Homeຂ່າວຕ່າງປະເທດອາເມລິກາໃຕ້ເລັ່ງຄວບຄຸມຜູ້ອົບພະຍົບເວເນຊູເອລາທີ່ຫລັ່ງໄຫລເຂົ້າເມືອງ

ອາເມລິກາໃຕ້ເລັ່ງຄວບຄຸມຜູ້ອົບພະຍົບເວເນຊູເອລາທີ່ຫລັ່ງໄຫລເຂົ້າເມືອງ

Published on

ສຳນັກຂ່າວຕ່ງປະເທດລາຍງານຈາກເມືອງບຣາຊິນເລຍ, ປະເທດບຣາຊິນ ເມື່ອວັນທີ 19 ສິງຫາ ວ່າກະຊວງປ້ອງກັນຄວາມສະຫງົບສາທາລະນະ ຂອງບຣາຊິນ ອອກຖະແຫລງການເມື່ອວັນອາທິດ ກະກຽມເສີມກຳລັງທະຫານໃນເມືອງປາກາໄຣມາ ຊື່ງຕັ້ງຢູ່ທາງເຫນືອສຸດຂອງລັດໂຣໄຣມາ ແລະ ມີພົມແດນຕິດກັບເວເນຊູເອລາ ຕາມຄຳສັ່ງຂອງປະທານາທິບໍດີມິເຊວ ເຕເມຣ໌ ເພຶ່ອຄວບຄຸມສະຖານະການບໍລິເວນຈຸດຜ່ານ ຫລັງເກີດເຫດການປະທະກັນຢ່າງດຸເດືອດລະຫວ່າງປະຊາຊົນໃນພື້ນທີ່ກັບກຸ່ມຜູ້ອົບພະຍົບພົນລະເມືອງເວເນຊູເອລາ ທີ່ສືບເນື່ອງມາຈາກເຫດການປຸ້ນຮ້ານຂາຍສິນຄ້າແຫ່ງຫນື່ງ ແລ້ວເຈົ້າຂອງຮ້ານຖືກທຳຮ້າຍຈົນບາດເຈັບສາຫັດ ແລະ ຜູ້ຄົນສ່ວນໃຫຍ່ເຊື່ອວ່າເປັນການກະທຳຂອງກຸ່ມຄົນຜູ້ອົບພະຍົບເວເນຊູເອລາ.

ລາຍງານຂອງທາງການລັດໂຣໄຣມາ ລະບຸນໍາວ່າ ພົນລະເຮືອນເວເນຊູເອລາຫລາຍກວ່າ 50,000 ຄົນຫລັງໄຫລຂ້າມພົມແດນບໍລິເວນເມືອງປາກາໄຣມາເຂົ້າມາ ຄິດເປັນຈຳນວນສັດສ່ວນແມ່ນ 10% ເມື່ອທຽບກັບພົນລະເມືອງທ້ອງຖີ່ນທີ່ມີຢູ່ປະມານ 520,000 ຄົນ. ຢ່າງໃດກໍຕາມ, ອີງຕາມຂໍ້ມູນຈາກສຳນັກງານຕຳຫລວດກວດກາຄົນເຂົ້າເມືອງແຫ່ງລັດໂຣໄຣມາລະບຸວ່າ ຈາກຈຳນວນພົນລະເມືອງເວເນຊູເອລາ ທີ່ຂ້າມພົມແດນມາທັງຫມົດນັ້ນແມ່ນມີຫລາຍກວ່າ 1,200 ຄົນ ຍິນຍອມເດີນທາງກັບປະເທດແລ້ວ.

ສະຖານະການທີ່ເມືອງປາກາໄຣມາແມ່ນເກີດຂື້ນໃນເວລາດຽວກັບທີ່ລັດຖະບານເອກວາດໍ ແລະ ເປຣູ ປະກາດໃຫ້ພົນລະເມືອງສັນຊາດເວເນຊູເອລາ ທີ່ອົບພະຍົບຂ້າມພົມແດນມາຈາກໂກໂລມບີ ແມ່ນຕ້ອງສະແດງຫນັງສືເດີນທາງເທົ່ານັ້ນ ຈື່ງຈະສາມາດຂ້າມພົມແດນໄປໄດ້. ທັງນີ້ແມ່ນ ເພື່ອຫວັງຄວບຄຸມສະຖານະການ ການຫລັ່ງໄຫລເຂົ້າເມືອງຂອງພົນລະເມືອງເວເນຊູເອລາ ທີ່ຕ້ອງຫລົບຫນີພາວະວິກິດຂອງເສດຖະກິດພາຍໃນປະເທດ.

ຢ່າງໃດກໍຕາມຫນັງສືເດີນທາງຂ້າມພົມແດນແມ່ນເອກະສານທີ່ດຳເນີນຍາກຫລາຍໃນເວເນຊູເອລາ ສືບເນື່ອງຈາກການຂາດດຸນງົບປະມານຢ່າງຫນັກຂອງລັດຖະບານ. ຂະນະທີ່ລັດຖະບານໂບໂກຕາ ກັງວົນວ່າມາຕະການຂອງເອກວາດໍ ແລະ ເປຣູ ຈະສົ່ງຜົນໃຫ້ເກີດການຕົກຄ້າງຂອງຜູ້ອົບພະຍົບເວເນຊູເອລາໃນໂກໂລມບີ ຊື່ງຢືນຢັນບໍ່ຮັບຮອງການເປັນທີ່ພັກພຶງຊົ່ວຄາວແລ້ວ ຫລັງອະນຸຍາດ ສະຖານະນີ້ໃຫ້ກັບພົນລະເມືອງເວເນຊູເອລາແລ້ວຫລາຍກວ່າ 800,000 ຄົນ.

 

 

 

ແຫລ່ງຂ່າວຕ່າງປະເທດ: TDN, Tictoc by Bloomberg

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...