Homeປ່ອງຢ້ຽມດວງດາວນາຊ່າສົ່ງຍານອາວະກາດຂຶ້ນສຳຫຼວດດວງອາທິດ

ນາຊ່າສົ່ງຍານອາວະກາດຂຶ້ນສຳຫຼວດດວງອາທິດ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກລັດຟໍລິດາ ປະເທດສະຫະລັດອາເມລິກາ ເມື່ອວັນທີ 12 ສິງຫາ 2018ວ່າ ອົງການບໍລິຫານການບິນ ແລະ ອາວະກາດແຫ່ງຊາດຂອງສະຫະລັດ (ນາຊ່າ) ໄດ້ປ່ອຍຈະຫຼວດເດລຕ້າ 4 ເຮຟວີບັນທຸກຍານສຳຫຼວດປາຣ໌ເກີ ໂຊລາຣ໌ ໂພຣ ຈາກຖານຍິງຈະຫຼວດແຫຼມດານາເວີລັດຟໍລິດາເມື່ອເວລາ 14:31 ນາທີ ຂອງວັນອາທິດຕາມເວລາບ້ານເຮົາ ຂຶ້ນສູ່ວງໂຄຈອນທ້ອງຟ້າຢ່າງປອດໄພ ຈາກນັ້ນໄດ້ເດີນທາງດ້ວຍຄວາມໄວປະມານ 690,000 ກິໂລແມັດຕໍ່ຊົ່ວໂມງເຊິ່ງຖືວ່າເປັນຄວາມໄວສູງສຸກຈາກຍານອາວະກາດຈາກໂລກທີ່ເຄີຍມີມາ

ໂດຍຍານບໍ່ມີມະນຸດມູນຄ່າໂຄງການ 1,500 ລ້ານໂດລາລຳນີ້ຕ້ັງເປົ້າທີ່ຈະເດີນທາງເຂົ້າໄປໃຫ້ໃກ້ດວງອາທິດຫຼາຍທີ່ສຸດເມື່ອທຽບກັບຍານສຳຫຼວດລຳອື່ນໆໃນປະຫວັດສາດ ເພື່ອມຸ່ງໜ້າສູ່ສູນກາງລະບົບສຸລິຍະຈັກກະວານ ໂດຍຈະຝັງຢູ່ບໍລິເວນຊັ້ນບັນຍາກາດຂອງດວງອາທິດ ຫຼື ຮຽກວ່າໂຄໂຣນາ ໃນພາລະກິດ 7 ປີ ຫ່າງຈາກພື້ນຜິວດວງອາທິດປະມານ 6 ກິໂລແມັດ ແຕ່ຍານສຳຫຼວດກໍ່ມີລະບົບປ້ອງກັນຄວາມຮ້ອນສູງ ເຖິງຈະມີຄວາມໜາພຽງ 11.43 ຊມ ເທົ່ານັ້ນ ສາມາດປ້ອງກັນລັດສະໝີຄວາມຮ້ອນຈາກດວງອທິດໄດ້ຫຼາຍເຖິງ 500 ເທົ່າ ເມື່ອທຽບກັຄວາມຮ້ອນຈາກດວງອາທິດສູ່ຜິວໂລກ ຍານສຳຫຼວດຂະໜາດເທົ່າລົດລຳນີ້ ຈະເຮັດໃຫ້ນັກວິທະຍາສາດມີຄວາມເຂົ້າໃຈທີ່ດີຂຶ້ນກ່ຽວກັບລົມສຸລິຍະ ແລະ ພາຍຸແມ່ເຫຼັກໂລກ ເຊິ່ງຈະເຮັດໃຫ້ເກີດຄວາມວຸ້ນວານກັບໂລກໄດ້ໂດຍສະເພາະເລື່ອງກະແສໄຟຟ້າ

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...