Homeຂ່າວຕ່າງປະເທດລາຍງານຜູ້ເສຍຊີວິດເພີ່ມຈາກແຜ່ນດິນໄຫວໂອຊາກ້າ

ລາຍງານຜູ້ເສຍຊີວິດເພີ່ມຈາກແຜ່ນດິນໄຫວໂອຊາກ້າ

Published on

ຈໍານວນຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວລະດັບ 6.1 ແມັກນິຈູດທີ່ພູມິພາກຄັນໄຊ ເຊິ່ງມີສູນກາງໃກ້ກັບແຂວງໂອຊາກາເພີ່ມຈາກ 3 ຄົນ ເປັນ 4 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບຫຼາຍກວ່າ 300 ຄົນ. ທາງດ້ານລັດຖະບານເຕືອນປະຊາຊົນໃນພື້ນທີ່ພ້ອມຮັບມືກັບປະກົດການດິນຖະລົ່ມ.

ໃນວັນທີ 19 ມິຖຸນາ, ສຳນັກຂ່າວຕ່າງປະເທດຈາກນະຄອນໂຕກຽວ, ປະເທດຍີ່ປຸ່ນ, ລາຍງານວ່າ ທ່ານ ໂຍຊິຮິເດະ ຊຶກະ, ເລຂາທິການຄະນະລັດຖະມົນຕີຍີ່ປຸ່ນກ່າວວ່າ ຈໍານວນຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວທີ່ພູມິພາກຄັນໄຊເພິ່ມເປັນຢ່າງໜ້ອຍ 4 ຄົນ ເປັນຊາຍອາຍຸ 80 ປີ ປະມານ 2 ຄົນ ແລະ ຍິງ 2 ຄົນ ໜຶ່ງໃນນັ້ນແມ່ນເດັກນ້ອຍຍິງອາຍຸ 9 ປີ, ສ່ວນສະຖິຕິຜູ້ບາດເຈັບຕອນນີ້ຢູ່ທີ່ປະມານ 380 ຄົນ.

ທ່ານ ຊຶກະ ຍັງໄດ້ເຜີຍວ່າ ຍັງບໍ່ໄດ້ຮັບແຈ້ງຜູ້ເສຍຫາຍ ແຕ່ເຈົ້າໜ້າທີ່ກໍຍັງມີການເຂົ້າກວດສອບພື້ນທີ່ຢ່າງລະອຽດ. ທັງນີ້ ພະນັກງານຂອງການໄຟຟ້າ ແລະ ປະປາ ກໍາລັງເລັ່ງມືສ້ອມແປງລະບົບສາທາລານຸປະໂພກທີ່ໄດ້ຮັບຄວາມເສຍຫາຍຈາກໄພພິບັດຄັ້ງນີ້. ຢ່າງໃດກໍດີ ສຳນັກງານອຸຕຸນິຍົມວິທະຍາຍີ່ປຸ່ນ (ເຈເອັມເອ) ກໍໄດ້ອອກປະກາດເຕືອນໃຫ້ປະຊາຊົນເຊິ່ງອາໄສຢູ່ໃນພື້ນທີ່ປະສົບໄພເພີ່ມຄວາມລະມັດລະວັງການເກີດດິນຖະລົ່ມ ຫຼັງພະຍາກອນການເກີດພາຍຸຝົນໃນແຂວງໂອຊາກ້າ ແລພ ພື້ນທີ່ໃກ້ຄຽງໃນລະຫວ່າງວັນອັງຄານ ແລະ ວັນພຸດນີ້.

https://www.youtube.com/watch?v=bYFyZjXYx0Q

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...