Homeຂ່າວຕ່າງປະເທດຍີ່ປຸ່ນນຳສົ່ງຈະຫລວດສູ່ວົງໂຄຈອນ ແຕ່ຫລັງຈາກປ່ອຍໄດ້ພຽງຫນ້ອຍດຽວ ກໍເກີດລະເບີດແຕກຂື້ນຢ່າງຮຸນແຮງ (ມີວິດີໂອ)

ຍີ່ປຸ່ນນຳສົ່ງຈະຫລວດສູ່ວົງໂຄຈອນ ແຕ່ຫລັງຈາກປ່ອຍໄດ້ພຽງຫນ້ອຍດຽວ ກໍເກີດລະເບີດແຕກຂື້ນຢ່າງຮຸນແຮງ (ມີວິດີໂອ)

Published on

ຍີ່ປຸ່ນຍິງຈະຫລວດຊື່ງພັດທະນາໂດຍນັກທຸລະກິດຍີ່ປຸ່ນຂື້ນສູ່ອະວາກາດ ແຕ່ຫລັງຈາກທີ່ຍິງອອກໄປໄດ້ຫນ້ອຍດຽວ ຈະຫລວດກໍຕົກລົງມາໃສ່ຖານຍິງເຮັດໃຫ້ເກີດລະເບີດ ແຕ່ບໍ່ມີຜູ້ໄດ້ຮັບບາດເຈັບ.

ສຳນັກຂ່າວຕ່າງປະເທດລາຍງານວ່າ ຈະຫລວດອະວາກາດ MOMO-2 ຊື່ງພັດທະນາໂດຍ ທາຄາຟູມິ ໂຮລິເອະ, ຜູ້ກໍ່ຕັ້ງບໍລິສັດເຕັກໂນໂລຊີອະວາກາດ Interstellar Technologies ໄດ້ປ່ອຍຈະຫລວດໄປສູ່ວົງໂຄຈອນໂລກ ໃນ ເມື່ອວັນທີ 30 ມິຖຸນາ. ແຕ່ພາຍຫລັງປ່ອຍຂື້ນໄປໄດ້ພຽງຫນ້ອຍດຽວກໍຕົກລົງມາໃສ່ຖານຈົນເກີດລະເບີດ ຕໍ່ຫນ້າຜູ້ຄົນເປັນຈຳນວນຫລວງຫລາຍທີ່ມານັ່ງລໍຖ້າເບີ່ງ. ປະຈຸບັນແມ່ນບໍ່ມີລາຍງານຜູ້ໄດ້ຮັບບາດເຈັບຈາກເຫດການໃນຄັ້ງນີ້.

ຕາມການກຳນົດທີ່ວາງໄວ້, ຈະຫລວດອະວາກາດ MOMO-2 ຄວາມຍາວ 10 ກວ່າແມັດ ຈະຖືກນຳສົ່ງຍິງອອກໄປສູ່ວົງໂຄຈອນໂລກ ເພື່ອສົ່ງອຸປະກອນສັງເກດການຢູ່ທີ່ຄວາມສູງ 100 ກິໂລແມັດ ແລະ ເປັນຈະຫລວດອະວາກາດທີ່ໄດ້ຮັບການສະຫນັບສະໜູນຈາກບໍລິສັດເອກະຊົນເປັນເທື່ອທຳອິດທີ່ໄດ້ອອກສູ່ອະວາກາດ ແຕ່ພາລະກິດນີ້ກໍບໍ່ເປັນຜົນ. ຄວາມພະຍາຍາມໃນການສົ່ງຈະຫລວດອອກສູ່ອະວາກາດຂອງພາກເອກະຊົນຍີ່ປຸ່ນແມ່ນບໍ່ເປັນໄປຕາມທີ່ຄາດການມາໂດຍຕະຫລອດ ເມື່ອທຽບກັບຜົນງານຂອງສຳນັກງານສຳຫລວດອະວາກາດຍີ່ປຸ່ນ JAEA ຂອງລັດຖະບານ.

Interstellar Technologies ເຄີຍພະຍາຍາມຍິງຈະຫລວດ MOMO-2 ເມື່ອເດືອນກໍລະກົດ 2017 ແຕ່ຂາດການຕິດຕໍ່ຈະຫລວດພຽງນາທີດຽວຫລັງຈາກທີ່ປ່ອຍອອກໄປ.

 

 

 

ແຫລ່ງຂ່າວຕ່າງປະເທດ: TRN

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...