Homeຂ່າວຕ່າງປະເທດຄົບຮອບ 13 ປີ ເຫດການ 9/11 ຕຶກເວີນເທຣດເຊັນເຕີ້ຖະຫລົ່ມ ສະເທືອນຂັວນຄົນທັງໂລກ!

ຄົບຮອບ 13 ປີ ເຫດການ 9/11 ຕຶກເວີນເທຣດເຊັນເຕີ້ຖະຫລົ່ມ ສະເທືອນຂັວນຄົນທັງໂລກ!

Published on

 

ຕຶກເວີນເທຣດເຊັນເຕີ້ຖະຫລົ່ມ ໃນມະຫານະຄອນນິວຢອກ ຫລື ເຫດການ 9/11 ເຊິ່ງເກີດຂຶ້ນເມື່ອວັນທີ 11/09/2001

ໂດຍໃນປີນີ້ແມ່ນຄົບຮອບ 13 ປີພໍດີ ທາງທີມງານລາວໂພສຕ໌ ຈິ່ງຮວບຮວມເຫດການດັ່ງກ່າວ ເພື່ອລະນຶກເຖິງໂສກ

ນາຕະກຳສຸດໂຫດ ທີ່ທົ່ວໂລກຕ້ອງຕົກຕະລຶງຕະຫລອດການ.

 

ຍ້ອນຫຼັງຄືນໄປຈາກນີ້ 13 ປີ ຄືໃນວັນທີ 11​ ກັນຍາ 2001 ໃນຂະນະທີ່ຊາວເມືອງນິວຢອກ ສະຫະລັດອາເມຣິກາ ໃຊ້ຊີວິດ

ຕາມປົກກະຕິຢ່າງເຊັ່ນທຸກໆວັນ, ແຕ່ຢູ່ບໍ່ຢູ່ກໍກໍເກີດເຫດການທີ່ບໍ່ຄາດຄິດ ສະເທືອນຂັວນຊາວອາເມຣິກັນ ກໍຄືຜູ້ຄົນ

ໃນທົ່ວໂລກ ເມື່ອກຸ່ມກໍ່ການຮ້າຍຈຳນວນ 19 ຄົນ ໄດ້ທຳການຍຶດເຮືອບິນພານິດ 4 ລຳ ແລ້ວບັງຄັບໃຫ້ເຮືອບິນ 2 ລຳ

ບິນຕຳເຂົ້າຕຶກອາຄານເວີນເທຣດເຊັນເຕີ້ ເຊິ່ງເປັນສັນຍາລັກຂອງມະຫານະຄອນນິວຢອກ ທີ່ມີພະນັກງານເຮັດວຽກ

ຢູ່ກ່ວາ 50,000​ ຄົນ ໂດຍແຮງຕຳຂອງເຮືອບິນ ໄດ້ເຮັດໃຫ້ຕຶກອາຄານພັງຖະຫລົ່ມລົງ ແລະ ເກີດເພີງໄໝ້ ສົ່ງຄັວນ

ລອຍປຸ້ມຂຶ້ນສູ່ທ້ອງຟ້າ ໃນຂະນະທີ່ຜູ້ຄົນທີ່ຢູ່ພາຍໃນຕຶກ ແລະ ພາຍໃນບໍລິເວນດັ່ງກ່າວ ກໍພາກັນປົບໜີຕາຍກັນຢ່າງ

ສົນລະວົນ.

 

YEAREND PICTURES 2001.

 

ເຫດການໂສກນາຕະກຳໃນຄັ້ງນັ້ນ ໄດ້ພາກຊີວິດຜູ້ຄົນໄປກ່ວາ 3 ພັນຄົນ ແລະ ໃນນັ້ນຍັງບໍ່ທັນລວມເຖິງ 1 ພັນຄົນ

ທີ່ສູນຫາຍ ໂດຍບໍ່ພົບແມ່ນແຕ່ຊາກສົບຈາກເຫດການດັ່ງກ່າວເລີຍ, ສ່ວນຜູ້ກໍ່ການຮ້າຍຈຳນວນ 19 ຄົນ ແມ່ນໄດ້

ວາງແຜນສະລະຊີບຂອງຕົນເອງ ເພື່ອພາລະກິດດັ່ງກ່າວນີ້ໂດຍສະເພາະ.

 

ພາຍຫລັງເຫດການດັ່ງກ່າວບໍ່ດົນ ທາງການສະຫະລັດກໍສາມາດສືບຮູ້ວ່າ ເຫດການສະເທືອນຂັວນຄັ້ງນີ້ ເປັນຝີມືຂອງ

ກຸ່ມກໍ່ການຮ້າຍອັນກໍອິດະ ເຊິ່ງນຳໂດຍ ອຸຊາມະ ບິນລາ ດິນ ເຊິ່ງຕໍ່ມາໄດ້ກາຍເປັນຜູ້ກໍ່ການຮ້າຍທີ່ສະຫະລັດຕ້ອງການ

ໂຕຫລາຍທີ່ສຸດໃນໂລກ ແລະ ເຂົາກໍເປັນຜູ້ກໍ່ການຮ້າຍທີ່ຕາມລ່າຫາໂຕຍາກທີ່ສຸດໃນໂລກເຊັ່ນດຽວກັນ.

 

ຈົນເມື່ອເຫດການດັ່ງກ່າວຜ່ານກາຍມາເປັນເວລາ 10 ປີ ຄືຮອດເດືອນພຶດສະພາ ປີ 2011 ທາງການສະຫະລັດອາເມຣິ

ກາ ກໍໄດ້ອອກມາຖະແຫລງການຢ່າງເປັນທາງການວ່າ ອຸຊາມະ ບິນລາ ດິນ  ໄດ້ເສຍຊີວິດລົງແລ້ວ ຈາກປະຕິບັດການ

ທາງການທະຫານຂອງສະຫະລັດ ເຊິ່ງເປັນຂ່າວທີ່ໂດ່ງດັງໄປໃນທົ່ວໂລກ.

 

ຢ່າງໃດກໍຕາມ ຄວາມສຳເລັດໃນການສັງຫານ ອຸຊາມະ ບິນ ລາດິນ ບໍ່ໄດ້ເຮັດໃຫ້ເຫດການ 9/11 ຖືກລຶບອອກໄປຈາກ

ຄວາມຊົງຈຳຂອງຊາວອາເມຣິກັນເລີຍ ເພາະນັບຕັ້ງແຕ່ເກີດເຫດນັ້ນມາ ໃນທຸກໆປີເມື່ອຮອດວັນທີ 11​ ກັນຍາ ກໍຈະມີ

ກິດຈະກຳລະນຶກເຖິງເຫດການດັ່ງກ່າວຢ່າງເປັນປະຈຳ.

 

DSC07756

DSC07786

DSC07796

 

13943

 

 

DSC07806

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...