Homeຂ່າວຕ່າງປະເທດນັກວິເຄາະອ້າງເຖີງນະໂຍບາຍການຄ້າຂອງ ທຣໍ້າ ອາດເຮັດໃຫ້ລາຄາໃນຕະຫລາດຮຸ້ນສູງຂື້ນ.

ນັກວິເຄາະອ້າງເຖີງນະໂຍບາຍການຄ້າຂອງ ທຣໍ້າ ອາດເຮັດໃຫ້ລາຄາໃນຕະຫລາດຮຸ້ນສູງຂື້ນ.

Published on

ຕະຫລາດຮຸ້ນທົ່ວໂລກຕົກລົງມາຢ່າງຫນັກຕັ້ງແຕ່ອາທິດທີ່ແລ້ວ ຈົນມາຮອດປະຈຸບັນ ສາເຫດຫລັກແມ່ນມາຈາກການຂື້ນອັດຕາດອກເບ້ຍຂອງສະຫະລັດ ແລະ ການທີ່ປະທານາທິບໍດີ ທຣໍ້າ ປະກາດຕັ້ງກຳແພງພາສີສິນຄ້ານໍາເຂົ້າຈາກຈີນເພີ່ມຂື້ນອີກ ຊື່ງນັກວິເຄາະເຊື່ອວ່າສົງຄາມການຄ້າລະຫວ່າງສະຫະລັດ ແລະ ຈີນ ອາດນຳໄປສູ່ການພັງທະລາຍຂອງຕະຫລາດຫຸ້ນທົ່ວໂລກ.

ການຂື້ນພາສີສິນຄ້ານຳເຂົ້າຈາກຈີນມູນຄ່າມະຫາສານ ຈະສົ່ງຜົນໃຫ້ລາຄາສິນຄ້າອຸປະໂພກ-ບໍລິໂພກ ໃນສະຫະລັດສູງຂື້ນ ແລະ ເມື່ອຮູບການນີ້ຮ່ວມເຂົ້າກັບຜົນກະທົບຈາກການຂື້ນອັດຕາດອກເບ້ຍຂອງທະນາຄານກາງສະຫະລັດ ມັນຈະສົ່ງຜົນໃຫ້ຕະຫລາດຮຸ້ນສະຫະລັດ ທີ່ເຄີຍຟົດຟື້ນມາຕະຫລອດຫລາຍເດືອນ ຕົກລົງຢ່າງຫນັກ.

ນັກວິເຄາະເຊື່ອວ່າ ສີ່ງທີ່ຫນ້າເປັນຫ່ວງທີ່ສຸດແມ່ນ ນະໂຍບາຍປົກປ້ອງການຄ້າຂອງ ທຣໍ້າ ທີ່ນຳໄປສູ່ສົງຄາມການຄ້າກັບຈີນ ຊື່ງສົ່ງຜົນໃຫ້ຕະຫລາດຮຸ້ນຈີນຕົກລົງມາຢ່າງຫນັກ ແຕ່ເມື່ອປຽບທຽບຜົນກະທົບລະຫວ່າງສະຫະລັດ ແລະ ຈີນແລ້ວ ສະຫະລັດແມ່ນໄດ້ຮັບຜົນກະທົບຫລາຍກວ່າ. ດັ່ງນັ້ນ, ສະຫະລັດຈື່ງຄວນພິຈາລະນາໃຫຮອບຄອບໃນການດຳເນີນນະໂຍບາຍການຄ້າ.

ແມ່ນວ່າທາງສະຫະລັດ ແລະ ຈີນ ຈະເປີດການເຈລະຈາລະດັບສູງເຖິງ 3 ຮອບ ເພື່ອຫາທາງຫລີກລ້ຽງສົງຄາມການຄ້າ ແຕ່ເມື່ອວັນທີ 15 ມິຖຸນາ ທີ່ຜ່ານມາ ທຣໍ້າ ປະກາດຂື້ນພາສີສິນຄ້ານຳເຂົ້າຈາກຈີນ 25% ຂອງມູນຄ່ານຳເຂົ້າເຖີງ 50,000 ລ້ານໂດລາສະຫະລັດ. ຂະນະທີ່ຈີນກໍຕອບໂຕ້ກັບສະຫະລັດດ້ວຍການຂື້ນພາສີສິນຄ້ານຳເຂົ້າຈາກສະຫະລັດ 25% ເປັນມູນຄ່າ 50,000 ລ້ານໂດລາສະຫະລັດເຊັ່ນກັນ ແລະ ເມື່ອວັນທີ 18 ມິຖຸນາ ທີ່ຜ່ານມາ ທຣໍ້າ ຍັງເພີ່ມລາຍການສິນຄ້ານຳເຂົ້າຈາກຈີນມູນຄ່າ 20,000 ລ້ານໂດລາສະຫະລັດ ທີ່ຈະຕ້ອງເຈີກັບກຳແພງພາສີຂອງສະຫະລັັດທີ່ຈະເພີ່ມຂື້ນອີກ.

 

 

ແຫລ່ງຂ່າວຕ່າງປະເທດ: TNA

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...