Homeຂ່າວທ້ອງຖິ່ນມອບ-ຮັບຕຳແໜ່ງຜູ້ວ່າການທະນາຄານແຫ່ງ ສປປ ລາວ ຄົນໃໝ່

ມອບ-ຮັບຕຳແໜ່ງຜູ້ວ່າການທະນາຄານແຫ່ງ ສປປ ລາວ ຄົນໃໝ່

Published on

ໃນຕອນເຊົ້າຂອງວັນທີ 5 ກັນຍາ 2018 ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດພິທີມອບ-ຮັບເລຂາຄະນະພັກ ທຫລ ແລະ ຜູ້ວ່າການ ທຫລ ທີ່ຫ້ອງປະຊຸມທະນາຄານແຫ່ງ ສປປ ລາວ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ຈັນສີ ໂພສີຄຳ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຮວມເຖິງບັນດາສະຫາຍຄະນະປະຈຳພັກ-ຄະນະຜູ້ວ່າການ ທຫລ, ຄະນະພັກ, ສະມາຊິກສະພາບໍລິຫານ ທຫລ, ບັນດາຄະນະກົມ/ທຽບເທົ່າກົມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂດຍໃນພິທີດັ່ງກ່າວ ໄດ້ແຕ່ງຕັ້ງໃຫ້ທ່ານ ສອນໄຊ ສິດພະໄຊ ກຳມະການສຳຮອງສູນກາງພັກ, ເລຂາຄະນະພັກ ທຫລ ຂຶ້ນຮັກສາການຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ແທນທ່ານ ສົມພາວ ໄຟສິດ ກຳມະການສູນກາງພັກ, ເລຂາຄະນະພັກ ທຫລ, ຜູ້ວ່າການ ທຫລ (ຄົນເກົ່າ).

ໃນພິທີຄັ້ງນີ້ ທ່ານ ສົມພາວ ໄຟສິດ ໄດ້ລາຍງານສະພາບການຊີ້ນຳວຽກງານທະນາຄານໃນໄລຍະຜ່ານ ໂດຍມີຜົນສຳເລັດຫຼາຍດ້ານ ເປັນຕົ້ນແມ່ນ:

  • ໄດ້ເອົາໃຈໃສ່ສຶກສາອົບຮົມ ແລະ ນຳພາການເມືອງແນວຄິດໃຫ້ແກ່ສະມາຊິກພັກ-ພະນັກງານ ຢ່າງເປັນປົກກະຕິ ແລະ ດ້ວຍຮູບການທີ່ເໝາະສົມ
  • ຊີ້ນຳ-ນຳພາການປະຕິບັດວຽກງານວິຊາສະເພາະ ເຊິ່ງສາມາດປະຕິບັດໄດ້ຕາມຄາດໝາຍໄດ້ດີສົມຄວນ ໂດຍສະເພາະທາງດ້ານເງິນຕາຄື ເສດຖະກິດໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ອັດຕາເງິນເຟີ້ສະເລ່ຍ 5 ເດືອນ 2018 ຢູ່ໃນລະດັບ 1,69%
  • ຄວບຄຸມປະລິມານເງິນ M2 ຂະຫຍາຍຕົວໃນຂອບເຂດທີ່ກຳນົດໄວ້
  • ການລະດົມທຶນຂອງທະນາຄານທຸລະກິດເພີ່ມຂຶ້ນ 11,24% ກວມ 54,16% ຂອງ GDP
  • ສິນເຊື່ອຂອງທະນາຄານທຸລະກິດ ເພີ່ມຂຶ້ນ 14,49% ກວມ 47,82% ຂອງ GDP
  • ໜີ້ບໍ່ເກີດໝາກອອກຜົນກໍ່ຢູ່ໃນແຜນທີ່ກຳນົດໄວ້ ປັດຈຸບັນທະນາຄານທຸລະກິດ ແລະ ສະຖາບັນການເງີນ ມີການຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ
  • ລະບົບນິຕິກໍາໃນການຄຸ້ມຄອງມະຫາພາກເງິນຕາ ໄດ້ຮັບການສ້າງ ແລະປັບປຸງ
  • ວຽກງານບັນຊີ-ການຊໍາລະໄດ້ມີບາດກ້າວທີ່ຕັ້ງໜ້າ
  • ວຽກງານຫຼັກຊັບ ແລະ ວຽກງານຕ້ານການຟອກເງິນໄດ້ຈັດຕັ້ງປະຕິບັດຢ່າງມີຜົນຄືບໜ້າ
  • ການພົວພັນຮ່ວມມືພາກພື້ນ ແລະ ສາກົນ ໄດ້ຮັບການເສີມຂະຫຍາຍຢ່າງຕັ້ງໜ້າ ເຮັດໃຫ້ບົດບາດຂອງຂະແໜງການທະນາຄານລາວ ໄດ້ຮັບການຍົກສູງຂຶ້ນໃນເວທີພາກພື້ນ ແລະສາກົນ.

ທ່ານ ຈັນສີ ໂພສີຄຳ ໄດ້ຕີລາຄາສູງຕໍ່ການຊີ້ນຳ-ນຳພາຂອງທ່ານ ສົມພາວ ໄຟສິດ ພ້ອມໝູ່ຄະນະທີ່ເອົາໃຈໃສ່ຕໍ່ການປະຕິບັດໜ້າທີ່ການເມືອງຂອງຕົນຢ່າງມີຜົນສຳເລັດໃນຫຼາຍດ້ານ ນອກຈາກນີ້ທ່ານຍັງໄດ້ໃຫ້ຄຳເຫັນເພີ່ມເຕີມວ່າ “ການຍົກຍ້າຍ ແລະການແຕ່ງຕັ້ງການນໍາລະດັບສູງຂອງທະນາຄານໃນຄັ້ງນີ້ ແມ່ນເປັນໄປປົກກະຕິຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່”.

ສຳລັບທ່ານ ສອນໄຊ ສິດພະໄຊ ແມ່ນມີປະຫວັດການເຄື່ອນໄຫວວຽກງານຢູ່ທະນາຄານແຫ່ງ ສປປ ລາວ ເປັນເວລາຍາວນານ ກ່ອນໜ້ານີ້ທ່ານເຄີຍດຳລົງຕຳແໜ່ງຜູ່ອຳນວຍການທະນາຄານຮ່ວມທຸລະກິດລາວ-ຫວຽດ, ເປັນຜູ້ອຳນວຍການທະນາຄານການຄ້າຕ່າງປະເທດລາວ, ຈາກນັ້ນທ່ານໄດ້ຮັບໜ້າທີ່ເປັນຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ແລະ ໃນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ທ່ານໄດ້ຮັບການເລືອກຕັ້ງເປັນກຳມະການສຳຮອງສູນກາງພັກ.

ແຫຼ່ງຂ່າວ ແລະ ຮູບປະກອບ: ໜັງສືພິມເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...