Homeຂ່າວຕ່າງປະເທດໂດນອລ ທຣໍ້າ ປະຕິເສດຕໍ່ການກ່າວຫາ ວ່າຕ້ອງການລັກລອບສັງຫານຜູ້ນຳຊີຣີ

ໂດນອລ ທຣໍ້າ ປະຕິເສດຕໍ່ການກ່າວຫາ ວ່າຕ້ອງການລັກລອບສັງຫານຜູ້ນຳຊີຣີ

Published on

ທຣໍ້າ ປະຕິເສດຕໍ່ການຕ້ອງການລັກລອບສັງຫານຜູ້ນຳຊີຣີ ໃນຫນັງສື ‘ Fire and Fury: Inside the Trump White House’, ສະບັບລ່າສຸດ ປະຕິເສດຕໍ່ຂໍ້ກ່າວຫາທີ່ວ່າ ທຣຳ້ ຕ້ອງການລອບສັງຫານປະທານາທິບໍດີ ບາຊາ ອັລ ຮັດຊາດ ປະທານາທິບໍດີແຫ່ງຊີຣີ ວ່າເປັນພຽງເລື່ອງທີ່ຄົນແຕ່ງຂຶ້ນ ເພາະຕົນບໍ່ເຄີຍມີຄວາມຄິດເລື່ອງການລັກລອບສັງຫານ.

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງ ວໍຊິງຕັນ ສະຫະລັດອາເມລິກາ ເມື່ອວັນທີ 5 ກັນຍາ ວ່າ ປະທານາທິບໍດີ ໂດນອລ ທຣໍ້າ ກ່າວເມື່ອວັນພຸດວ່າ: ຕົນບໍ່ເຄີຍແມ້ແຕ່ຈະຄິດ ແລະ ບໍ່ເຄີຍຫາລືກັບ ພົນເອກ ເຈມສ໌ ແມັດຕິສ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງສະຫະລັດ ກ່ຽວກັບ ການລອບສັງຫານປະທານາທິບໍດີ ບາຊາ ອັລ ຮັດຊາດ ເລີຍ.

ລາຍງານທີ່ອອກມາເປັນພຽງເລື່ອງທີ່ຄົນແຕ່ງຂຶ້ນ ທີ່ເຊິ່ງຜູ້ນຳສະຫະລັດໝາຍເຖີງເນື້ອຫາບາງຊ່ວງບາງຕອນຈາກຫນັງສື ‘FEAR: Trump in the White house ຜົນງານຂອງ Bob Woodward ບັນນາທິການ ແລະ ຜູ້ສື່ຂ່າວອາວຸໂສຂອງ Washington Post ເຊິ່ງເຄີຍເຮັດວຽກຮ່ວມໃນຄະດີ Watergate scandal (ເຫດການລັກລອບໂຈນລະກຳສຳນັກງານໃຫຍ່ຂອງພັກ Democratic ຫນິ່ງໃນສອງພັກການເມືອງໃຫຍ່ຂອງສະຫະລັດອາເມລິກາ ໃນປີ 1970 ທີ່ເມືອງ ວໍຊິງຕັນດີຊີ.)

ທາງດ້ານທີມທະນາຍຂອງທຣໍ້າ ໄດ້ສົ່ງແຈ້ງເຕືອນຕໍ່ສຳນັກພິມ ແລະ ຜູ້ຂຽນຫນັງສື ອາດຖືກຟ້ອງໃນຂໍ້ຫາໝິ່ນປະຫມາດ ແລະ ໃຫ້ຢຸດການຈັດຈຳຫນ່າຍໜັງສືເຫຼັ້ມດັ່ງກ່າວ; ທີມທະນາຍຂອງ ທຣໍ້າ ແມ່ນກຳລັງກຽມດຳເນີນຄະດີກັບທັງຜູ້ຂຽນ ແລະ ສຳນັກພິມ. ທຣໍ້າ ຍັງໄດ້ໂພສໃນ Twitter ໂຕ້ຕອບກັບຄືນວ່າ ໜັງສືແບບນີ້ ແມ່ນເຕັມໄປດ້ວຍຄຳເທັດ ບໍ່ມີຄວາມຈິງ ແລະ ອ້າງແຫລ່ງຂ່າວທີ່ບໍ່ມີຕົວຕົນ. ທຣໍ້າ ຍັງລະບຸຕື່ມວ່າ ຂໍໃຫ້ໄປກວດສອບເບິ່ງປະຫວັດຂອງນັກຂຽນຜູ້ນີ້ ແລະ ລໍຖ້າເບີ່ງວ່າຈະເກີດຫຍັງຂື້ນກັບນັກຂຽນຜູ້ນີ້.

ຂະນະດຽວກັນ, ທຣໍ້າ ຢືນຢັນວ່າຕົນບໍ່ມີແຜນທີ່ຈະປົດຕຳແຫນ່ງ ພົນເອກ ແມັດຕິສ ອອກຈາກຕຳແຫນ່ງ, ທັງນີ້ເນື້ອຫາຂອງຫນັງສືແມ່ນພາດພິງເຖີງ ພົນເອກ ແມັດຕິສ ແລະ ກ່າວເຖິງຜູ້ນຳສະຫະລັດວ່າມີຄວາມຮູ້ ຄວາມເຂົ້າໃຈຕໍ່ສະຖານະການໂລກ ເທົ່າເດັກນ້ອຍປະຖົມ.

The Pentagon ກະຊວງປ້ອງກັນປະເທດ ສະຫະລັດອາເມລິກາ ອອກໃຫ້ການ ວ່າບໍ່ມີຄຳສັ່ງຂອງ ທຣໍ້າ ໃນການລົງມືລອບສັງຫານ ບາຊາ ອັລ ຮັດຊາດ. ດ້ານພົນເອກ ແມັດຕິສ ກ່າວໃນເວລາຕໍ່ມາວ່າ ຂໍ້ມູນໃນໜັງສືແມ່ນບໍ່ເປັນຄວາມຈິງໂດຍສີ້ນເຊີງ.

 

 

 

 

ແຫຼ່ງຂ່າວຕ່າງປະເທດ ແລະ ຮູບພາບ: TDN, ABC News,Google

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...