spot_img
Homeຂ່າວທ້ອງຖິ່ນປະກາດວົງທີ່ໄດ້ເຂົ້າຮອບປະກວດແຂ່ງຮ້ອງເພງ Beerlao band season 3 !

ປະກາດວົງທີ່ໄດ້ເຂົ້າຮອບປະກວດແຂ່ງຮ້ອງເພງ Beerlao band season 3 !

Published on

ເມື່ອວັນທີ 7\7\2018 ໄດ້ມີການແຂ່ງຂັນ Beerlao band challenge season 3 ທີ່ບອກເລີຍວ່າຈັດປີໃດກໍ່ຜົນຕອບຮັບດີທຸກປີຫຼາຍຄົນຄົງຮູ້ແລ້ວວ່າແຊ໋ມປີກາຍນີ້ນັ້ນກໍ່ຄືວົງ Dynamic ແຊ໋ມປີ(2017) ແລະ ປີ 2016 ແມ່ນວົງ Yes ທີ່ອອກຜົນງານເພງດັງນັ້ນກໍ່ຄືເພງຜິດ ດັງໄປທົ່ວບ້ານທົ່ວເມືອງອີ່ຫຼີ ເຊິ່ງປີນີ້ກໍ່ຈັດທີ່ສະຖານທີ່ເກົ່ານັ້ນກໍ່ຄືສູນການຄ້າລາວໄອເຕັກຕຶກໃໝ່ຊັ້ນ 7 ມີທັງໝົດ 24 ວົງເຂົ້າຮ່ວມການແຂ່ງຂັນຫຼືວ່າຄັດມາແລ້ວເປັນຮອບຮອງຊະນະເລີດເຊິ່ງວ່າວົງທີ່ໄດ້ເຂົ້າຮອບການແຂ່ງຂັນດັ່ງກ່າວມີວົງ

1.B05-GTD (ປຸ່ມທອງ)
2.B08-XZ (ປຸ່ມທອງ)
3.B13 Raw90 (ປຸ່ມທອງ)
4.B20The Spark (ປຸ່ມທອງ)
5.B21 X-Amy (ປຸ່ມທອງ)
6.B22 ກິຫລອຍ (ປຸ່ມທອງ)
7. B10-The one punch
8. B19-ZN
9. B11-ສອງຄີເຄິ່ງ
10. B07-Performance
11. B12-ປະປົນ
12. B09-ມົດແດງຊາຍ
13. B16- Six Sense

ທາງທີມງານເຮົາໄດ້ໄປສໍາພາດນັກຮ້ອງສາວສຽງດີສາວນໍ້າຝົນທີ່ຮັບໜ້າທີ່ເປັນພິທີກອນໃນງານປະກວດໃນຄັ້ງນີ້ : Beerlao band challenge season3 ໃນປີນີ້ຖືວ່າເປັນອີກປີ1 ທີ່ຄຶກຄີ້ນຫລາຍ ນັກດົນຕີ ແລະ ນັກຮ້ອງ ທີ່ເຂົ້າມາປະກວດຖືວ່າມີຄວາມສາມາດເກືອບເທົ່າມືອາຊີບ ມາພ້ອມຄວາມມັກຮັກໃນດົນຕີ ແລະ ກຽມພ້ອມມາດີສົມຄວນຈົນກຳມະການຕັດສິນຍາກເພາະວົງໃດກໍມີເອກະລັກຂອງໃຜມັນທີ່ເເຕກຕ່າງກັນອອກໄປ ການຈັດງານໃນປີນີ້ກໍເວົ້າໄດ້ວ່າຍິ່ງໃຫຍ່ອະລັງການ ທັງເຄື່ອງສຽງ ໄຟ ແສງ ສີ ຄືກັບໄປເບິ່ງຄອນເສີດໃຫຍ່ໆເລີຍ ທີ 21 ເປັນມື້ຊິງຊະນະເລີດແລ້ວມາລຸ້ນນຳກັນວ່າວົງໃດຈະໄດ້ລາງວັນຊະນະເລີດ ແລະ ກ້າວເຂົ້າເປັນສິນລະປິນໜ້າໃຫມ່ຂອງປະເທດລາວເຮົາ

ສໍາພາດຄະນະກໍາມະການອ້າຍສັກວົງເຊວ : ສໍາລັບ Beerlao Brand challenge season 3 ປີນີ້ກໍ່ຮູ້ສຶກວ່າມີສິ່ງທີ່ແປກໃໝ່ກໍ່ຄືມີນັກດົນຕີລຸ້ນນ້ອຍໆຫຼາຍຄົນເພີ່ມຂຶ້ນມາໃໝ່ໝາຍເຖິງຄົນທີ່ຫາກໍ່ແອບຫຼິ້ນເລີຍແລ້ວກໍ່ມີຝີມືດີລວມຕົວກັນເປັນພິເສດແລ້ວກໍ່ມີການສັບປ່ຽນຕໍາແໜ່ງບັນດາວົງລຸ້ນເກົ່າໆທີ່ເຄີຍຜ່ານມາແລ້ວມີນັກຮ້ອງມາຈາກໂຄງການແປ໋ບຊີ້ກະເຈົ້າກໍ່ມີບົດບາດສົມຄວນແລ້ວມາສະແດງໄດ້ດີຂຶ້ນແລ້ວນອກຈາກນີ້ຮູ້ສຶກວ່າຄົນລຸ້ນເກົ່າກະເຈົ້າຜິດຫວັງງຈາກປີທໍາອິດແລະປີທີ 2 ກະເຈົ້າກໍ່ໄດ້ມາແຂ່ງອີກຮູ້ສຶກວ່າກະເຈົ້າໄປກຽມໂຕມາຂ້າມສອງປີເພື່ອມາຍາດເອົາລາງວັນໃນປີນີ້ເຊິ່ງວ່າປີນີ້ມີກະຕິການໃຫ້ໃຊ້ເພງລາວທັງໝົດມີທັງຮອບຮອງຊິງແລະຮອບຊິງຊະນະເລີດ ເນື່ອງຈາກວ່າເປັນການແຂ່ງຂັນຢູ່ລາວແລະກະສ້າງຄວາມທ້າທາຍໃໝ່ໃຫ້ກັບບັນດານັກແຂ່ງທີ່ເພງລາວເກົ່າມັນດີຢູ່ແລ້ວມາເຮັດໃຫ້ມັນດີກວ່າເກົ່ານໍາສະເໜີໃນສິ່ງທີ່ຕົນເອງຢາກນໍາສະເໜີອີກຢ່າງໜຶ່ງທີ່ສົນໃຈຫຼາຍກໍ່ຄືເງິນລາງວັນ ວົງທີ່ໄດ້ລາງວັນທີ 1 ແມ່ນຮັບໄປ 50.000.0000 ກີບແບບເຕັມໆເລີຍບໍ່ແມ່ນ 30.000.000 ຫຼື 20.000.000 .

ໄດ້ຍິນຂ່າວມາວ່າໃນງານມ່ວນມັນແຮງພ້ອມກັນນັ້ນກໍາມະການກໍ່ຕັດສິນຢ່າງເອກະພາບກັນແລະພິເສດປີນີ້ມີສອງວົງໄດ້ຄະແນນເທົ່າກັນເລີຍເຂົ້າຮອບໄປ 13 ວົງໂອໂຫ້ນິແລະເຂົາເອີ້ນວ່າຝີມືທັງນັ້ນ ແລ້ວແອດມິນຢາກເຊີນຊວນທຸກຄົນເຂົ້າຮ່ວມເບິ່ງການແຂ່ງຂັນຮອບສຸດທ້າຍທີ່ສູກການຄ້າລາວໄອເຕັກຕຶກໃໝ່ຊັ້ນ 7 ເວລາ 17:00 ວັນທີ 21 ກໍລະກົດ(7) 2018 ເປັນຕົ້ນໄປມາຮ່ວມຊົມແລະເຊຍວົງທີ່ເຈົ້າມັກນໍາກັນເດີ້ວ່າໃຜສິເປັນແຊ໋ມໃນປີນີ້ .

ເຖິງຢ່າງໃດກໍ່ຕາມນັກດົນຕີ ບໍ່ວ່າສິເປັນມືອາຊີບ ມືສະຫມັກຫຼິ້ນໃນປະເທດລາວ ລ້ວນແລ້ວແຕ່ມີຄວາມສາມາດ ມີຄວາມຝັນ ແຕ່ຍັງຂາດພື້ນທີ່ໃນການສະແດງຝີມືອ ທາງເບຍລາວແນມເຫັນຖຶງຄວາມມຸ່ງມັ່ນຕັ້ງໃຈໃນທຸກຄວາມຝັນ ຈຶງລິເລິ່ມເປິດເວທີ Beerlao Band Challenge ນີ້ໃຫ້ຄົນຫນຸ່ມສາວທີ່ມີໃຈຮັກໃນສຽງດົນຕິ ໄດ້ມາສະແດງຄວາມສາມາດ ແລະແລກປ່ຽນຄວາມຄິດຄວາມເຫັນ ພ້ອມກັບພັດທະນາຝີມືລ່ວມກັນ

ເບຍລາວມີຄວາມເຊື່ອມັ່ນວ່າ ທັ້ງນັກດົນຕີແນວຫນ້າຂອງປະເທດ, ຜູ້ຊ່ຽວຊານໃນວົງການ ເຊົ່ນກຳມະການແລະຜູ້ໃຫ້ຄຳປຶກສາ ເຮົາສິສາມາດຮ່ວມກັນປັ້ນຝັນໃຫ້ກັບຫນຸ່ມສາວເຫຼ່ານີ້ ເພື່ອຍົກລະດັບວົງການດົນຕີລາວໃຫ້ມີຊີວິດຊີວາ ແລະມີຄວາມພາກພູມໃຈໃນການເປັນນັກດົນຕີລາວ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...