Homeຂ່າວຕ່າງປະເທດອາວຸດໃຫມ່ ເອຟ-16 ອິດສະລາແອນ 'ແລມເພກສ໌' ມິດໄຊສ໌ໂຈມຕີພື້ນດິນໄວກວ່າສຽງ (ມີວິດີໂອ)

ອາວຸດໃຫມ່ ເອຟ-16 ອິດສະລາແອນ ‘ແລມເພກສ໌’ ມິດໄຊສ໌ໂຈມຕີພື້ນດິນໄວກວ່າສຽງ (ມີວິດີໂອ)

Published on

ບໍລິສັດຜູ້ຜະລິດອາວຸດຂອງອິດສະລາແອນ ເຜີຍມິດໄຊສ໌ ແລມເພກສ໌, ຂີປະນາວຸດທາງຍຸດທະວິທີຄວາມໄວເຫນືອສຽງຮຸ່ນໃຫມ່ ສຳລັບຕິດຕັ້ງເທີງ ເອຟ-16 ເຜີຍພິກັດໄວ ແມ່ນຍຳ ໃຊ້ງານໄດ້ຫລາກຫລາຍ ແລະ ຍິງໄດ້ທຸກບ່ອນທຸກເວລາ

ເມື່ອວັັນທີ 15 ມິຖຸນາ 2018 ສຳນັກຂ່າວດ້ານການທະຫານຕ່າງປະເທດ Alert5 ລາຍງານວ່າ IMI System ຮ່ວມກັບ IAI ບໍລິສັດຜູ້ຜະລິດອາວຸດຂອງອິດສະລາແອນ ໄດ້ເປີດເຜີຍມິດໄຊສ໌ ພິກັດຄວາມໄວເຫນືອສຽງຮຸ່ນໃຫມ່ລ່າສຸດ ທີ່ເປັນຂີປະນາວຸດທາງຍຸດທະວິທີ ຊື່ວ່າ ແລມເພກສ໌ (Rampage) ອອກມາຕິດຕັ້ງກັບເຄື່ອງບິນ F-16 I SUFA ຂອງກອງທັບອາກາດອິດສະລາແອນ ໂດຍສາມາດຕິດຕັ້ງໄດ້ລຳລະ 4 ນັດ.

ເບື້ອງຕົ້ນການເຮັດວຽກຂອງຂີປະນາວຸດກຳນົົດເປົ້າຫມາຍດ້ວຍພິກັດດາວທຽມ ຫລື GPS ສາມາດຕໍ່ຕ້ານການລົບກວນລະບົບນຳຕິດຕາມຍິງໄດ້ທຸກການອາກາດ ລະບົບຄວບຄຸມການຍິງແບບໂມດຸນລາ ບໍ່ຊັບຊ້ອນ ຍິງໄດ້ຈາກເພດານບິນສູງ ແລະ ຕໍ່າ ໃຊ້ເວລາໃນການກະທົບເປົ້າຫມາຍບໍ່ຮອດ 5 ນາທີ, ມີຫົວຮົບໃຫ້ເລືອກທັງແບບຕາຍໂຕ ແລະ ແຕກເປັນສະເກັດກ່ອນຮອດເປົ້າຫມາຍ.

 

 

ແຫລ່ງຂ່າວຕ່າງປະເທດ : TNA

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...