Homeຂ່າວຕ່າງປະເທດອາກາດຮ້ອນຈັດໃນປະເທດຈີນເຮັດໃຫ້ເກີດປະກົດການນໍ້າໃນທະເລສາບປ່ຽນສີ

ອາກາດຮ້ອນຈັດໃນປະເທດຈີນເຮັດໃຫ້ເກີດປະກົດການນໍ້າໃນທະເລສາບປ່ຽນສີ

Published on

ອຸນຫະພູມທີ່ຮ້ອນຈັດເຮັດໃຫ້ທະເລສາບນໍ້າເຄັມອາຍຸພັນປີ ເກີດປະກົດການນໍ້່າໃນທະເລສາບປ່ຽນສີໃນຊ່ວງບໍ່ເທົ່າໃດມື້ທີ່ຜ່ານມານີ້ ໃນເມືອງ ຫຍຸນເຈິງ, ມົນທົນ ຊານຊີ ທາງຕອນເໜືອຂອງປະເທດຈີນ. ໂດຍນໍ້າໃຕ້ທະເລສາບ ບໍ່ໄດ້ເປັນສີເກົ່າຂອງມັນ. ເຫດການຂອງປະກົດການທະເລສາບນໍ້າເຄັມຫຼາຍສີໃນຊ່ວງທີ່ຜ່ານມານີ້ ເກີດຂື້ນມາຈາກໄຄນໍ້າມີປະລິມານຫຼາຍ ລວມກັບກຸ້ງຝອຍນໍ້າເຄັມທີ່ຂະຫຍາຍພັນເພີ່ມຈໍານວນຂຶ້ນຢ່າງວ່ອງໄວ ພາຍໃຕ້ສະພາບອາກາດຮ້ອນຈັດ ເຮັດໃຫ້ໄຄນໍ້າຫຼາກຫຼາຍຊະນິດໃນທະເລສາບແຫ່ງນີ້ເກີດມີສີທີ່ແຕກຕ່າງກັນອອກໄປ ສີທີ່ເກີດຂຶ້ນກໍເກີດຈາກຄວາມໜາແໜ້ນຂອງໄຄນໍ້າທີ່ແສງແດດຕົກລົງມາກະທົບ ແລະ ເກີດການສະທ້ອນ ເຮັດໃຫ້ທະເລສາບນໍ້າເຄັມກາຍເປັນສີທີ່ງົດງາມຊັດເຈນ ຍິ່ງໄປກວ່ານັ້ນ ອຸນຫະພູມທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແມ່ນຈະເຮັດໃຫ້ສີຕ່າງໆ ກາຍເປັນເງົາງາມ ສົດໄສມີຊີວິດຊີວາຫຼາຍຂຶ້ນເລື້ອຍໆເຊັ່ນກັນ.

ທະເລສາບນໍ້າເຄັມແຫ່ງນີ້ຕັ້ງຢູ່ທີ່ລະດັບຄວາມສູງ 324,5 ແມັດ ແລະ ຄວບຄຸມພື້ນທີ່ 132 ຕາລາງກິໂລແມັດ ຈັດເປັນ 1 ໃນ 3 ທະເລສາບນໍ້າເຄັມທີ່ໃຫຍ່ທີ່ສຸດໃນໂລກ.

 

ແຫລ່ງຂ່າວຕ່າງປະເທດ: News TV

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...