Homeຂ່າວຕ່າງປະເທດຜົນການເຈລະຈາສະຫະລັດ-ເກົາຫຼີເໜືອມີແວວຍົກເລີກການປົດອາວຸດນິວເຄລຍ

ຜົນການເຈລະຈາສະຫະລັດ-ເກົາຫຼີເໜືອມີແວວຍົກເລີກການປົດອາວຸດນິວເຄລຍ

Published on

ເມື່ອວັນທີ 8 ກໍລະກົດ 2018 ເອພີລາຍງານຜົນການເຈລະຈາລະຫວ່າງຄະນະຜູ້ແທນຈາກສະຫະລັດອາເມລິກາ ກັບລັດຖະບານເກົາຫຼີເໜືອ ທີ່ເປີດບ້ານຕ້ອນຮັບ ວ່າຜົນການເຈລະຈາຈົບລົງແບບບໍ່ໜ້າພໍໃຈ ຈົນເຖິງຂັ້ນອາດຍົກເລີກຄວາມຕັ້ງໃຈທີ່ຈະປົດອາວຸດທັງທີ່ເມື່ອກ່ອນເຄີຍຈິງຈັງມາກ່ອນ ນອກຈາກນີ້ເກົາຫຼີເໜືອຍັງຖະແຫຼງວ່າ ໜ້າເສຍໃຈ ແລະ ກ່າວຫາຂໍ້ຮຽກຮ້ອງຂອງອາເມລິກາວ່າມີລັກສະນະຄືນັກນັກເລງໃຫຍ່.

ການຢ້ຽມຢາມນະຄອນຫຼວງປຽງຢາງ ເກົາຫຼີເໜືອສອງມື້ຂອງ ທ່ານ ພອມເພໂອ ລັດຖະມົນຕີກະຊວງການຕ່າງປະເທດຂອງອາເມລິກາ ຄັ້ງນີ້ບໍ່ໄດ້ເຂົ້າພົບກັບທ່ານ ຄິມຈອງອຶນ ແຕ່ມີການເຂົ້າປຶກສາຫາລືໃນຫົວຂໍ້ປົດອາວຸດນິວເຄລຍ ແລະ ການສົ່ງກັບສົບທະຫານຊາວອາເມລິກາທີ່ເສຍຊີວິດໃນສົງຄາມເກົາຫຼີ.

ຫຼັງການປະຊຸມສຳເລັດບໍ່ພໍເທົ່າໃດຊົ່ວໂມງ ກະຊວງການຕ່າງປະເທດເກົາຫຼີເໜືອອອກຖະແຫຼງຕຳນິຝ່າຍສະຫະລັດວ່າ ຫັກຫຼັງນິມິດໝາຍອັນດີໃນການພົບປະລະຫວ່າງທ່ານ ໂດນັລ ທຣັມ ຜູ້ນຳສະຫະລັດ ກັບ ທ່ານ ຄິມຈອງອຶນ ດ້ວຍການຮຽກຮ້ອງຄືກັບຕົນເອງເປັນນັກເລງໃຫຍ່ໃນເລື່ອງການປົດອາວຸດນິວເຄລຍແບບຮາກແຕກ.

“ເຮົາຄາດຫວັງວ່າທາງສະຫະລັດຈະນຳສະເໜີມາດຕະການທີ່ສ້າງສັນທີ່ຈະຊ່ວຍສ້າງຄວາມເຊື່ອໝັ້ນຈາກນິມິດໝາຍອັນດີໃນການປະຊຸມຜູ້ນຳ ເຮົາຍັງຄິດເຖິງການຫາມາດຕະການທີ່ຕ່າງຕອບແທນກັນ”  ໂຄສົກກະຊວງການຕ່າງປະເທດເກົາຫຼີເໜືອຖະແຫຼງຜ່ານສຳນັກຂ່າວກາງເກົາຫຼີເໜືອ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...