spot_img
Homeປ່ອງຢ້ຽມດວງດາວກຽມພົບອຸກາບາດຂະໜາດໃຫຍ່ເຄື່ອນຕົວເຂົ້າໃກ້ໂລກໃນວັນທີ 29 ສິງຫາ 2018ນີ້

ກຽມພົບອຸກາບາດຂະໜາດໃຫຍ່ເຄື່ອນຕົວເຂົ້າໃກ້ໂລກໃນວັນທີ 29 ສິງຫາ 2018ນີ້

Published on

ເມື່ອວັນທີ 23 ສິງຫາ 2018 ເອເອຟພີລາຍງານວ່າ ອົງການນາຊ່າ ປະກາດເຕືອນຄວາມສ່ຽງຈາກເຫດອຸກາບາດເຄື່ອນຜ່ານໃກ້ໂລກໃນເວລາ 8:00ໂມງ ຂອງວັນທີ 29 ສິງຫາ 2018 ຕາມເວລາບ້ານເຮົາ ໂດຍຈາກການຄຳນວນຄາດວ່າ ອຸກາບາດ 2016 ເອັນເອຟ 23 ຈະກາຍໂລກໄປໃນໄລຍະທາງ 0.03377 ເອຢູ ຫຼື ປະມານ 4.8 ລ້ານກິໂລແມັດ

ນາຊ່າລະບຸວ່າ ອຸກາບາດ 2016 ເອັນເອຟ23 ມີຄວາມກວ້າງ 70 ແມັດ, ຍາວ 160 ແມັດ ແລະ ສູງ 139ແມັດ ຖືວ່າມີຂະໜາດໃຫຍ່ກວ່າມະຫາພິລະມິດກີຊາໃນອີຢິບ ເຄື່ອນຕົວເຂົ້າໃກ້ໂລກດ້ວຍຄວາມໄວ 9 ກິໂລແມັດຕໍ່ວິນາທີ ຫຼື ປະມານ 32,400 ກິໂລແມັດຕໍ່ຊົ່ວໂມງ ຖືວ່າໄວກວ່າເຮືອບິນໂດຍສານທີ່ໄວທີ່ສຸດເກືອບ 15 ເທົ່າ ແຕ່ອຸກາບາດລູກນີ້ຈະໂຄຈອນເຂົ້າໃກ້ໂລກເທົ່ານັ້ນ ບໍ່ໄດ້ຕຳກັບໂລກແຕ່ຢ່າງໃດ ຈິ່ງຖືວ່າເປັນຂ່າວດີ

 

ແຫລ່ງຂ່າວ: khaosod, express.co.uk

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...