Homeຂ່າວຕ່າງປະເທດໂຣຮິນຢາກັບຄືນສູ່ມຽນມາຊ້າ "ຊູຈີ" ບອກມັນຂຶ້ນກັບທາງບັງກາລາເທດກຳນົດ

ໂຣຮິນຢາກັບຄືນສູ່ມຽນມາຊ້າ “ຊູຈີ” ບອກມັນຂຶ້ນກັບທາງບັງກາລາເທດກຳນົດ

Published on

ເມື່ອວັນທີ 21 ສິງຫາ 2018 ເອເອຟພີລາຍງານວ່າ ທ່ານ ນາງ ອອງຊານ ຊູຈີ ທີ່ປຶກສາແຫ່ງຊາດ ແລະ ລັດຖະມົນຕີວ່າການກະຊວງການຕ່າງປະເທດມຽນມາ ກ່າວເຖິງຄວາມຄືບໜ້າການດຳເນີນການເພື່ອຮັບຕົວຜູ້ອົບພະຍົບຈາກບັງກາລາເທດກັບຄືນມຽນມາ ຫຼັງຊາວມຸສລິມໂຣຮິນຍາກວ່າ 7 ແສນຄົນ ໄດ້ອົບພະຍົບໜີຄວາມຮຸນແຮງຈາກພາລະກິດກວາດລ້າງກຸ່ມຕິດອາວຸດຂອງກອງທັບມຽນມາໃນລັດຍະໄຂ່ໄປບັງກາລາເທດວ່າຂຶ້ນຢູ່ກັບທາງລັດຖະບານບັງກາລາເທດ

ທ່ານ ນາງ ຊູຈີ ກ່າວໃນການປະຊຸມວິຊາການ  ໃນຫົວຂໍ້ ຄວາມທ້າທາຍ ແລະ ຫົນທາງຕໍ່ໜ້າໃນຊ່ວງປ່ຽນຜ່ານຂອງລະບອບປະຊາທິປະໄຕມຽນມາວ່າ “ມັນຍາກກັບການທີ່ມຽນມາຈະກຳນົດເວລາໄດ້ເອງພຽງຝ່າຍດຽວ ເພາະວ່າເຮົາຕ້ອງເຮັດວຽກຮ່ວມກັບທາງລັດຖະບານບັງກາລາເທດ ແລະ ບັງກາລາເທດຈຳເປັນຕ້ອງຕັດສິນໃຈວ່າຕ້ອງກຳນົດໄລຍະເວລາດົນພຽງໃດ”

ຄຳກ່າວຂອງທ່ານ ນາງ ອອງຊານ ຊູຈີ ມີຂຶ້ນຫຼັງຈາກທີ່ລັດຖະບານມຽນມາຖືກສະຫະປະຊາຊາດ ແລະ ປະຊາຄົມໂລກກົດດັນຢ່າງໜັກໃຫ້ຮັບຮອງຄວາມປອດໄພ ແລະ ຈັດສ້າງຊຸມຊົນທີ່ຢູ່ອາໃສທີ່ເຄົາລົບຄວາມເປັນມະນຸດຂອງຊາວໂຣຮິນຢາ ຫຼັງມຽນມາກັບບັງກາລາເທດລົງນາມໃນຂໍ້ຕົກລົງສົ່ງຕົວຊາວໂຣຮິນຢາກັບຖິ່ນຖານໃນລັດຍະໄຂ່ ແຕ່ຍັງບໍ່ມີຄວາມຄືບໜ້າເນື່ອງຈາກຊາວໂຣຮິນຢາ ແລະ ບັງກາລາເທດຍັງຄຳນຶງເຖິງຄວາມປອດໄພ ທັງຍັງຕົກລົງກັນບໍ່ໄດ້ເຖິງລາຍລະອຽດ ໂດຍສະເພາະປະເດັນທີ່ມຽນມາຍັງຢືນຢັນການປະຕິເສດຍອມໃຫ້ໃຊ້ສັນຊາດໃນບັດປະຊາຊົນວ່າ “ໂຣຮິນຢາ” ເຊິ່ງອ້າງວ່າບໍ່ແມ່ນໜຶ່ງໃນຊົນເຜົ່າຂອງມຽນມາ ແລະ ຄ້າຍອົບພະຍົບທີ່ມຽນມາຈັດໄວ້ໃຫ້ນັ້ນຍັງບໍ່ເໝາະສົມຕໍ່ການຢູ່ອາໃສ

ແຫລ່ງຂ່າວ: www.khaosod.co.th

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...