Homeຂ່າວຕ່າງປະເທດນາທີລະທຶກ! ທາງດ່ວນຢູ່ປະເທດ ອີຕາລີ ຖະຫລົ່ມລົງທັບໂຮງງານ ແລະ ປະຊາຊົນ ເສຍຊີວິດກວ່າ 30 ຄົນ (ມີວິດີໂອ)

ນາທີລະທຶກ! ທາງດ່ວນຢູ່ປະເທດ ອີຕາລີ ຖະຫລົ່ມລົງທັບໂຮງງານ ແລະ ປະຊາຊົນ ເສຍຊີວິດກວ່າ 30 ຄົນ (ມີວິດີໂອ)

Published on

 

ຕາມການລາຍງານລະບຸວ່າສີ້ນສ່ວນຂອງທາງດ່ວນຄວາມຍາວ 80 ແມັດ ຕົກລົງທັບໂຮງງານ ແລະ ອາຄານອີກຫລາຍຫລັງ, ຮູບພາບຈາກເຮລີກອບແຕທີ່ຖ່າຍຈາກມຸມສູງ ສະແດງໃຫ້ເຫັນເຖີງຍານພາຫະນະ ແລະ ລົດບັນທຸກຕິດຄ້າງຢູ່ເທີງທາງດ່ວນບໍລິເວນສອງຝາກຝັ່ງຂອງບ່ອນເສຍຫາຍ ແລະ ບາງຄັນແມ່ນຫ່າງຈາກຈຸດຖະລົ່ມໄປພຽງບໍ່ຮອດແມັດເທົ່ານັ້ນ.

ລາຍງານລະບຸນຳວ່າຂົວດັ່ງກ່າວແມ່ນເຊື່ອມຕໍ່ລະຫວ່າງເມືອງ ຣີເວຍຣາ ຂອງ ອີຕາລີ ກັບຊາຍຝັ່ງຕອນໃຕ້ຂອງປະເທດຝຣັ່ງ ຖືກປັບໂຄງສ້າງໃຫມ່ເມື່ອປີ 2016 ແລະ ຜູ້ໃຫ້ບໍລິການທາງດ່ວນລະບຸວ່າຂົວດັ່ງກ່າວແມ່ນຢູ່ລະຫວ່າງການຄໍ້າຢັນຮາກຖານເພີ່ມຕື່ມຢູ່.

ດ້ານພະຍານເຫັນເຫດການລະບຸວ່າຕົນເອງເຫັນຍານພາຫະນະປະມານ 8-9 ຄັນຕົກລົງມາຂະນະທີ່ຂົວພຸພັງລົງ, ເຈົ້າຫນ້າທີ່ກູ້ໄພ ແລະ ນັກດັບເພີງລົງພື້ນທີ່ລ່າສຸດພົບຜູ້ລອດຊີວິດ 2 ຄົນ ແລະ ໄດ້ຮັບການຊ່ວຍເຫລືອຂື້ນມາຈາກຊາກຫັກພັງແລ້ວ.

ລ່າສຸດສື່ທ້ອງຖີ່ນຂອງອີຕາລີລາຍງານອ້າງເຖີງ ຮອງນາຍົກລັດຖະມົນຕີອີຕາລີ ທ່ານ ມັດເຕໂຕ ຊັລວີນີ ທີ່ລະບຸວ່າມີຜູ້ເສຍຊີວິດແລ້ວ 30 ຄົນ ໃນເຫດການດັ່ງກ່າວ ແລະ ຄາດວ່າຈະມີຜູ້ໄດ້ຮັບບາດເຈັບອີກຈຳນວນຫລາຍ, ອີຕາລີຈຳເປັນຕ້ອງເລືອກລະຫວ່າງການປະຢັດງົບປະມານ ຫລື ຄວາມປອດໄພຂອງປະຊາຊົນ.

ແຫລ່ງຂ່າວຕ່າງປະເທດ: MTC

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...