Homeຂ່າວຕ່າງປະເທດອິດສະລາແອນ ລະເບີດເປົ້າຫມາຍ 25 ຈຸດ ໃນເຂດກາຊາ (ມີວິດີໂອ)

ອິດສະລາແອນ ລະເບີດເປົ້າຫມາຍ 25 ຈຸດ ໃນເຂດກາຊາ (ມີວິດີໂອ)

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງເທລອາວີຟ, ປະເທດອິດສະລາແອນ ເມື່ອວັນທີ 20 ມິຖຸນາ ວ່າກອງກຳລັງປ້ອງກັນອິດສະລາແອນ (IDF) ອອກຖະແຫລງການວ່າເຮືອບິນຮົບຈຳນວນຫນື່ງປະຕິບັດການທາງອາກາດຕໍ່ເປົ້າຫມາຍ 25 ແຫ່ງໃນເຂດກາຊາ ໃນຕອນເຊົ້າຂອງວັນພຸດຕາມເວລາທ້ອງຖີ່ນອິດສະລາແອນ ເພື່ອຕອບໂຕ້ການທີ່ກຸ່ມຮາມາສລະດົມຍິງຈະຫຼວດ ແລະ ລູກປືນໃຫຍ່ລວມ 45 ລຸກ ຂ້າມຊາຍແດນມາຍັງອິດສະລາແອນ. ຢ່າງໃດກໍຕາມລະບົບປ້ອງກັນທາງອາກາດໄອເອີນໂດຣນ ສາມາດສະກັດຈະຫຼວດດັ່ງກ່າວໄວ້ໄດ້ 7 ລູກ.

ແມ່ນວ່າລາຍງານຂອງ IDF ບໍ່ໄດ້ລະບຸວ່າມີຜູ້ເສຍຊີວິດ ຫລື ໄດ້ຮັບບາດເຈັບຈາກເຫດການຄັ້ງນີ້ຫລືບໍ ແຕ່ກຸ່ມຮາມາສເປີດເຜີຍວ່າສະມາຊິກຂອງພວກເຂົາຢ່າງຫນ້ອຍ 2 ຄົນແມ່ນໄດ້ຮັບບາດເຈັບຈາກການຖີ້ມລະເບີດໂຈມຕີຂອງເຮືອບິນຮົບອິດສະລາແອນ ໃນເຂດທາງໃຕ້ຂອງກາຊາ. ໃນຊ່ວງເວລາ2-3ອາທິດທີ່ຜ່ານມາ ມີກຸ່ມຜູ້ປະທ້ວງປາເລສໄຕນ໌ ຈຳນວນຫນື່ງນໍາໃຊ້ວ່າວ ຫລື ປຸມເປົ້າທີ່ມີການມັດຕິດກັບລະເບີດໃຫ້ລອຍຂ້າມມາພົມແດນ ເພື່ອສ້າງຄວາມເສຍຫາຍໃຫ້ກັບພື້ນທີ່ກະສິກຳຂອງອິດສະລາແອນ.

ທັງນີ້ ອິດສະລາແອນ ແລະ ກຸ່ມຮາມາສສູ້ຮົບກັນມາແລ້ວຈົນນັບຄັ້ງບໍ່ໄດ້ ແຕ່ສະຖານະການແມ່ນຍີ່ງແກ່ຍາວບານປາຍກາຍເປັນສົງຄາມເຕັມຮູບແບບມາແລ້ວ 2 ຄັ້ັງ ໂດຍຄັ້ງທຳອິດແມ່ນຊ່ວງທ້າຍປີ 2008 ຮອດຕົ້ນປີ 2009 ສົ່ງຜົນເຮັດໃຫ້ຄົນປາເລສໄຕນ໌ເສຍຊີວິດຫລາຍກວ່າ 1,400 ຄົນ ສ່ວນທະຫານອິດສະລາແອນແມ່ນເສຍຊີວິດ 10 ຄົນ ແລະ ສົງຄາມໃຫຍ່ຄັ້ງທີ 2 ເກີດຂື້ນລະຫວ່າງເດືອນ ກໍລະກົດ ເຖີງ ເດືອນ ສິງຫາ 2014 ເປັນເຫດເຮັດໃຫ້ຜູ້ຄົນປາເລສໄຕນ໌ເສຍຊີວິດຫລາຍກວ່າ 2,300 ຄົນ ທາງຝ່າຍອິດສະລາແອນແມ່ນເສຍຊີວິດ 74 ຄົນ ໂດຍແບ່ງເປັນທະຫານຈຳນວນ 67 ຄົນ.

 

 

 

ແຫລ່ງຂ່າວຕ່າງປະເທດ: TDN

ວິດີໂອອ້າງອີງຈາກ: Amichai Stein

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...