Homeຂ່າວຕ່າງປະເທດອາເມລິກາປະກາດຖອນໂຕອອກຈາກຍູເອັນເອສຊີ!

ອາເມລິກາປະກາດຖອນໂຕອອກຈາກຍູເອັນເອສຊີ!

Published on

ສະຫະລັດອາເມລິກາປະກາດຖອນໂຕອອກຈາກ ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (United Nations Security Concil: ຍູເອັນເອສຊີ) ໂດຍ ທ່ານນາງ ນິກກີ້ ເຮລີ, ເອກອັກຄະລາຊະທູດແຫ່ງສະຫະລັດອາເມລິກາປະຈໍາສະຫະປະຊາຊາດ ຮ່ວມກັບທ່ານ ໄມຄ໌ ປອມເປໂອ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງອາເມລິກາ ປະກາດລະຫວ່າງການຖະແຫຼງຂ່າວວ່າ ຍູເອັນເອສຊີເປັນອົງກອນທີ່ບໍ່ສາມາດປົກປ້ອງສິດທິມະນຸດຊົນໄດ້ ເພາະເປັນອົງກອນທີ່ໜ້າໄຫວ້ຫຼັງຫຼອກ ເຮັດວຽກພຽງເພື່ອຮັບໃຊ້ຄວາມຕ້ອງການຂອງຕົນເອງ ທັງຍັງດູໝິ່ນສິດທິມະນຸດຊົນອີກດ້ວຍ.

ໃນປີທີ່ຜ່ານມາ, ທ່ານນາງ ເຮລີ ເຄີຍກ່າວຫາວ່າຍູເອັນເອສຊີມີທັດສນະອະຄະຕິ ແລະ ຕໍ່ຕ້ານປະເທດອິດສະລະແອນ, ພ້ອມກັບປະກາດວ່າອາເມລິກາກຳລັງທົບທວນການເປັນສະມາຊິກຂອງຍູເອັນເອສຊີ ກ່ອນຈະມີການປະກາດຖອນຕົວໃນທີ່ສຸດ.

ທ່ານ ແອນໂຕນິໂອ ກູແຕເຣສ, ເລຂາທິການສະຫະປະຊາຊາດອອກຖະແຫຼງການລະບຸວ່າ ທ່ານຍັງຢາກໃຫ້ອາເມລິກາຢູ່ໃນສະພາຊຸດດັ່ງກ່າວຕໍ່ໄປ.ໃນຂະນະທີ່ເຈົ້າຊາຍ ຊາອິດ ຣາອັດ ຮຸນເຊັນ, ກໍາມາທິການໃຫຍ່ດ້ານສິດທິມະນຸດຊົນແຫ່ງສະຫະປະຊາຊາດ ກ່າວວ່າ ການຖອນໂຕຂອງອາເມລິກາ ຈາກຍູເອັນເອສຊີເປັນເລື່ອງທີ່ໜ້າຜິດຫວັງ ແຕ່ບໍ່ແມ່ນຂ່າວທີ່ເຮັດໃຫ້ຕົກໃຈແຕ່ຢ່າງໃດ, ແລະເມື່ອພິຈາລະນາເຖິງສະຖານະການດ້ານສິດທິມະນຸດຊົນໃນໂລກປະຈຸບັນ ອາເມລິກາຄວນເຂົ້າມາມີປະຕິສຳພັນຫຼາຍຂຶ້ນ ບໍ່ແມ່ນຖອຍຫຼັງອອກໄປ.

ທາງດ້ານຮິວແມນໄຣ້ວັອສ, ອົງກອນສິດທິມະນຸດຊົນທີ່ຕັ້ງຢູ່ໃນນະຄອນນິວຢອກ ອອກມາປະນາມການຕັດສິນໃຈຂອງອາເມລິກາ ພ້ອມທັງລະບຸວ່ານະໂຍບາຍດ້ານສິດທິມະນຸດຊົນຂອງປະທານິບໍດີ ໂດນໍ ທຣໍ້າ ເປັນການເບິ່ງທຸກຢ່າງພຽງແຕ່ມິຕິດຽວ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...