Homeຂ່າວຕ່າງປະເທດປະຊາຊົນໂອກິນາວາກວ່າ 70,000 ຄົນ ຮ່ວມຕົວກັນປະທ້ວງຕໍ່ຕ້ານ ຖານທັບສະຫະລັດອາເມລິກາ

ປະຊາຊົນໂອກິນາວາກວ່າ 70,000 ຄົນ ຮ່ວມຕົວກັນປະທ້ວງຕໍ່ຕ້ານ ຖານທັບສະຫະລັດອາເມລິກາ

Published on

ປະຊາຊົນຍີ່ປຸ່ນ ປະມານ 70,000 ຄົນຮວມຕົວກັນປະທ້ວງທີ່ສວນສາທາລະນະໃນເມືອງ ນາຮາ, ແຂວງ ໂອກິນາວາ ຫມູ່ເກາະຕອນໃຕ້ຂອງປະເທດຍີ່ປຸ່ນ ເມື່ອວັນທີ 11 ສິງຫາ ທີ່ຜ່ານມາ ເພື່ອປະທ້ວງຕໍ່ແຜນການຂອງລັດຖະບານກາງຍີ່ປຸ່ນໃນການຍ້າຍຖານທັບອາກາດທະຫານເຮືອຟູນເທນມະສະຫະລັດ ອອກຈາກພື້ນທີ່ຊຸມຊົນໄປຍັງພື້ນທີ່ ທີ່ປະຊາກອນຫນາແຫນ້ນຫນ້ອຍກວ່າ ພ້ອມທັງຢືນຢັນຄວາມຕ້ອງການໃຫ້ຍ້າຍຖານທັບອອກຈາກເກາະໄປໂດຍເລີຍ.

ກິດຈະກຳປະທ້ວງຈັດຂື້ນທ່າມກາງສາຍຝົນ ໂດຍການຖືປ້າຍປະທ້ວງຕໍ່ຖານທັບສະຫະລັດ ແລະ ຢືນກົງແນບນີ້ງໄວ້ອາໄລໃຫ້ກັບ ທາເຄຊິ ໂອນາງະ, ເຈົ້າແຂວງ ແຂວງໂອກິນາວາ ທີ່ຫາກໍ່ເສຍຊີວິດໄປ ດ້ວຍໂລກມະເຮັງ, ເມື່ອວັນທີ 1 ສິງຫາ ທີ່ຜ່ານມາ.

ລາຍງານລະບຸວ່າ ໂອນາເງະ ຜູ້ໄດ້ຮັບເລືອກຕັ້ງສູ່ຕຳແຫນ່ງເຈັ້ົາແຂວງ ເມື່ອປີ 2014 ເປັນແກນນຳໃນການຕໍ່ຕ້ານຖານທັບສະຫະລັດເທີງເກາະໂອກິນາວາ ແລະ ມີແຜນທີ່ຈະດຳເນີນການຍົກເລີກເພື່ອບໍ່ໃຫ້ມີການຖົມອ່າວເຮໂນໂກະ ທີ່ຈະສ້າງເປັນຖານທັບແຫ່ງໃຫມ່ທີ່ຈະຍ້າຍໄປ.

ດ້ານຄິອິຊິໂຣະ ຈາຮານະ, ຮອງເຈົ້າແຂວງ ທີ່ມາໃນຖານະຕົວແທນໂອນາງະ ໃນການຊຸມນຸມດັ່ງກ່າວ ປະກາດວ່າຈະດຳເນີນຮອຍຕາມນະໂຍບາຍທີ່ຈະຖອນສິດໃນການດຳເນີນການຖົມອ່າວ ຕາມເຈດຕະນາຂອງໂອນາງະຕໍ່ໄປ. ຂະນະທີ່ກຸ່ມອະນຸລັກສີ່ງແວດລ້ອມລະບຸວ່າ ການກໍ່ສ້າງຖານທັບໃນພື້ນທີ່ໃຫມ່ຊື່ງຈະຕ້ອງຖົມພື້ນທີ່ໃຫມ່ ແລະ ຈະຕ້ອງຖົມພື້ນທີ່ອ່າວ ມັນຈະສົ່ງຜົນກະທົບກັບສີ່ງແວດລ້ອມໂດຍສະເພາະປະກາລັງ ແລະ ປາພະຍູນ.

ຕາມເຈດຕະນາຂອງໂອນາງະ ຕໍ່ໄປ ຂະນະທີ່ກຸ່ມອະນຸຮັກສີ່ງແວດລ້ອມລະບຸວ່າການກໍ່ສ້າງຖານທັບໃນພື້ນທີ່ໃຫມ່ ຈະຕ້ອງຖົມພື້ນທີ່ອ່າວ ແມ່ນສົ່ງຜົນກະທົບຕໍ່ກັບສີ່ງແວດລ້ອມໂດຍສະເພາະກປະກາລັງ ແລະ ປາພະຍູນ.

ທັງນີ້, ລັດຖະບານກາງຍີ່ປຸ່ນລະບຸວ່າແຜນການຍ້າຍຖານທັບອາກາດດັ່ງກ່າວເປັນຫົນທາງແກ້ບັນຫາພຽງທາງດຽວ ແຕ່ປະຊາຊົນໂອກິນາວານັ້ນຕ້ອງການໃຫ້ຖານທັບດັ່ງກ່າວທີ່ມີທະຫານອາເມລິກາປະຈຳການຢູ່ 50,000 ຄົນ ນັ້ນຍ້າຍອອກໄປຈາກເກາະ.

 

 

 

ແຫລ່ງຂ່າວຕ່າງປະເທດ: MTC

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...