Home​ຂ່າວບັນເທິງອາເລັກຊານດຣາ ຂໍຖອນຕົວຈາກຕຳແໜ່ງອຳນວຍການກອງປະກວດ ມິສຢູນິເວີສລາວ

ອາເລັກຊານດຣາ ຂໍຖອນຕົວຈາກຕຳແໜ່ງອຳນວຍການກອງປະກວດ ມິສຢູນິເວີສລາວ

Published on

ເປັນອີກຂ່າວທີ່ສ້າງຄວາມຕົກໃຈໃຫ້ກັບກອງປະກວດ ມິສຢູນິເວີສລາວ 2018 ເມື່ອ ສີລະປິນສາວ “ອາເລັກຊານດຣາ ບຸນຊ່ວຍ” ຫາກໍ່ໄດ້ຮັບຕຳແໜ່ງອຳນວຍການກອງປະກວດ ມິສຢູນິເວີສລາວ 2018 ໄດ້ບໍ່ດົນ ຂໍຖອນຕົວອອກຈາກຕຳແໜ່ງ ເຊິ່ງເມື່ອວັນທີ 12 ກໍລະກົດ 2018 ນາງໄດ້ແຈ້ງໜັງສືຜ່ານເຟສບຸກສ່ວນຕົວຂອງນາງ  Alexandra Laos ໂດຍໃຫ້ເຫດຜົນວ່າ “ເນື່ອງຈາກວ່າການປະສານງານຈາກພາກສ່ວນຕ່າງໆບໍ່ມີຄວາມພ້ອມ ແລະ ບໍ່ມີຄວາມຊັດເຈນ, ດັ່ງນັ້ນ ຂ້າເຈົ້າຈິ່ງຂໍແຈ້ງນັບຕັ້ງແຕ່ມື້ວັນທີ 12 ກໍລະກົດ 2018 ນີ້ເປັນຕົ້ນໄປ ຂ້າພະເຈົ້າຂໍຖອນຕົວອອກຈາກການເປັນອຳນວຍການກອງປະກວດ ມສຢູນິເວີສລາວ 2018 ຢ່າງເປັນທາງການ”

ເຊິ່ງຫຼັງຈາກນາງໄດ້ໂພສເອກະສານນີ້ຜ່ານເຟສບຸກ ກໍ່ມີຄົນເຂົ້າມາສະແດງຄວາມຄິດເຫັນເປັນຈຳນວນຫຼາຍ ບາງຄົນກໍ່ໃຫ້ຄວາມຄິດເຫັນບອກວ່າໜ້າເສຍດາຍ ເພາະຕຳແໜ່ງນີ້ເໝາະສົມກັບອາເລັກຊານດຣາທີ່ສຸດ ແລະ ບາງກຸ່ມກໍ່ຕ້ອງການຮູ້ເຫດຜົນແທ້ຈິງທີ່ເຮັດໃຫ້ນັກຮ້ອງສາວຄົນນີ້ຕັດສິນໃຈລາອອກ

ເອົາເປັນວ່າເລື່ອງນີ້ຕ້ອງຕິດຕາມກັນຕໍ່ໄປ ສຳລັບຜູ້ອຳນວຍການກອງປະກວດຄົນໃໝ່ຈະເປັນໃຜທີ່ຈະເຂົ້າມາຈັດການ ແລະ ແນວທາງກອງປະກວດຈະດຳເນີນໄປໃນຮູບແບບໃດ ປີນີ້ເວທີມິສຢູນິເວີສລາວ 2018 ຈະເກີດ ຫຼື ບໍ່ເຮົາຕ້ອງຕິດຕາມໄປພ້ອມກັນ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...