Homeຂ່າວຕ່າງປະເທດໄຂ້ຫວັດນົກລະບາດໃນຟາມໄກ່ທາງຕາເວັນຕົກສຽງເຫນືອຂອງຈີນ

ໄຂ້ຫວັດນົກລະບາດໃນຟາມໄກ່ທາງຕາເວັນຕົກສຽງເຫນືອຂອງຈີນ

Published on

ລາຍງານຂອງກະຊວງກະສິກຳຈີນລະບຸວ່າ ເຊື້ອໄວຣັດເຮັດໃຫ້ໄກ່ໃນຟາມໄກ່ແຫ່ງຫນື່ງຂອງເຂດປົກຄອງຕົນເອງໄຫຊື ມົງໂກນ ແລະ ຕີເບດ ລົ້ມຕາຍໄປເຖີງ 1.500 ໂຕຈາກທີ່ລ້ຽງໄວ້ທັງຫມົດ 1.615 ໂຕ. ເຈົ້າຫນ້າທີ່ຈື່ງໄດ້ປາບປາມໄກ່ທີ່ເຫລືອ ແລະ ກຳຈັດຖີ້ມໃຫ້ສີ້ນຊາກ. ຖືວ່າເປັນຄັ້ງທຳອິດທີ່ໄຂ້ຫວັດນົກ H5N1 ລະບາດໃນຈີນ ຫລັງຈາກທີ່ເຄີຍລະບາດຄັ້ງລ່າສຸດເມື່ອປີ 2015  ເປັນໄຂ້ຫວັດນົກ H7N9 ທີ່ລະບາດເຖີງ 6 ຄັ້ງ ແລະ H5N6 ໃນຟາມເປັດຫນື່ງຄັ້ງ ເມື່ອທຽບກັບປິກ່ອນທີ່ໄຂ້ຫວັດນົກລະບາດຫນັກໃນຈີນ. ປະຈຸບັນປະເທດເນປານ ແລະ ພູຖານ ທີ່ມີຊາຍແດນຕິດກັບພາກຕາເວັນຕົກສຽງເຫນືອຂອງຈີນມີລາຍງານວ່າ H5N1 ແມ່ນລະບາດຫນັກໃນປີນີ້.

ໄວຣັດໄຂ້ຫວັດນົກ H5N1 ບາງສາຍພັນສາມາດຕິດຕໍ່ສູ່ຄົນ, ສ່ວນ H7N9 ແມ່ນເຄີຍພາກຊີວິດຄົນຈີນໄປຫລາຍຮ້ອຍຄົນແລ້ວເມື່ອປີກ່ອນ.

 

 

 

 

ແຫລ່ງຂ່າວຕ່າງປະເທດ: TNA

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...