Homeຂ່າວພາຍ​ໃນວິເຄາະບານຄູ່ "ໂຄລອມເບຍ ພົບ ຍີ່ປຸ່ນ" ຄືນນີ້

ວິເຄາະບານຄູ່ “ໂຄລອມເບຍ ພົບ ຍີ່ປຸ່ນ” ຄືນນີ້

Published on

ເອົາໃຈແຟນບານໂລກແບບສຸດລິດສຸດເດດກັນໄປເລີຍ ກັບການວິເຄາະບານຄູ່ “ໂຄລອມເບຍ ພົບ ຍີ່ປຸ່ນ” ທີ່ຈະລົງສະໜາມຟາດແຂ່ງກັນໃນຄືນນີ້ (19 ມິຖຸນາ 2018) ມາຝາກ ທີມໃດຈະເປັນຕໍ່ໃນເກມການແຂ່ງຂັນເຮົາມາອ່ານລາຍລະອຽດພ້ອມກັນເລີຍ

ເລີ່ມຄູ່ທຳອິດ “ໂຄລອມເບຍ ພົບ ຍີ່ປຸ່ນ” ເວລາ 19:00 ໂມງ

 

ທັກສະໃນເກມ

ໂຄລອມເບຍໂຊຟອມໄດ້ດີກວ່າຍີ່ປຸ່ນຫຼາຍກັບຜົນການແຂ່ງຂັນໃນຊ່ວງໄລຍະຜ່ານມາ ໂດຍ 13 ເກມຫຼັງສຸດຂອງໂຄລອມເບຍເອົາຊະນະໄດ້ 5 ເກມ ສະເໝີ 6 ເກມ ແລະ ເສຍ 2 ເກມ, ສ່ວນທາງດ້ານຍີ່ປຸ່ນເອົາຊະນະໄດ້ 1 ເກມ ສະເໝີ 1 ເກມ ແລະ ເສຍ 4 ເກມ ຈາກ 6 ເກມຫຼັງສຸດ ອີກທັງແນວການບຸກຂອງໂຄລອມເບຍກໍ່ຖືວ່າໂຫດພໍສົມຄວນ ເນື່ອງຈາກມີທັງ ຮາເມສ ໂຣດຣິເກຊ, ຮວນ ກົວດຣາໂດ້ ແລະ ຣາດາເມລ ຟັລເກົາ ຢູ່ໃນທີມ ເຖິງແມ່ນວ່າທາງຍີ່ປຸ່ນຈະມີນັກເຕະດີໆຫຼາຍຄົນ ແຕ່ຄາດວ່າເກມນີ້ອາດຈະຕ້ານທານໂຄລອມເບຍໄດ້ຍາກ

ຜົນວິເຄາະ : ຕໍ່ໂຄລອມເບຍເຄິ່ງລູກ

ປະຕູທີ່ຄາດໄວ້ : 2-0

 

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...