Homeຂ່າວພາຍ​ໃນສິງກະໂປຊ່ວຍໄພພິບັດນໍ້າຖ້ວມເບື້ອງຕົ້ນ 100.000ໂດລາ ພ້ອມສົ່ງທີມກູ້ເຂົ້າມາສົມທົບ

ສິງກະໂປຊ່ວຍໄພພິບັດນໍ້າຖ້ວມເບື້ອງຕົ້ນ 100.000ໂດລາ ພ້ອມສົ່ງທີມກູ້ເຂົ້າມາສົມທົບ

Published on

ເມື່ອວັນທີ 26 ກໍລະກົດ 2018 ສະຫະປະຊາຊາດປະເມີນຈຳນວນປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມຢ່າງກະທັນຫັນ ຈາກເຫດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ໃນວັນທີ 23 ກໍລະກົດ 2018 ທີ່ຜ່ານມາ ມີຢ່າງໜ້ອຍ 11,777 ຄົນ, ເຮືອນ 223 ຫຼັງ ແລະ ຂົວຢ່າງໜ້ອຍ 14 ແຫ່ງ ໄດ້ຮັບຄວາມເສຍຫາຍ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຖະແຫຼງເມືອວັນພຸດທີ່ຜ່ານມາວ່າ ຍັງມີຜູ້ສູນຫາຍຈາກໄພພິບັດໃນຄັ້ງນີ້ຢ່າງໜ້ອຍ 131 ຄົນ ແລະ ປະຊາຊົນກວ່າ 3,000ຄົນ ຕ້ອງການຄວາມຊ່ວຍເຫຼືອ ແຕ່ທ່ານນາຍົກບໍ່ໄດ້ໃຫ້ຂໍ້ມູນຊັດເຈນກ່ຽວກັບຕົວເລກຜູ້ເສຍຊີວິດ ຕາມລາຍງານຈາກທາງການແຂວງ ອັດຕະປື ໃຫ້ຮູ້ວ່າ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 26 ຄົນ.

ໃນຂະນະດຽວກັນ ສະຫະພັນກາແດງ ແລະ ເດືອນສ້ຽວສາກົນ (International Federation of Red Cross & Red Crescent Societies, IFRC) ລາຍງານການສົ່ງຄະນະເດີນທາງມາທີ່ ສປປ ລາວ ເພື່ອຮ່ວມມືກັບອົງການກາແດງ ໃນການຊ່ວຍເຫຼືອຜູ້ປະສົບໄພ ເຊັ່ນດຽວກັບລັດຖະບານສິງໂປ ທີ່ປະກາດສົ່ງທີມສະໜັບສະໜູນພາລະກິດຂອງອົງການກາແດງໃນລາວ ພ້ອມທັງບໍລິຈາກເງິນຊ່ວຍເຫຼືອເບື້ອງຕົ້ນ 100,000 ໂດລາ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...