Homeຂ່າວພາຍ​ໃນກວດສະຖານະ ອຢ ສິນຄ້າຈາກໄທດ້ວຍໂຕເອງງ່າຍໆ

ກວດສະຖານະ ອຢ ສິນຄ້າຈາກໄທດ້ວຍໂຕເອງງ່າຍໆ

Published on

ເມື່ອສິນຄ້າເພື່ອສຸຂະພາບແລະຄວາມງາມ ຂາຍລົ້ນຕະຫຼາດທັງຕາມຮ້ານແລະໃນລະບົບອອນລາຍ ເຊິ່ງສິນຄ້າຍີ່ຫໍ້ໃດຂອງໃຜ ກໍລ້ວນແຕ່ອ້າງວ່າຂອງໂຕເອງຜ່ານການກວດກາຈາກພາກສ່ວນ ອາຫານແລະຢາ ມາທັງນັ້ນ. ແຕ່ເມື່ອບໍ່ດົນມານີ້ ຢູ່ປະເທດໄທໄດ້ມີການກວດພົບແລະບຸກຈັບ ບັນດາບໍລິສັດເຈົ້າຂອງຜະລິດຕະພັນ ນັບພັນລາຍການທີ່ຜະລິດສິນຄ້າໂດຍໃສ່ເລກທີ ອຢ ປອມ ເຊິ່ງເປັນອັນຕະລາຍຕໍ່ສຸຂະພາບຕໍ່ຜູ້ບໍລິໂພກ. ແລະທີ່ເປັນຕາຢ້ານກວ່ານັ້ນຄື ບັນດາສິນຄ້າກຸ່ມອາຫານແລະຢາທັງຫຼາຍ ທີ່ຈຳໜ່າຍຕາມທ້ອງຕະຫຼາດໃນລາວ ສ່ວນຫຼວງຫຼາຍແມ່ນເປັນສິນຄ້າຈາກປະເທດໄທ ທີ່ຄົນລາວເຮົານິຍົມຊົມຊອບ ແລ້ວຈະຮູ້ໄດ້ຈັ່ງໃດວ່າອັນໃດ ອຢ ແທ້, ອັນໃດ ອຢ ປອມ.

ນີ້ແມ່ນຜະລິດຕະພັນ ຫຼິນຈືມິນ ສິນຄ້າທີ່ເຮົາຈະທົດລອງເບິ່ງ ອຢ ວ່າເປັນຂອງແທ້ຫຼືຂອງປອມ

ດັ່ງນັ້ນ, ມື້ນີ້ລາວໂພສມີວິທີກວດເບິ່ງວ່າ ຜະລິດຕະພັນຕ່າງໆ ທີ່ນຳເຂົ້າຈາກປະເທດໄທ ທີ່ທ່ານກຳລັງຈະຊື້ ຫຼືກຳລັງຈະໃຊ້ນັ້ນ ມີ ອຢ ແທ້ ຫຼື ອຢ ປອມ ເຊິ່ງມີຂັ້ນຕອນດັ່ງນີ້:

  1. ຂັ້ນຕອນທຳອິດ ໃຫ້ເຂົ້າໄປເວັບໄຊຂອງ ສຳນັກງານຄະນະກຳມະການອາຫານແລະຢາ ກະຊວງສາທາລະນະສຸກ (ຂອງໄທ) ໂດຍທ່ານສາມາດຄລິກເຂົ້າລີ້ງນີ້ໄດ້ເລີຍ:https://goo.gl/hSSESB

ທ່ານຈະເຫັນເປັນຄືດັ່ງຮູບລຸ່ມນີ້:

2. ໃຫ້ພິມ ຫຼື ກັອບປີ ເອົາເລກທີ ອຢ ໃນຜະລິດຕະພັນທີ່ທ່ານກຳລັງຈະຊື້ ຫຼືກຳລັງຈະໃຊ້ນັ້ນມາໃສ່ໃນຊ່ອງວ່າງນັ້ນ. ຕົວຢ່າງນີ້ແມ່ນເຮົາຈະກວດເບິ່ງ ອຢ ໃນຜະລິດຕະພັນ ຫຼິນຈືມິນ ເຊິ່ງເປັນຜະລິດຕະພັນທີ່ກຳລັງໂດ່ງດັງແລະເປັນທີ່ນິຍົມໃນປັດຈຸບັນ ມີເລກທີ ອຢ ແມ່ນ 10-3-25952-1-0001

3. ເມື່ອພິມໂຕເລກ ອຢ ໃນຂອບສີແດງແຈກ່ອງນີ້ໄປໃສ່ໃນບ່ອນວ່າງແລ້ວ ໃຫ້ຄລິກ ຄົ້ນຫາ (ค้นหา)

4. ກວດກາເບິ່ງຜົນການຄົ້ນຫາວ່າ ມີເລກ ອຢ, ຊື່ຜະລິດຕະພັນ, ປະເພດຜະລິດຕະພັນ, ຊື່ຜູ້ຂໍອະນຸຍາດ ແລະສະຖານະ ຂອງ ເລກທີ ອຢ ວ່າ ຄົງຢູ່ ຫຼື ບໍ່ຄົງຢູ່ດັ່ງຮູບຂ້າງລຸ່ມນີ້:

ດັ່ງໃນຮູບນີ້ແມ່ນມີຂໍ້ມູນກົງກັນກັບໃນກ່ອງຜະລິດຕະພັນ ສະແດງວ່າ ເລກທີ ອຢ ໃນກ່ອງຜະລິດຕະພັນເປັນ ອຢ ແທ້. ເຊິ່ງເຮົາຍັງສາມາດຄລິກເຂົ້າເບິ່ງຂໍ້ມູນຕື່ມອີກໃນຂອບສີແດງ ເມື່ອຄລິກເຂົ້າໄປແລ້ວຈະເຫັນຂໍ້ມູນລະອຽດຂອງຜະລິດຕະພັນຕື່ມອີກ ເຊັ່ນ:

ການກວດສອບເລກ ອຢ ໃນຜະລິດຕະພັນສິນຄ້າອາຫານແລະຢາທີ່ນຳເຂົ້າຈາກປະເທດໄທ ກໍມີພຽງເທົ່ານັ້ນ ຫວັງຢ່າງຍິ່ງວ່າຈະເປັນປະໂຫຍດຕໍ່ທ່ານຜູ້ອ່ານບໍ່ຫຼາຍກໍໜ້ອຍເນາະ ເພື່ອຄວາມປອດໄພ ແລະບໍ່ເສຍຜົນປະໂຫຍດ ກໍລອງກວດເບິ່ງກ່ອນຈະເປັນການດີເດີ.

ຫຼິນຈືມິນແມ່ນຫຍັງ ຄລິກນີ້ເລີຍ: https://www.facebook.com/Linhzhiminlao/

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...