Homeຂ່າວທ້ອງຖິ່ນ ເມືອງຈັນທະບູລີເລີກຮື້ປ້າຍໂຄສະນາຊະຊາຍແຄມທາງ

ເມືອງຈັນທະບູລີເລີກຮື້ປ້າຍໂຄສະນາຊະຊາຍແຄມທາງ

Published on

 

ເຈົ້າໜ້າທີ່ຫ້ອງການໂຍທາ ທິການ ແລະ ຂົນສົ່ງເມືອງຈັນທະບູລີ ນະຄອ ຫລວງວຽງຈັນ ໄດ້ລົງເລີກຮື້ປ້າຍໂຄສະນາຂອງບັນດາຫ້າງຮ້ານ,

ບໍລິສັດ, ຫົວໜ່ວຍທຸລະກິດຕ່າງໆ ທີ່ຕັ້ງຢັງຢາຍຢູ່ຕາມແຄມເສັ້ນທາງສຳຄັນໃນຂອບເຂດຮັບຜິດຊອບຂອງຕົນ, ເນື່ອງຈາກປ້າຍເຫລົ່ານັ້ນ

ສ້າງຄວາມບໍ່ເປັນລະບຽບຈົບງາມໃຫ້ແກ່ຕົວເມືອງ ແລະ ສາຍຕາແຂກຕ່າງປະເທດ ທີ່ມາທ່ອງທ່ຽວ ແລະ ເຂົ້າຮ່ວມ ກອງປະຊຸມສາກົນ

ສຳຄັນຕ່າງໆທີ່ປະເທດເຮົາໄດ້ຮັບກຽດເປັນເຈົ້າພາບຄື: ກອງປະຊຸມສຶກສາອາຊຽນ ແລະ ກອງປະຊຸມສະມັດຊາລັດຖະສະພາລະຫວ່າງ

ຊາດອາຊຽນ ຫລື ໄອປາ ຄັ້ງທີ 35 ແລະ ວັນປະຫວັດສາດສຳຄັນອື່ນໆຂອງລາວນຳດ້ວຍ ໂດຍປ້າຍໂຄສະນາທີ່ຖືກເລີກຮື້, ສ່ວນຫລາຍ

ເປັນຂອງຜູ້ປະກອບການບໍລິສັດທ່ອງທ່ຽວ, ຮ້ານອາຫານ ແລະ ການບໍລິການອື່ນໆ, ອັນໄດ້ສ້າງຄວາມບໍ່ເປັນລະບຽບຈົບງາມໃຫ້ແກ່ຕົວ

ເມືອງ, ເຊິ່ງຜ່ານມາພາກສ່ວນກ່ຽວຂ້ອງໄດ້ແຈ້ງເຕືອນໃຫ້ຜູ້ປະກອບການຮັບຮູ້ສອງຄັ້ງແລ້ວ ເພື່ອບໍ່ໃຫ້ນຳເອົາປ້າຍໂຄສະນາຂອງຕົນອອກ

ມາຕັ້ງກວມເອົາແຄມທາງໃນໄລຍະນີ້, ເນື່ອງຈາກຢູ່ໃນໄລຍະເປັນເຈົ້າພາບກອງປະຊຸມລັດຖະມົນຕີສຶກສາອາຊຽນຄັ້ງທີ 8 ໃນວັນທີ 9 –

12 ກັນຍາ ແລະ ກອງປະຊຸມສະມັດຊາລັດຖະສະພາລະຫວ່າງຊາດ ອາຊຽນ ຫລື ໄອປາ ຄັ້ງທີ 35 ໃນ ວັນທີ 14 – 20 ກັນຍາ 2014 ນີ້.

 

ແຫຼ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...