Homeຂ່າວຕ່າງປະເທດສະຖິຕິຜູ້ອົບພະຍົບສະສົມໃນໂລກເພີ່ມເປັນ 70 ລ້ານຄົນ

ສະຖິຕິຜູ້ອົບພະຍົບສະສົມໃນໂລກເພີ່ມເປັນ 70 ລ້ານຄົນ

Published on

ອົງການສະຫະປະຊາຊາດຄະນະກຳມາທິການຂັ້ນສູງເພື່ອຜູ້ອົບພະຍົບ ໄດ້ປະເມີນຈໍານວນຜູ້ອົບພະຍົບສະສົມໃນໂລກຢູ່ທີ່ເກືອບ 70 ລ້ານຄົນແລ້ວ, ສ່ວນໃຫຍ່ຍັງຄົງແມ່ນຄົນຊີເຣຍ ແລະ ອັບການິສະຖານ.

ໃນວັນທີ່ 19 ມິຖຸນາ 2018, ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງເຈນີວາ, ປະເທດສະວິດເຊີແລນວ່າ ອົງການສະຫະປະຊາຊາດຄະນະກຳມາທິການຂັ້ນສູງເພື່ອຜູ້ອົບພະຍົບ (ຍູເອັນເອສຊີອາ) ອອກລາຍງານປະຈໍາປີເນື່ອງໃນ ”ວັນຜູ້ອົບພະຍົບໂລກ” ເຊິ່ງກົງກັບວັນທີ່ 20 ມິຖຸນາ ຂອງທຸກປີ ກ່ຽວກັບສະຖານະການການອົບພະຍົບໃນໂລກຕະຫຼອດທັງປີທີ່ຜ່ານມາວ່າ: ສະຖິຕິການເປັນຜູ້ອົບພະຍົບ, ຜູ້ສະແຫວງຫາສະຖານທີ່ອົບພະຍົບ ຫຼື ຜູ້ທີ່ປາສະຈາກທີ່ທີ່ຢູ່ອາໄສພາຍໃນປະເທດຂອງຕົນເອງ ເຊິ່ງໄດ້ຮັບຜົນກະທົບຈາກສົງຄາມ, ຄວາມຮຸນແຮງ ແລະ ການກົດຂີ່ ຕະຫຼອດທັງປີ 2017 ຢູ່ທີ່ 68.5 ລ້ານຄົນ, ເພີ່ມຂຶ້ນເກືອບ 3 ລ້ານຄົນຈາກສະຖິຕິໃນປີ 2016. ນັ້ນໝາຍຄວາມວ່າໃນປະຊາກອນໂລກທຸກ 110 ຄົນ ຈະມີ 1 ຄົນຢູ່ໃນສະຖານະການຜູ້ອົບພະຍົບ.

ທັງນີ້ ປະເທດຊີເຣຍຍັງຄົງເປັນປະເທດອັນດັບ 1 ທີ່ມີປະຊາກອນຢູ່ໃນສະຖານະຜູ້ອົບພະຍົບ. ສະຖິຕິໃນປີທີ່ຜ່ານມາຂອງຈໍານວນຜູ້ອົບພະຍົບຄົນຊີເຣຍ ແມ່ນຫຼາຍກວ່າ 6.3 ລ້ານຄົນ, ຄິດເປັນສັດສ່ວນຫຼາຍກວ່າ 1 ໃນ 3 ຂອງປະຊາກອນຜູ້ອົບພະຍົບທັງໝົດທີ່ຢູ່ພາຍໃຕ້ການດູແລຂອງຍູເອັນເອສຊີອາ ແລະ ເພີ່ມຂຶ້ນປະມານ 800.000 ຄົນ ຈາກສະຖິຕິໃນປີ 2016. ແຕ່ສະຖິຕິດັ່ງກ່າວບໍ່ໄດ້ລວມເອົາຄົນຊີເຣຍອີກ 6.2 ລ້ານຄົນເຊິ່ງຕິດຄ້າງຢູ່ຕາມສະຖານທີ່ຮົບ ຫຼື ບໍ່ມີທີ່ຢູ່ອາໄສຢູ່ພາຍໃນປະເທດ. ສ່ວນອັນດັບ 2 ໄດ້ແກ່ ປະເທດອັບການິສະຖານ ດ້ວຍສະຖິຕິຜູ້ອົບພະຍົບຈໍານວນ 2.6 ລ້ານຄົນ, ເພີ່ມຂຶ້ນ 5% ໃນຮອບ 1 ປີທີ່ຜ່ານມາ.

ຢ່າງໃດກໍຕາມ ປະເທດທີ່ມີສັດສ່ວນການເພີ່ມຂຶ້ນຂອງຜູ້ອົບພະຍົບຫຼາຍທີ່ສຸດຄື ປະເທດຊູດານໃຕ້, ເພີ່ມຂຶ້ນຈາກ 1.4 ລ້ານຄົນໃນຊ່ວງຕົ້ນປີທີ່ຜ່ານມາ ເປັນຫຼາຍເຖິງ 2.4 ລ້ານຄົນໃນຊ່ວງທ້າຍປີດຽວກັນ. ຜູ້ອົບພະຍົບສ່ວນໃຫຍ່ອົບພະຍົບໄປຍັງປະເທດອ້ອມຂ້າງ ເຊັ່ນ ເຄນຍາ, ຍູກັນດາ ແລະ ຊູດານ. ຂະນະທີ່ສະຖິຕິຜູ້ອົບພະຍົບຈາກມຽນມາເພີ່ມຂຶ້ນ 2 ເທົ່າໃນປີທີ່ຜ່ານມາເປັນ 1.2 ລ້ານຄົນ, ແນ່ນອນວ່າສ່ວນໃຫຍ່ເປັນຄົນໂຣຮິນຈາໃນລັດຍະໄຂ່ ແລະ ອົບພະຍົບໄປຍັງປະເທດບັງກະລາເທດ.

ແຫຼ່ງຂ່າວ: ເດລີນິວ, ຮູບພາບ: ຜູ້ອົບພະຍົບ

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...