Homeຂ່າວນໍ້າຖ້ວມທີມກູ້ໄພໄທຊ່ວຍຊີວິດ 15 ຜູ້ສູນຫາຍພ້ອມໝາ 1 ໂຕ ທີ່ຕິດນ້ຳຖ້ວມໄວ້ຢ່າງປອດໄພ

ທີມກູ້ໄພໄທຊ່ວຍຊີວິດ 15 ຜູ້ສູນຫາຍພ້ອມໝາ 1 ໂຕ ທີ່ຕິດນ້ຳຖ້ວມໄວ້ຢ່າງປອດໄພ

Published on

ເມື່ອວັນທີ 26 ກໍລະກົດ 2018 ມີລາຍງານຈາກທີມກຸ້ໄພເມດຕາ 1 ລາຍງານວ່າ ໄດ້ພົບຜູ້ລອດຊີວິດ ທີ່ຕິດນ້ຳຖ້ວມເປັນເວລາເຖິງ 4 ວັນ ແລະ ຊ່ວຍທັງ 15 ຄົນ ພ້ອມໝາ 1 ໂຕ ໄດ້ຢ່າງປອດໄພ ລວມມີເດັກນ້ອຍ 4, ຜູ້ຊາຍ 5, ແມ່ຍິງ 6 ແລະ ຢູ່ໃນທ້ອງ 1 ຄົນ

ໃນຈຳນວນ 15 ຄົນນີ້ ມີຜູ້ປ່ວຍ 2 ຄົນ ທຸກຄົນມີອາການອິດເໝື່ອຍ, ຫິວ ເນື່ອງຈາກອົດອາຫານເປັນເວລາ 4 ວັນນັບຕັ້ງແຕ່ມື້ເກີດເຫດ ທີມກູ້ໄພໄທໄດ້ໃຫ້ການຊ່ວຍເຫຼືອປະຖົມພະຍາຍາມເບື້ອງຕົ້ນໃນພື້ນທີ່ທີ່ປອດໄພ ກ່ອນເຄື່ອນຍ້າຍເຂົ້າຝັ່ງ ແລະ ໄດ້ສົ່ງມອບຜູ້ປະສົບໄພໃຫ້ທີມທະຫານນຳສົ່ງໂຮງໝໍເພື່ອເຮັດການຮັກສາຕໍ່ໄປ

ກູ້ໄພໄທໃຈດຽວກັນ
– ໜ່ວຍງານ W. D. R. T.
– ກູ້ໄພເມດຕາທຳ “ເດັກກ່າ” ຈີໂຫງວເກາະ ກາລະສິນ
– ກູ້ໄພອຸດົມເວດ ຈັງຫວັດຮ້ອຍເອັດ
– ກູ້ໄພຮຸກ 31 ໂຄຣາດ (ທີມດຳນ້ຳ)
– ກູ້ໄພສະຫຍາມນົນ ນົນທະບູລີ
– ກູ້ໄພຮ່ວມໃຈຍະໂສທອນ

ແຫລ່ງຂ່າວຈາກ:  ກູ້ໄພເມດຕາ 1 ລາຍງານ 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...