Homeຄວາມງາມວິທີ​ເຮັດໃຫ້​ຂີ້ແຮ້ຂາວ ທີ່ສາວໆບໍ່ຄວນພາດ

ວິທີ​ເຮັດໃຫ້​ຂີ້ແຮ້ຂາວ ທີ່ສາວໆບໍ່ຄວນພາດ

Published on

SK_armpit_USA

1. ຢຸດ​ແຖ​ຂົນຂີ້ແຮ້ຢຸດ​ແຖ​ຂົນ​ຂີ້ແຮ້ ຫລື ​ລົກ​ຂົນ​ຂີ້ແຮ້ ອັນ​ນີ້​ເປັນ​ການ​ປ້ອງ​ກັນ​ສາ​ເຫດ​ທີ່​ຕົ້ນ​ເຫດ ຖ້າ​ຢາກ​ຈະ​ເອົາ​ອອກ​ໃຫ້​ສາວໆ ໄປ​ແວັກຂົນຂີ້ແຮ້​ເອົາ​ຈະ​ໄດ້​ຜິວ​ທີ່​ນຽນ​ລຽບ ​
2. ທຳຄວາມ​ສະ​ອາດຂີ້ແຮ້ໝັ່ນ​ທຳ​ຄວາມ​ສະ​ອາດ​ຂີ້ແຮ້​ເລື້ອຍໆ ສາມາດ​ໃຊ້​ນ້ຳ​ສະ​ອາດ ​ຫລື​ສະ​ບູ​ອ່ອນ​ລ້າງ​ຂີ້ແຮ້ ຈະ​ຊ່ວຍ​ກຳຈັດ​ສິ່ງ​ສົກກະປົກ​ຊຶ່ງ​ອາດຈະ​ເຮັດໃຫ້​ເກີດ​ສິວ ແລະ ​ຍັງ​ຊ່ວຍ​ຂັດ​ເຊວ​ຜິວ​ທີ່​ຕາຍ​ແລ້ວ​ອອກ​ໄປ​ເຮັດໃຫ້​ເຊວ​ໃໝ່​ເກີດ​ຂຶ້ນ​ມາ​ແທນ ເຮັດໃຫ້​ຂີ້ແຮ້​ຂາວ​ຂຶ້ນ​ໄດ້​ອີກ​ທາງ​ໜຶ່ງ
3. ໃຊ້​ສານ​ສົ້ມ​ເຮັດໃຫ້​ຮັກ​ແລ້​ຂາວ​ຂຶ້ນໃຊ້​ສານ​ສົ້ມ​ແທນ​ໂລ​ອອນ ເປັນ​ວິທີ​ເຮັດໃຫ້​ຮັກ​ແລ້​ຂາວ​ດ້ວຍ​ທຳມະຊາດ​ເພາະ​ສານ​ສົ້ມ​ນັ້ນ​ເກີດ​ຂຶ້ນ​ເອງ​ຕາມ​ທຳມະຊາດ ຈະ​ບໍ່​ມີ​ສານ​ເຄ​ມີ​ທີ່​ເຮັດ​ປະຕິ​ກິ​ລິ​ຢາ​ກັບ​ຜິວ​ໜັງ ຊ່ວຍ​ໃນ​ການ​ກຳຈັດ​ກິ່ນ​ໄດ້​ດີ ແລະ​ຍັງ​ຈະ​ຊ່ວຍ​ເຮັດໃຫ້​ຮັກ​ແລ້​ຂາວ​ຂຶ້ນ​ດ້ວຍ
4. ໃຊ້ສູດ​ຂີ້ແຮ້ຂາວ
– ສູດ​ມະ​ນາວ ດ້ວຍ​ການ​ໃຊ້​ໝາກ​ນາວ​ສົດນຳ​ມາ​ປາດ​ແລ້ວ​ນຳ​ເມັດ​ອອກ ຈາກ​ນັ້ນ​ກໍ​ນຳ​ມາ​ຖູ​ເບົາໆ ບໍລິເວນ​ຂີ້ແຮ້ແລ້ວ​ປະໄວ້​ປະ​ມານ 10-20ນາ​ທີ ອາດຈະ​ມີ​ຮູ້ສຶກ​ຄັນ​ຍຸບ​ໆ​ເລັກນ້ອຍ​ແຕ່​ບໍ່​ຕ້ອງ​ແປກ​ໃຈ ເຮັດ​ເປັນ​ປະຈຳ​ທຸກ​ໆມື້ ຈະ​ຊ່ວຍ​ເຮັດໃຫ້​ມີ​ການ​ຜັດ​ເຊວ​ຜິວ​ເກົ່າ​ທີ່​ຕາຍ​ແລ້ວ​ອອກ
– ສູດ​ນ້ຳ​ໝາກນາວ + ນ້ຳ​ໝາກແຕງ + ຂະ​ໝີ້ນ ຄື ໃຊ້​ນ້ຳ​ໝາກນາວ​ກັບ​ນ້ຳ​ໝາກແຕງ​ຢ່າງ​ລະ 1 ບ່ວງກາແຟ ປະສົມກັບຜົງຂີ້​ໝີ້ນ ໂດຍ​ປະສົມ​ໃຫ້​​ພໍ​ປະ​ມານ ແລ້ວ​ນຳ​ໄປ​ຂັດ​ຂີ້ແຮ້​ປະມານ 20 ນາ​ທີ ແລ້ວ​ລ້າງ​ອອກ​ດ້ວຍ​ນ້ຳ​ສະ​ອາດ ເຮັດ​ໄປ​ທຸກ​ມື້​ຈະ​ຊ່ວຍ​ໃຫ້​ຂີ້ແຮ້ຂາວ​ຂຶ້ນ​ໄດ້
–   ສູດ​ໝາກຂາມ​ປຽກ​ປະສົມ​ກັບ​ນ້ຳ​ເຜິ້ງ​ເລັກໜ້ອຍ ທາປະໄວ້​ປະ​ມານ 10 ນາ​ທີ​ແລ້ວ​ຄ່ອຍ​ລ້າງ​ອອກ ເຮັດ​ເປັນ​ປະຈຳມື້ເວັ້ນ​ມື້ ຈະ​ຊ່ວຍ​ເຮັດໃຫ້​ຜິວ​ກ້ອງແຂນ​ຂາວ​ນຽນ​ໃສ​ຂຶ້ນ​ມາ​ໄດ້​ຄືກັນ
–  
ສູດ​ນ້ຳ​ໝາກນາວ​ປະສົມ​ນ້ຳ​ແອບ​ເ​ປິ້ນ ເມື່ອ​ໄດ້​ນ້ຳ​ທີ່​ປະສົມ​ເຂົ້າ​ກັນ​ດີ​ແລ້ວ ໃຫ້​ນຳ​ສຳ​ລີ​ມາ​ຈຸ່ມແລ້ວ​ນຳ​ໄປ​ທາ​ຂີ້ແຮ້ ປະ​ໄວ້​ປະ​ມານ 20ນາ​ທີ​ແລ້ວ​ລ້າງ​ອອກ ກໍ​ຈະ​ເຮັດໃຫ້​ຂີ້ແຮ້ ​ຂາວ​ໃສ​ໄດ້​ຄືກັນ
– ສູດ​ໝາກແຕງ ​ຫລື ​ມັນຝຣັ່ງ ນຳ ມາ​ມາກເປັນ​ຕ່ອນບາງໆ ແລ້ວ​ນຳ​ມາ​ຂັດ​ຜິວ​ກ້ອງ​ວົງ​ແຂນ​ເບົາໆ ຫລື ​ວາງ​ຖິ້ມ​ໄວ້​​ບໍລິເວນ​ກ້ອງວົງ​ແຂນ​​ປະ​ມານ 20 ນາ​ທີ ຈະ​ຊ່ວຍ​ເຮັດໃຫ້​ຂີ້ແຮ້​ຂາວ​ນຽນ​ຂຶ້ນ

5. ທາ​ຄີມຂີ້ແຮ້ຂາວ
         ທາ​ຄີມ​ຂີ້ແຮ້​ຂາວ ຜິວ​ໜັງ​ກ້ອງ​​ແຂນ​ກໍ​ຄື ​ຜິວ​ໜັງ​ສ່ວນ​ອື່ນ​ຂອງ​ຮ່າງກາຍ​ທີ່​ຕ້ອງ​ການ​ການ​ບຳ​ລຸງ ຖ້າ​ໄດ້ຮັບ​ວິ​ຕາ​ມິນ E ຫລາຍ​ໆ ຜິວ​ກໍ​ຈະ​ກັບ​ມາ​ຂາວ​ໃສ​ໄດ້​ເຊັ່ນ​ກັນ ປະຈຸບັນ​ມີ​ຄີມ​ທາ​ຂີ້ແຮ້​ຂາ​ວວາງ​ຂາຍ​ຕາມ​ທ້ອງຕະຫ​ລາດ​ເປັນ​ຈຳນວນ​ຫລາຍ ສາວໆ ລອງ​ຫາ​ຊື້​ມາ​ໃຊ້​ເບິ່ງ​

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...