Homeຂ່າວຕ່າງປະເທດຍີ່ປຸ່ນເຕີອນໄພສູງສຸດ! ນ້ຳຖ້ວມ 8 ແຂວງ ເສຍຊິດ 90 ອົບພະຍົບ 2 ລ້ານຄົນ

ຍີ່ປຸ່ນເຕີອນໄພສູງສຸດ! ນ້ຳຖ້ວມ 8 ແຂວງ ເສຍຊິດ 90 ອົບພະຍົບ 2 ລ້ານຄົນ

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ ສະພາບເຫດການນ້ຳຖ້ວມໃນພື້ນທີ່ຕອນກາງ ແລະ ທາງຕະເວັນອອກຂອງປະເທດຍີ່ປຸ່ນ ຍັງໜ້າເປັນຫ່ວງ ທາງການເລັ່ງສົ່ງຄວາມຊ່ວຍເຫຼືອໃນພື້ນທີ່ຫຼາຍໝູ່ບ້ານທີ່ຍັງມີລະດັບນ້ຳຖ້ວມຂັງສູງ ເຖິງແມ່ນວ່າຂະນະນີ້ປະລິມານນ້ຳຝົນໄດ້ຫຼຸດລົງໄປແລ້ວ ແຕ່ຄາດການວ່າຝົນຈະຕົກລົງມາອີກຮອບໃໝ່

ນາຍົກລັດຖະມົນຕີຍີ່ປຸ່ນໄດ້ຮຽກປະຊຸມຫາລື ກັບຄະນະລັດຖະມົນຕີ ເພື່ອຮັບມືກັບສະພາບເຫດການອຸທົກກະໄພນີ້ ໂດຍປະກາດໃຫ້ຄວາມຊ່ວຍເຫຼືອປະຊາຊົນຢ່າງຮີບດ່ວນ ຫຼັງຈາກລະດັບນ້ຳຍັງຄົງທີ່ ແລະ ມີຍອດຜູ້ເສຍຊີວິເພີ່ມຂຶ້ນຫຼາຍກວ່າ 90 ຄົນ ແລະ ຍັງມີຜູ້ສູນຫາຍອີກ 58 ຄົນ, ມີປະຊາຊົນກວ່າ 500,000ຄົນໄດ້ຮັບຜົນກະທົບ ທາງການໄດ້ສັ່ງອົບພະຍົບປະຊາຊົນເພີ່ມເປັນ 2 ລ້ານຄົນອອກຈາກພື້ນທີ່ສ່ຽງໄພ ນັບເປັນເຫດການໄພພິບັດທາງທຳມະຊາດທີ່່ຮ້າຍແຮງໃນຮອບ 4 ປີຂອງຍີ່ປຸ່ນ ເຊິ່ງທາງສຳນັກກົມອຸຕຸນິຍົມວິທະຍາຂອງຍີ່ປຸ່ນຍັງປະກາດເຕືອນນ້ຳຖ້ວມ ແລະ ດິນຖະລົ່ມ ໃນລະດັບສູງສຸດໃນຫຼາຍໆພື້ນທີ່ຕອນກາງ ແລະ ທາງຕະເວັນອອກຂອງປະເທດ

ສື່ຫຼາຍສຳນັກລາຍງານວ່າ ໄພພິບັດດັ່ງກ່າວກຳລັງເກີດຂຶ້ນກັບ 8 ແຂວງ ຮວມທັງໂຕກຽວ ແລະ ຮີໂຣຊິມາ ທາງດ້ານ ທ່ານ ສິນໂສະ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນ ໄດ້ສັ່ງໃຫ້ເຈົ້າໜ້າກວ່າ 54,000 ຄົນອອກປະຕິບັດໜ້າທີ່ໃນການຄົ້ນຫາ ແລະ ກູ້ໄພ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...