Homeຂ່າວຕ່າງປະເທດເກີດເຫດແຜ່ນດິນໄຫວທີ່ຍີ່ປຸ່ນ ເຜີຍມີຜູ້ເສຍຊີວິດ 3 ຄົນ

ເກີດເຫດແຜ່ນດິນໄຫວທີ່ຍີ່ປຸ່ນ ເຜີຍມີຜູ້ເສຍຊີວິດ 3 ຄົນ

Published on

ເກີດເຫດແຜ່ນດິນໄຫວຂະໜາດ 6.1 ທີ່ໂອຊາກາ, ເສຍຊີວິດແລ້ວ 3 ຄົນ ແລະ ມີຜູ້ບາດເຈັບອີກເກືອບ 100 ຄົນ.

ໃນວັນທີ 18 ມິຖຸນາ 2018, ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນໂຕກຽວ ກ່ຽວກັບຄວາມຄືບໜ້າຫຼັງເກີດເຫດແຜ່ນດິນໄຫວຮຸນແຮງ ໃນຕອນເຊົ້າຂອງມື້ນີ້ ເວລາ 07:58 (ຕາມເວລາທ້ອງຖິ່ນ) ເຊິ່ງມີເສັ້ນຜ່າສູນກາງຢູ່ໃກ້ກັບແຂວງໂອຊາກ້າ ເລິກຈາກພື້ນດິນປະມານ 13 ກິໂລແມັດ ແລະ ແຮງສັ່ນສະເທືອນຍັງຮັບຮູ້ໄດ້ໄກເຖິງແຂວງຊິງະ ແລະ ແຂວງກຽວໂຕ. ສຳນັກງານອຸຕຸນິຍົມວິທະຍາຍີ່ປຸ່ນໄດ້ເພີ່ມລະດັບຄວາມຮຸນແຮງຂອງແຜນດິນໄຫວຄັ້ງນີ້ຈາກ 5.9 ແມັກນິຈູດ ເປັນ 6.1 ແມັກນິຈູດ.

ສະຖານນີໂທລະພາບ NHK ລາຍງານວ່າ ເຫດແຜ່ນດິນໄຫວຄັ້ງນີ້ໄດ້ສ້າງຄວາມເສຍຫາຍໃຫ້ແກ່ອາຄານບ້ານເຮືອນ ແລະ ສິ່ງອຳນວຍຄວາມສະດວກສາທາລະນະຕ່າງໆເປ່ເພ ແລະ ພັງລົງ. ແລະ ຍັງພົບຜູ້ເສຍຊີວິດ 3 ຄົນ ລະບຸວ່າ 2 ໃນຜູ້ເສຍຊີວິດແມ່ນເດັກນ້ອຍຜູ້ຍິງອາຍຸ 9 ປີ ແລະ ພໍ່ຕູ້ອາຍຸ 80 ປີ ເສຍຊີວິດເນື່ອງຈາກຝາລົ້ມທັບ. ແລະ ຍັງມີຜູ້ປະສົບເຫດອີກຫຼາຍຄົນເກີດພາວະຫົວໃຈຢຸດເຕັ້ນ.

ນອກຈາກນັ້ນ, ເຫດການນີ້ຍັງໄດ້ເຮັດໃຫ້ທໍ່ນໍ້າປະປາໃຫຍ່ໃຕ້ດິນໃນເຂດທາຄາສຶກິແຕກ ແລະ ບ້ານຫຼັງໜຶ່ງໄຟໄໝ້. ນອກຈາກນັ້ນ ຍັງເຮັດໃຫ້ຂະບວນລົດໄຟຕ້ອງຢຸດໃຫ້ບໍລິການຊົ່ວຄາວ. ທ່ານ ຊິນໂຊ ອາເບະ, ປະທານາທິບໍດີຂອວຍີ່ປຸ່ນກ່າວວ່າ ລັດຖະບານກຳລັງປະເມີນຄວາມເສຍຫາຍຈາກແຜ່ນດິນໄຫວ ແລະ ເລັ່ງໃຫ້ຄວາມຊ່ວຍເຫຼືອປະຊາຊົນທີ່ເດືອດຮ້ອນຈາກເຫດການດັ່ງກ່າວ.

ທາງດ້ານບໍລິສັດໄຟຟ້າຄັນໄຊຍືນຍັນວ່າຍັງບໍ່ພົບຄວາມຜິດປົກກະຕິໃດໆທີ່ໂຮງໄຟຟ້ານິວເຄຼຍທັງສາມແຫ່ງອັນໄດ້ແກ່ ມີຮາມະ, ທາຄາຮາມະ ແລະ ໂອຮິ, ແຕ່ກໍມີບ້ານເຮືອນປະມານ 170,000 ຄອບຄົວໄດ້ຮັບຜົນກະທົບໄຟຟ້າດັບ ເຊິ່ງຕອນນີ້ໂຮງໄຟຟ້າຄັນໄຊກຳລັງເລັ່ງແກ້ໄຂລະບົບຈ່າຍໄຟໃຫ້ກັບປະຊາຊົນຜູ້ເດືອດຮ້ອນຈາກແຜ່ນດິນໄຫວຄັ້ງນີ້.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...