Homeຂ່າວພາຍ​ໃນຄອບຄົວທ່ານປະທານປະເທດ ມອບເງິນ 270 ລ້ານກີບຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ແຂວງອັດຕະປື

ຄອບຄົວທ່ານປະທານປະເທດ ມອບເງິນ 270 ລ້ານກີບຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ແຂວງອັດຕະປື

Published on

ໜັງສືພິມວຽງຈັນໃໝ່ ລາຍງານໃຫ້ຮູ້ວ່າ ໃນ​ຕອນ​ແລງ​ຂອງ​ວັນ​ທີ 10 ສິງ­ຫາ 2018 ທ່ານ​ນາງ ຄຳ​ເມິງ ວໍ­ລະ​ຈິດ ພັນ​ລະ​ຍາ​ທ່ານ​ປະ­ທານ​ປະ­ເທດ ບຸນ​ຍັງ ວໍ­ລະ​ຈິດ ພ້ອມ​ລູກ​ຫຼານຈາກ​ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ນຳ​ເອົາ​ວັດ­ຖຸ​ສິ່ງ​ຂອງ ແລະ ເງິນ ສົດ​ຈຳ­ນວນ 270 ລ້ານ​ກີບ ໄປ​ຊ່ວຍ­ເຫຼືອ​ຜູ້​ປະ­ສົບ​ໄພ​ນ້ຳ​ຖ້ວມ ຢູ່​ແຂວງ​ອັດ​ຕະ​ປື.

ໃນ​ຈຳ­ນວນ​ເງິນ​ຊ່ວຍ­ເຫຼືອ ໃນ​ນີ້ 150 ລ້ານ​ກີບ ແມ່ນ​ມອບ​ທ່ານ​ນາງ ນິ​ພາ​ພອນ ໄຊ​ສົມ​ພູ ຮອງ​ເລ­ຂາ​ພັກ​ແຂວງ ຄະ­ນະ​ປະ­ຈຳ​ພາກ​ສະ­ໜາມ​ແກ້​ໄຂ​ໄພ­ພິ­ບັດ​ຢູ່​ເມືອງ​ສະ­ໜາມ​ໄຊ ແລະ ອີກ 120 ລ້ານກີບ ພ້ອມ​ເຄື່ອງ­ໃຊ້​ໃນ​ເຮືອນ ຈຳ­ນວນ 1.800 ຊຸດ ແມ່ນ​ໃຫ້​ທ່ານ ບຸນ​ໂຮມ ພົມ​ມະ​ສານ ເຈົ້າ­ເມືອງ​ສະ­ໜາມ​ໄຊ ໂດຍມີ​ຄະ­ນະ​ນຳ​ແຂວງ​ອັດ​ຕະ​ປື ເມືອງ​ສະ­ໜາມ​ໄຊ ແລະ ພີ່­ນ້ອງ​ລູກ​ຫຼານ​ເຂົ້າ​ຮ່ວມ ໂອ­ກາດ​ນີ້ ທ່ານ​ນາງ ຄຳເມິງ ວໍ­ລະ​ຈິດ ໄດ້​ກ່າວ​ສະ­ແດງ​ຄວາມ​ເຫັນ​ອົກ​ເຫັນ­ໃຈ​ຕໍ່​ພໍ່​ແມ່​ປະ­ຊາ­ຊົນ ແລະ ລູກ​ຫຼານ​ຊາວ​ເມືອງ​ສະ­ໜາມ​ໄຊ ທີ່​ຖືກ​ໄພ­ພິ­ບັດ​ນ້ຳ​ຖ້ວມ​ຢ່າງ​ຮ້າຍ​ໃນ​ຄັ້ງ​ນີ້ ແລະ ຂໍ​ສະ­ແດງ​ຄວາມ​ເສຍ​ໃຈ ຂໍ​ແບ່ງ​ເບົາ​ຄວາມ­ທຸກ​ໂສກ​ນຳພໍ່​ແມ່​ປະ­ຊາ­ຊົນ​ທຸກ​ຄອບ­ຄົວ ແລະ ຂໍ​ເປັນ​ກຳ­ລັງ​ໃຈ​ໃຫ້​ພີ່­ນ້ອງ​ປະ­ຊາ­ຊົນ​ທີ່​ປະ­ສົບ​ໄພ ​ຈົ່ງ​ຜ່ານ​ພົ້ນ​ຄວາມ​ເສົ້າໂສກ​ຄັ້ງ​ນີ້​ໄປ​ໂດຍ​ໄວ.

ຈາກ​ນັ້ນ ທ່ານ ບຸນ​ໂຮມ ພົມ​ມະ​ສານ ເຈົ້າ­ເມືອງ​ສະ­ໜາມ​ໄຊ ກໍ່​ໄດ້​ກ່າວ​ສະ­ແດງ​ຄວາມ​ຂອບ­ໃຈ ແລະ ຮັບ​ຮູ້​ບຸນ­ຄຸນ​ເປັນ​ຢ່າງ​ສູງ​ຕໍ່​ທ່ານ​ນາງ ຄຳ​ເມິງ ແລະ ຄອບ­ຄົວ​ລູກ​ຫຼານ​ທີ່​ມີ​ນ້ຳ­ໃຈ​ສູງ​ສົ່ງ ມີ​ຄວາມ​ເຫັນ​ອົກ​ເຫັນໃຈ​ຕໍ່​ພໍ່​ແມ່​ປະ­ຊາ­ຊົນ​ຊາວ​ແຂວງ​ອັດ​ຕະ​ປື ກໍ່​ຄື ປະ­ຊາ­ຊົນ​ເມືອງ​ສະ­ໜາມ​ໄຊ ຜູ້​ປະ­ສົບ​ໄພ­ພິ­ບັດ​ນ້ຳ​ຖ້ວມ​ໃນຄັ້ງ​ນີ້ ແລະ ຢືນ­ຢັນ​ຈະ​ນຳ​ເອົາ​ວັດ­ຖຸ​ສິ່ງ​ຂອງ​ຕ່າງໆ ແລະ ເງິນ​ຊ່ວຍ­ເຫຼືອ​ໄປ​ມອບ​ໃຫ້​ປະ­ຊາ­ຊົນ​ຜູ້​ປະ­ສົບ​ໄພຢ່າງ​ທົ່ວ​ເຖິງ​ກັນ.

 

ແຫລງຂ່າວ: ໜັງສືິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...