Homeປ່ອງຢ້ຽມດວງດາວນັກວິທະຍາສາດພົບກວ່າ 100 ດາວເຄາະນອກລະບົບສຸລິຍະທີ່ເໝາະສົມກັບສິ່ງທີ່ມີຊີວິດ

ນັກວິທະຍາສາດພົບກວ່າ 100 ດາວເຄາະນອກລະບົບສຸລິຍະທີ່ເໝາະສົມກັບສິ່ງທີ່ມີຊີວິດ

Published on

ນັກວິທະຍາສາດມະຫາວິທະຍາໄລ ແຄລິຟໍເນຍ ຣີເວີໄຊ ແລະ ມະຫາວິທະຍາໄລ ເຊົາເທຣິນ ຄວິນສແລນ ພົບວ່າ ທີ່ນອກລະບົບສຸລິຍະຂອງເຮົາ ມີດາວເຄາະ 121 ດວງ ໂຄຈອນຫ່າງຈາກດາວຂອງຕົວເອງໃນໄລຍະທີ່ເໝາະສົມຕໍ່ສິ່ງທີ່ມີຊີວິດ

ຂໍ້ມູນລະບຸວ່າ ດາວເຄາະແຕ່ລະດວງທີ່ພົບມີຄວາມກວ້າງຫຼາຍກວ່າໂລກ 3 ເທົ່າ ແລະ ແຕ່ລະດວງມີດວງຈັນຂະໜາດໃຫຍ່ພໍໃຫ້ມະນຸດອາໃສໄດ້

ທ່ານ ສະຕີເຟນ ເຄນ ນັກວິຊາການຟີຊິກດາຣາສາດ ຈາກມະຫາວິທະຍາໄລ ແຄລິຟໍເນຍ ຣິເວີໄຊ ຢ້ຳວ່າ ເມື່ອກ່າວເຖິງລະບົບສຸລິຍະຂອງເຮົາ ເຮົາຮູ້ວ່າມີດວງຈັນ 175 ດວງ ສ່ວນໃຫຍ່ໂຄຈອນຮອບດາວເສົາ ແລະ ດາວພະຫັດ ແຕ່ທັງດາວເສົາ ແລະ ດາວພະຫັດ ບໍ່ໄດ້ຢູ່ໃນໄລຍະທີ່ເໝາະສົມຕໍ່ສິ່ງທີ່ມີຊີວິດ ເຊິ່ງຕ່າງຈາກການຄົ້ນພົບໃໝ່ນີ້ ເພາະດາວກວ່າ 100 ດວງນີ້ ໂຄຈອນຫ່າງຈາກດາວຂອງຕົວເອງໃນໄລຍະທີ່ເໝາະສົມພໍດີ ເທົ່າກັບວ່າພວກມັນມີດວງຈັນທີ່ເປັນຫີນ ທີ່ມະນຸດສາມາດອາໃສໄດ້ໃນອານາຄົດ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...