Homeຂ່າວພາຍ​ໃນກະຊວງການເງິນກວດພົບເຈົ້າໜ້າທີ່ຂອງຕົນລະເມີດກົດລະບຽບເອງ ເສຍຫາຍກວ່າ 10 ຕື້ກີບ

ກະຊວງການເງິນກວດພົບເຈົ້າໜ້າທີ່ຂອງຕົນລະເມີດກົດລະບຽບເອງ ເສຍຫາຍກວ່າ 10 ຕື້ກີບ

Published on

ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ,  ລັດຖະມົນຕີ​ກະຊວງ​ການ​ເງິນ ​ໄດ້​ລາຍ​ງານ ​ຢູ່​ໃນ​ກອງ​ປະຊຸມ​ເປີດ​ກວ້າງ ​ ຄົບ​ຄະ​ນະ​ບໍລິຫານ​ງານ​ພັກ​ກະຊວງ​ການ​ເງິນຄັ້ງ​ທີ 6 ສະ​ໄໝ​ທີ  II ວັນ​ທີ 16 ກໍລະກົດ 2018 ນີ້ວ່າ:  ຜ່ານ​ການ​ຕິດຕາມ​ການ​ກວດກາ  ​ການ​ປະຕິບັດ​ພາລະ​ບົດບາດ,  ໜ້າ​ທີ່​ສິດ​ຂອງ​ຄະນະ​ພັກ​ແຕ່​ລະ​ຂັ້ນ;  ​ໄດ້​ປະຕິບັດ​ລະບອບ​ກວດກາ​ວຽກ​ງານ​ພັກ,  ວຽກ​ງານ​ບໍລິຫານ​ລັດ ​ແລະ ວຽກ​ງານ​ການ​ເງິນ-ງົບປະມານ​ຢູ່​ຂັ້ນ​ສູນ​ກາງ  ​ແລະ ທ້ອງ​ຖິ່ນ. ​ພົບ​ເຫັນ​ການ​ນໍາ​ເຂົ້າ​ນໍ້າມັນ​ເຊື້ອ​ໄຟ ​ ຮັບ​ໃຊ້​ໂຄງການ​ທາງ​ລົດ​ໄຟ​ລາວ-ຈີນ ຄ້າງ  IM 8 ​ແລະ ບໍ 53 (ຢູ່​ສະຫວັນ​ນະ​ເຂດ,  ບໍ່​ແກ້ວ ​ແລະ ຫລວງ​ນໍ້າ​ທາ,  ​ໂດຍ​ມີ​ຄ້າງ​ນໍ້າມັນ 8,1 ລ້ານ​ລິດ,  ພາຫະນະ 1.116 ຄັນ, ອຸປະກອນ​ຮັບ​ໃຊ້​ທາງ​ລົດ​ໄຟ ​ແລະ ອື່ນໆ 1.095 ຊຸດ)  ການ​ປອມ​ແປງ​ເອກະສານ,​  ເກັບ​ເງິນ​ແລ້ວ​ບໍ່​ມອບ,  ມອບ​ບໍ່​ຄົບ​ຖ້ວນ,  ມີ​ການ​ສົມຮູ້​ຮ່ວມຄິດ​ກັບ​ຜູ້​ປະກອບ​ການ,  ຈ່າຍ​ເງິນ​ລ່ວງ​ໜ້າ​ໃນ​ລະບົບ​ຄັງ​ເງິນ​ບໍ່​ຖືກຕ້ອງ,  ຈ່າຍ​ນອກ​ແຜນ ​ແລະ ອື່ນໆ.  ທີ່​ເຮັດ​ໃຫ້ລາຍ​ຮັບ-ລາຍ​ຈ່າຍ​ງົບປະມານ ​ຕົກ​ເຮ່ຍ​ເສຍ​ຫາຍຫລາຍກວ່າ 10 ຕື້​ກີບ,  ​ເກັບ​ໄດ້​ຄືນ​ແລ້ວ 2,6 ຕື້​ກີບ,  ຍັງ​ຄ້າງ​ເປັນ​ເງິນ​ກີບ 8,4 ຕື້​ກີບ  ​ແລະ ​ເປັນ​ເງິນ​ໂດ​ລາ 135.631 ​ໂດ​ລາສະຫະລັດ. ນອກ​ນັ້ນ, ​ຍັງ​ກວດ​ພົບ​ເຫັນ​ພະນັກງານ​ຕິດ​ພັນ​ກັບ​ການ​ສໍ້​ລາດ​ບັງ​ຫລວງ​ຈໍານວນ 13 ຄົນ,  ຊຶ່ງ​ກໍາລັງ​ດໍາ​ເນີນ​ຂັ້ນ​ຕອນ​ສືບ​ສວນ-ສອບ​ສວນ.  ພ້ອມ​ນັ້ນ​ໄດ້​ຮັບ​ຄໍາ​ຮ້ອງ​ຄໍາ​ສະ​ເໜີ​ທັງ​ໝົດ ​ຈໍານວນ 15 ສະບັບ, ມີ​ການ​ແກ້​ໄຂ​ໄດ້​ຈໍານວນ 4 ສະບັບ  ​ແລະ ພວມ​ດໍາ​ເນີນ​ການ​ແກ້​ໄຂ​ຈໍານວນ 11 ສະບັບ.

ທ່ານ ສົມ​ດີ ດວງດີ ກ່າວ​ຕື່ມ​ວ່າ:  ຜ່ານ​ມາຄະ​ນະ​ພັກກະຊວງ​ການ​ເງິນ​  ກໍໄດ້​ຖື​ເອົາ​ວຽກ​ງານ​ກວດກາ​ພັກ-ລັດ  ​ເປັນ​ວຽກ​ງານ​ຈຸດ​ສຸມ​ຂອງ​ການ​ນໍາພາ​ຂອງ​ພັກ,  ​ໂດຍ​ສຸມ​ໃສ່​ແກ້​ໄຂ​ຈຸດ​ອ່ອນ​ຂອງ​ວຽກ​ງານ​ກວດກາ​​ໃນ​ໄລຍະ​ຜ່ານ​ມາ  ​ແລະ ​ເພື່ອ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ ຂອງ​ຄະນະ​ພັກ​ແຕ່ລະ​ຂັ້ນ ​ໃນ​ການ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ນິຕິ​ກໍາ​ຕ່າງໆ,  ພັດທະນາ​ຂະ​ແໜ​ງການ​ເງິນ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ,  ມີ​ວິ​ໄນ​ເຂັ້ມ​ງວດ, ມີ​ຄວາມ​ໂປ່​ງ​ໃສ ​ແລະ ຍຸຕິ​ທໍາ  ​ສາມາດ​ແກ້​ໄຂ​ບັນຫາ​ຫຍໍ້​ທໍ້​ຕ່າງໆ  ​ແຕ່​ສູນ​ກາງ​ຮອດ​ທ້ອງ​ຖິ່ນ, ​ໄດ້​ອອກ 10 ຂໍ້​ຫ້າມ​ຕໍ່​ພະນັກງານ-ລັດຖະກອນ​ຂະ​ແໜງ​ການ​ເງິນ  ​ແລະ ​ໄດ້ຕິດ​ຕັ້ງຕູ້​ຮັບ​ຄໍາ​ຮ້ອງ​ຄໍາ​ສະ​ເໜີ​ ຈໍານວນ 10 ຈຸດ  ​ແລະ ​ເປີດ​ສາຍ​ດ່ວນ 1519 ​ເພື່ອ​ຮັບ​ຟັງ​ຄວາມ​ຄິດເຫັນ.

 

ຂ່າວ: ຂັນ​ໄຊ, ພາບ:​ ເກດ  (ສຳນັກຂ່າວສານປະເທດລາວ)

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...