Homeຂ່າວຕ່າງປະເທດອົດສະຕາລີ ປ່ຽນຜູ້ນໍາ! ສກ໋ອດ ມໍຣິສັນ ຮັບຕໍາແໜ່ງນາຍົກຄົນໃໝ່

ອົດສະຕາລີ ປ່ຽນຜູ້ນໍາ! ສກ໋ອດ ມໍຣິສັນ ຮັບຕໍາແໜ່ງນາຍົກຄົນໃໝ່

Published on

ສກ໋ອດ ມໍຣິສັນ, ລັດຖະມົນຕີວ່າການກະຊວງງົບປະມານ ມີຄວາມປິຕິຍິນດີເປັນຢ່າງຫຍິ່ງທີ່ສາມາດ ໄດ້ມາເຊີ່ງໄຊຊະນະແຫ່ງການລົງມະຕິໃນພັກເສລີນິຍົມ ກ້າວຂຶ້ນສູ່ຕໍາແໜ່ງນາຍົກລັດຖະມົນຕີຄົນໃໝ່ຂອງ ອົດສະຕາລີ, ສືບຕໍ່ຈາກ ເມົາຄອມ ເທິນບຣູ ທີ່ຖືກກົດດັນໃຫ້ລາອອກຈາກແກນນໍາອະນຸລັກຮ່ວມພັກ.

ເມື່ອວັນທີ 24 ສິງຫາ ພສ 2018, ສໍານັກຂ່າວຕ່າງປະເທດລາຍງານສະຖານະການທາງການເມືອງໃນປະເທດອົດສະຕາລີ ມາຮອດຈຸດປ່ຽນຄັ້ງສໍາຄັນອີກຄັ້ງ. ນາຍົກລັດຖະມົນຕີ ເມົາຄອມ ເທິນບຣູ ແຫ່ງປະເທດອົດສະຕາລີ ຕ້ອງສູນເສຍຕໍາແໜ່ງໃຫ້ແກ່ ທ່ານ ສກ໋ອດ ມໍຣິສັນ ລັດຖະມົນຕີວ່າການກະຊວງງົບປະມານ. ຫຼັງຈາກທີ່ ທ່ານ ເທີນບຣູ ໄດ້ຮັບໜັງສືຄໍາຮ້ອງລົງນາມໂດຍບັນດາແກນນໍາອະນຸລັກນິຍົມພາຍໃນພັກ ລິເບີຣັສ (ເສລີນິຍົມ) ຮຽກຮ້ອງໃຫ້ມີການປ່ຽນຫົວໜ້າພັກເສລີນິຍົມ ເມື່ອວັນສຸກທີ 24 ສິງຫາ ແລະ ທ່ານ ເທິນບຣູ ໄດ້ຕັດສິນໃຈລາອອກຈາກການເປັນສະມາຊິກລັດຖະສະພາ.

ບີບີຊີ ລາຍງານວ່າ ທ່ານ ເທິນບຣູ ເປັນນາຍົກລັດຖະມົນຕີຄົນທີ 4 ຂອງປະເທດອົດສະຕາລີ ໃນຊ່ວງ 10 ປີ ທີ່ຕ້ອງອອກຈາກຕໍາແໜ່ງນາຍົກລັດຖະມົນຕີ. ເນື່ອງຈາກຖືກກົດດັນໂດຍສະມາຊິກຂອງຝ່າຍກົງກັນຂ້າມໃນພັກດຽວກັນ, ໂດຍທ່ານ ເທີນບຣູ ໄດ້ກ່າວເຖິງ ເຫດການທີ່ເຂົາຕ້ອງອອກຈາກຕໍາແໜ່ງ ນາຍົກລັດຖະມົນຕີໄປຢ່າງເຈັບຊໍ້າວ່າ ເປັນການຍຶດອໍານາດ ໂດຍສະມາຊິກສະພາອະນຸລັກນິຍົມ ພາຍໃນພັກເສລີນິຍົມ.

ສໍາລັບການກ້າວຂຶ້ນມາຮັບຕໍາແໜ່ງນາຍົກລັດຖະມົນຕີຄົນໃໝ່ອົດສະຕາລີຂອງ ທ່ານ ມໍຣິສັນ, ເນື່ອງຈາກການລົງມະຕິພາຍໃນພັກເສລີນິຍົມ ໄດ້ຄະແນນ 45 ຄະແນນສູງກວ່າ ທ່ານ ປີເຕີ ດັດຕັນ ລັດຖະມົນຕີວ່າການກະຊວງພາຍໃນ ທີ່ນໍາມາເປັນທີ 2 ດ້ວຍຄະແນນ 40 ຄະແນນ, ຂະນະທີ່ທ່ານນາງ ຈູລີ ບີຊ໋ອບ ລັດຖະມົນຕີວ່າການກະຊວງຕ່າງປະເທດ ຊຶ່ງຖືກເບິ່ງເປັນຕົວເກັງໃນການທ້າຊິງ ຫົວໜ້າພັກເສລີນິຍົມຄົນໃໝ່ ແຕ່ໄດ້ຄະແນນບໍ່ເຖິງເກນເຂົ້າຊິງໃນຮອບສຸດທ້າຍ.

ຂະນະທີ່ CNN ເຜີຍວ່າ ວິກິດຕໍຳແໜ່ງນາຍົກລັດຖະມົນຕີອົດສະຕາລີ ເລີ່ມຕົ້ນຂຶ້ນເມື່ອວັນອັງຄານ ທີ 21 ສິງຫາ ເນື່ອງຈາກບັນດາແກນນໍາອະນຸລັກ ໃນພັກເສລີນິຍົມ ບໍ່ເຫັນດີກ່ຽວກັບນະໂຍບາຍດ້ານພະລັງງານທາງເລືອກ ແລະ ການແກ້ບັນຫາໂລກຮ້ອນຂອງທ່ານ ເທີນບຣູ ໂດຍແກນນໍາອະນຸລັກ ໃນພັກສະໜັບສະໜູນໃຫ້ມີການລົງທຶນຫຼາຍຂຶ້ນໃນອຸດສາຫະກໍາຖ່ານຫີນ ແລະ ນະໂຍບາຍກ່ຽວກັບການເຮັດໃຫ້ລາຄາພະລັງງານຫຼຸດລົງ.

ຄວາມຂັດແຍ່ງດັ່ງກ່າວ ໃນພັກເສລີນິຍົມເຮັດໃຫ້ ທ່ານ ດັດຕັນ ລັດຖະມົນຕີວ່າການກະຊວງພາຍໃນ ເຊິ່ງຖືເປັນຄູ່ແຂ່ງຄົນສໍາຄັນທີ່ສຸດຂອງທ່ານ ເທິນບຣູ ຂໍໃຫ້ມີການລົງມະຕິເລືອກຫົວໜ້າພັກໃໝ່ ເພາະເຊື່ອວ່າ ທ່ານ ດັດຕັນ ຕ້ອງປະລາໄຊການລົງມະຕິໃນພັກໃຫ້ແກ່ທ່ານ ເທິນບຣູ ເມື່ອວັນອັງຄານ ທີ່ 21 ສິງຫາ ທີ່ຜ່ານມາ ດ້ວຍຄະແນນ 48 ຕໍ່ 35 ຄະແນນ. ໃນທີ່ສຸດ ທ່ານ ເທິນບຣູກໍຕ້ອງກ້າວລົງຈາກຕໍາແໜ່ງ ແລະ ທ່ານມໍຣິສັນ ລັດຖະມົນຕີວ່າການກະຊວງງົບປະມານ ອາຍຸ 50 ປີກ້າວຂຶ້ນມາເປັນນາຍົກລັດຖະມົນຕີຄົນໃໝ່ຂອງອົດສະຕາລິແທນ.

 

 

 

ແຫລ່ງຂ່າວຕ່າງປະເທດ: TRN

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...