Homeຂ່າວຕ່າງປະເທດລະທຶກ! ເຮືອບິນນັກເຕະ "ຊາອຸດິອາຣະເບຍ" ໄຟໄໝ້ຫຼັງຂຶ້ນບິນໄປເຕະບານໂລກນັດຕໍ່ໄປ

ລະທຶກ! ເຮືອບິນນັກເຕະ “ຊາອຸດິອາຣະເບຍ” ໄຟໄໝ້ຫຼັງຂຶ້ນບິນໄປເຕະບານໂລກນັດຕໍ່ໄປ

Published on

ເວັບໄຊເດລີເມລ ລາຍງານເມື່ອວັນທີ 19 ມິຖຸນາ 2018ນີ້ວ່າ ເຮືອບິນຂອງສາຍການບິນ Russian Airlines Airbus A319-100. ລຳທີ່ທີມຊາດ ຊາອຸດິອາຣະເບຍໂດຍສານໄປແຂ່ງຂັນບານໂລກນັດຕໍ່ໄປ ເຊິ່ງຈະມີກຳນົດການລງສະໜາມໃນວັນທີ 20 ມິຖຸນາ 2018ນີ້ ໄດ້ເກີດໄຟລຸກໄໝ້ຈາກປີກຂວາຂອງເຮືອບິນລຳດັ່ງກ່າວ ຫຼັງບິນຂຶ້ນທ້ອງຟ້າພຽງບໍ່ດົນ

ມີຜູ້ໃຊ້ Twitter: italaal ໄດ້ເຜີຍແຜ່ຮູບພາບດັ່ງກ່າວ ໃນຊ່ວງເວລາເກີດເຫດ ມີຜູ້ຖ່າຍຮູບເປວໄຟທີ່ລຸກໄໝ້ມາຈາກປີກຂວາຂອງເຮືອບິນລຳດັ່ງກ່າວ ແຕ່ຫຼັງຈາກນັ້ນນັກບິນກໍ່ຍັງຂັບຕໍ່ໄປ ຈົນນຳເຄື່ອງລົງຈອດທີ່ສະໜາມບິນໃນເມືອງ ຣັສຕອຟ-ນາ-ດານູ ໃນແຄວ້ນຣັສຕອຟ ທາງໃຕ້ຂອງຣັດເຊຍ ໄດ້ຢ່າງປອດໄພ ແລະ ບໍ່ມີຄົນໄດ້ຮັບບາດເຈັບຈາກເຫດການຄັ້ງນີ້

ດ້ານສະຫະພັນບານເຕະຊາອຸດິອາຣະເບຍ ຖະແຫຼງອອກມາວ່າ ສະຫະພັນຂໍຢືນຢັນວ່າສະມາຊິກທີມຊາດທຸກຄົນປອດໄພ ຫຼັງຈາກເກີດເຫດຜິດພາດທາງເທັກນິກເລັກໜ້ອຍກັບເຮືອບິນລຳດັ່ງກ່າວ

ແຫລ່ງຂ່າວ:

ຂໍ້ມູນ :Daily Mail

ຮູບປະກອບ :Twitter: italaal

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...