Homeຂ່າວເຫດການກະຊວງປ້ອງກັນປະເທດ ປະກາດເລື່ອນຊັ້ນນາຍທະຫານລະດັບສູງ

ກະຊວງປ້ອງກັນປະເທດ ປະກາດເລື່ອນຊັ້ນນາຍທະຫານລະດັບສູງ

Published on

 

ໃນວັນທີ 11 ກັນຍາ ທີ່ກະຊວງປ້ອງກັນປະເທດ ໄດ້ມີພິທີປະກາດເລື່ອນຊັ້ນບັນດານາຍທະຫານ, ເຊິ່ງໄດ້ເລື່ອນຊັ້ນ

ພົນຕີຂຶ້ນພົນໂທ, ພົນຈັດຕະວາຂຶ້ນພົນຕີ ແລະ ພັນເອກຂຶ້ນພົນຈັດຕະວາຈຳນວນ 10 ທ່ານ, ໂດຍການເຂົ້າຮ່ວມ

ຂອງທ່ານຮອງປະທານ ປະເທດ ບຸນຍັງ ວໍລະຈິດ.

 

ການເລື່ອນຊັ້ນໃນຄັ້ງນີ້, ແມ່ນປະຕິບັດຕາມລັດຖະດຳລັດຂອງປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ

ປະຊາຊົນລາວ ວ່າດ້ວຍການເລື່ອນຊັ້ນນາຍທະຫານ ໂດຍອີງຕາມລັດຖະທຳມະນູນແຫ່ງ ສປປ ລາວ, ກົດໝາຍວ່າ

ດ້ວຍນາຍທະຫານ ແລະ ໜັງສືສະເໜີຂອງນາຍົກລັດຖະມົນຕີ ໂດຍຕົກລົງເລື່ອນຊັ້ນໃຫ້ທ່ານ ພົນຕີ ແສງນວນ ໄຊ

ຍະລາດ ແລະ ທ່ານ ພົນຕີ ຈັນສະໝອນ ຈັນຍາລາດ ຂຶ້ນເປັນພົນໂທ; ເລື່ອນຊັ້ນທ່ານ ພົນຈັດຕະວາ ທອງລອຍ ສີລິ

ວົງ, ທ່ານ ພົນຈັດຕະວາ ສຸບັນ ຫຸນນະຈຳປາ, ທ່ານພົນຈັດຕະວາ ພູວົງ ວົງພົມ ແລະ ທ່ານ ພົນຈັດຕະວາ ແອສະໃໝ

ເລືອງວັນໄຊ ຂຶ້ນເປັນພົນຕີ ແລະ ເລື່ອນຊັ້ນທ່ານ ພັນເອກ ປະສິດ ທ່ຽງທຳ, ທ່ານພັນເອກ ວົງສັກ ພັນທະວົງ, ທ່ານ

ພັນເອກ ບົວວັນ ເພັງບຸນທັນ ແລະ ທ່ານ ພັນເອກ ບຸນລ້ຽງ ແສງພະຈັນຂຶ້ນເປັນພົນຈັດຕະວາ  ໃນໂອກາດດຽວກັນ,

ກໍໄດ້ປະກາດແຕ່ງຕັ້ງທ່ານ ພົນຈັດຕະວາ ວິໄລ ຫລ້າຄຳຟອງ ເປັນຫົວໜ້າກົມໃຫຍ່ການເມືອງກອງທັບ ແລະ ແຕ່ງ

ຕັ້ງທ່ານ ພົນຈັດຕະວາ ພູວົງ ວົງພົມ ເປັນຫົວໜ້າກົມໃຫຍ່ພະລາທິການກອງທັບກະຊວງປ້ອງກັນປະເທດ.

 

ໂອກາດດັ່ງກ່າວ ທ່ານຮອງປະທານປະເທດ, ກໍໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໃຫ້ບັນດານາຍທະຫານທີ່ໄດ້ຮັບການເລື່ອນ

ຊັ້ນໃນຄັ້ງນີ້ເອົາໃຈໃສ່ວຽກງານການເມືອງແນວຄິດ,ປະຕິບັດແນວທາງນະໂຍບາຍຂອງພັກເປັນຕົ້ນເນື້ອໃນຈິດໃຈ

ມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກກໍຄືມະຕິວ່າດ້ວຍ 4 ແຜນງານໃຫຍ່ 26 ໂຄງການຂອງກະຊວງປ້ອງກັນປະ

ເທດ, ປັບປຸງກໍ່ສ້າງກຳ ລັງປະກອບອາວຸດປ້ອງກັນຊາດທັງ 3 ປະເພດ ໃຫ້ໜັກແໜ້ນທາງດ້ານການເມືອງ-ແນວຄິດ,

ເອົາໃຈໃສ່ສ້າງກຳລັງຕິດພັນກັບ ການກໍ່ສ້າງຮາກຖານການເມືອງ ແລະ ພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະ

ເຂດຫລໍ່ແຫລມ, ເຜົ່າ ແລະ ເຂດຫ່າງໄກ ສອກຫລີກ, ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດ,ເຮັດວຽກ

ເປັນໝູ່ຄະນະ ບຸກຄົນຮັບຜິດຊອບ, ປັບປຸງກຳລັງຄວາມສາມາດໃນການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບ

ຮຽບຮ້ອຍ ແລະ ການປົກປ້ອງຊັບພະຍາກອນທຳມະຊາດຕາມຊາຍແດນ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນຖັນ

ແຖວ ເພື່ອເປັນກຳລັງແຮງໃຫ້ແກ່ຄະນະພັກ ແລະ ອຳນາດການປົກຄອງແຕ່ລະຂັ້ນ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...