ ຜູ່ຄົດຈາກເຈົ້າແຜ່ນດິນຫັ້ນແລ ປູ່ເຈົ້າຟ້າຫຼວງໂງ່ມ ໄດ້ສັ່ງໄວ້ສືບໆມາດັ່ງນີ້ແລ.
  4. ອັນໜຶ່ງເຈົ້າທັງຫຼາຍຢ່າເອົາໄພ່ (ພົນລະເມືອງ) ເມືອເປັນຂ້ອຍ ໄພ່ຜິດກັນເປັນອັນໜັກ ເປັນຕົ້ນວ່າມີຊູ້ສູ່ເມຍທ່ານ ໃຫ້ໄໝເອົາແຕ່ 5 ບາດ ເຂົາຫາກຂ້າກັນຕາຍ ເອົາຕົວມັນແທນຜູ້ຕາຍນັ້ນ.
  5. ອັນໜຶ່ງໄປເສິກຢ່າໄດ້ເອົາຄ່າຫົວໄພ່ ແຕ່ບາດໜຶ່ງເຖິງສອງຕໍ່ເທົ່າເຖິງຮ້ອຍວ່າເປັນວ່າຫົວແລ ເຈົ້າຂຸນຢ່າໄໝໄພ່ກາຍຮ້ອຍຂຶ້ນໄປ ເຖິງຜູ່ໃດຍັງໄໝຈັກເສຍໜ້າຕົວມັນຈະເອົາໃຊ້ຕາງໄພ່.

 

 

ຮຽບຮຽງບົດ: ບຸດສະດີ ສາຍນໍ້າມັດ
ຂໍ້ມູນອ້າງອີງ: ປື້ມປະຫວັດສາດເມືອງໄຊເສດຖາ
ຂຽນໂດຍ: ນັກປະພັນແຫ່ງຊາດ ດວງໄຊ ຫຼວງພະສີ
ຈັດພິມໂດຍ: ອົງການປົກຄອງເມືອງ ໄຊເສດຖາ ສະຫງວນລິຂະສິດ 2016
ຮູບປະກອບ: www.laovietinsurance.com

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...