Homeຂ່າວພາຍ​ໃນທ່ານນາຍົກລົງພື້ນທີ່ປະສົບໄພ ເພື່ອຊີ້ນຳ ແລະ ຕິດຕາມການຊ່ວຍເຫລືອຢ່າງໃຫ້ຊິດ

ທ່ານນາຍົກລົງພື້ນທີ່ປະສົບໄພ ເພື່ອຊີ້ນຳ ແລະ ຕິດຕາມການຊ່ວຍເຫລືອຢ່າງໃຫ້ຊິດ

Published on

ວັນທີ 24 ກໍລະກົດ 2018 ທີ່ຜ່ານມາ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມຄະນະໄດ້ລົງພ້ນທີ່ ເພື່ອຊີ້ນຳ ແລະ ຕິດຕາມການຊ່ວຍເຫລືອຢ່າງໃຫ້ຊິດ

ທ່ານ ເລັດ ໄຊຍະພອນ ເຂົ້າແຂວງໆ ອັດຕະປື ໃຫ້ສຳພາດກັບທາງທີມງານຂ່າວ ເສດຖະກິດ-ການຄ້າຜ່ານໂທລະສັບວ່າ: ບ້ານເຮືອນປະຊາຊົນທີ່ຢູ່ໃກ້ແຄມແມ່ນ້ຳເຊປຽນໄດ້ຮັບຜົນກະທົບຢ່າງໜັກ ເປັນຕົ້ນແມ່ນ ບ້ານໃໝ່, ບ້ານຫີນລາດ, ບ້ານທ່າແສງຈັນ, ບ້ານຕະໝໍຍອດ, ບ້ານທ່ານຫີນໃຕ້, ບ້ານທ່າບົກ ແລະ ບ້ານທ່າມ່ວງ ເມືອງສະໜາມໄຊ ແຂວງອັດຕະປື ທັນທີທີ່ຊາບຂ່າວທາງອົງການປົກຄອງແຂວງ ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເພື່ອເຂົ້າໃຫ້ການຊ່ວຍເຫຼືອປະຊາຊົນຢ່າງຮີບດ່ວນຄັ້ງແຕ່ຄ່ຳຄືນຂອງວັນທີ 23 ກໍລະກົດ 2018 ແຕ່ມາຮອດປັດຈຸບັນ ແມ່ນຍັງບໍ່ສາມາດເຂົ້າຊ່ວຍເຫຼືອປະຊາຊົນໄດ້ໝົດ ເນື່ອງຈາກເຂດທີ່ໄດ້ຮັບຜົນກະທົບມີນ້ຳໄຫລແຮງກວມພ້ນທີ່ເປັນວົງກວ້າງ, ປະລິມານນ້ຳຍັງບໍ່ຫຼຸດລົງ ເຮັດໃຫ້ເຮືອທີ່ຈະເດີນທາງໄປຊ່ວຍບໍ່ສາມາດເຂົ້າໄປພື້ນທີ່ດັ່່ງກ່າວນັ້ນໄດ້,​ ຍັງມີປະຊາຊົນຈຳນວນຫຼາຍທີ່ຕິດຢູ່ຕາມຫຼັງຄາເຮືອນ ແລະ  ປາຍຕົ້ນໄມ້.

ຕາມການແຈ້ງການຂອງຫ້ອງວ່າການແຂວງອັດຕະປື ລາຍງານໃຫ້ຮູ້ຕື່ມວ່າ ນັບແຕ່ເວລາ 20:00 ໂມງ ຂອງວັນທີ 23 ກໍລະກົດ 2018 ຈົນເຖິງປັດຈຸບັນ ຄະນະພັກ-ອຳນາດການປົກຄອງທຸກຂັ້ນ ພ້ອມດ້ວຍພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນທົ່ວແຂວງ ຮວມທັງແຂວງໃກ້ຄຽງ ເຊັ່ນ: ຈຳປາສັກ, ເຊກອງ ແມ່ນໄດ້ສຸມໃສ່ຊ່ວຍເຫຼືອຈົນສຸດຄວາມສາມາດ,​ແຕ່ກໍ່ເປັນເຫດການສຸດວິໄສ ຊ່ວຍບໍ່ໄດ້ໝົດທຸກຄົນໃນເວລາຈຳກັດ.

ນັກຂ່າວທ້ອງຖິ່ນປະຈຳພາກສະໜາມລາຍງານໃນເວລາປະມານ 16:00 ໂມງ ວ່າລັດຖະບານໄດ້ນຳເຮືອບິນເຮລິຄອບເຕີ 2 ລຳ ເຂົ້າມາຊ່ວຍເພີ່ມເຕີມ,​ ສົມທົບກັບເຮືອກູ້ຊີບທີ່ປະຈຳຢູ່ພື້ນທີ່ກ່ອນໜ້ານີ້ ໂດຍຍົນໄດ້ເຮັດການບິນສຳຫຼວດຫາຈຸດເປົ້າໝາຍ ແລະ ທະຍອຍຊ່ວຍເຫຼືອປະຊາຊົນທີຕົກຄ້າງຢູ່ບໍ່ຕ່ຳກວ່າ 200-300 ຄົນ ເຊິ່ງທີມໜ່ວຍກູ້ໄພກຳລັງເລັ່ງຕິດຕາມຄົ້ນຫາຕໍ່ໄປ. ເຊິ່ງປັດຈຸບັນມີລາຍງານມີປະຊາຊົນຂາດທີ່ຢູ່ອາໃສກວ່າ 6,600ຄົນ ແລະ ຕົວເລກຜູ້ສູນຫາຍຢ່າງບໍ່ເປັນທາງການຫຼາກວ່າ 200 ຄົນ ສ່ວນຕົວເລກຜຜູ້ເສຍຊີວິດຍັງບໍ່ມີຕົວເລກແນ່ນອນເທື່ອ.

 

ແຫລ່ງຂ່າວ: ເສດຖະກິດ-ການຄ້າ

 

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...