Homeຂ່າວຕ່າງປະເທດຄະນະສອບສວນໂຮນລັງ ເປີດເຜີຍລາຍງານ MH17 ຕົກຍ້ອນວັດຖຸພຸ່ງຕຳກາງອາກາດ

ຄະນະສອບສວນໂຮນລັງ ເປີດເຜີຍລາຍງານ MH17 ຕົກຍ້ອນວັດຖຸພຸ່ງຕຳກາງອາກາດ

Published on

 

ຄະນະກຳມະການຄວາມປອດໄພຂອງໂຮນລັງ ເປີດເຜີຍສາເຫດຖ້ຽວບິນMH17 ຂອງມາເລເຊຍ ແອຣ໌ລາຍ ຕົກມາຈາກ

ການຖືກວັດຖຸພະລັງສູງພຸ່ງເຂົ້າຕຳກາງອາກາດ.

 

ໃນວັນທີ 10 ກັນຍານີ້ ສຳນັກຂ່າວຕ່າງປະເທດລາຍງານວ່າ ຄະນະກຳມະການຄວາມປອດໄພຂອງໂຮນລັງ ເປີດເຜີຍລາຍ

ງານເບື້ອງຕົ້ນ ກ່ຽວກັບສາເຫດການຕົກຂອງເຮືອບິນສາຍການບິນ ມາເລເຊຍ ແອຣ໌ລາຍ ຖ້ຽວບິນ MH17 ໃນພື້ນທີ່

ທາງພາກຕາເວັນອອກຂອງອູແກຣນ ເຊິ່ງລາຍງານດັ່ງກ່າວ ໄດ້ສອດຄ່ອງກັບການຕັ້ງສົມມຸດຕິຖານວ່າ ເຮືອບິນຖືກ

ຂີປະນາວຸດຍິງຕົກ ໂດຍລາຍງານໄດ້ລະບຸວ່າ ສາເຫດການຕົກຂອງຖ້ຽວບິນ MH17 ແມ່ນມາຈາກການຖືກວັດຖຸທີ່ມີ

ພະລັງງານສູງ ພຸ່ງເຂົ້າຕຳລຳຕົວຂອງເຮືອບິນຢູ່ກາງອາກາດ ແລະ ບໍ່ມີສິ່ງບົ່ງຊີ້ໃດໆ ທີ່ລະບຸວ່າ ສາເຫດການຕົກຂອງ

ຖ້ຽວບິນ MH17 ມາຈາກຄວາມຜິດພາດທາງເຕັກນິກ ແລະ ການກະທຳຂອງລູກເຮືອ, ສ່ວນລາຍງານຜົນສະຫລຸບທັງ

ໝົດ ຈະໃຊ້ເວລາປະມານ 1 ປີ.

 

564803-01

 

ສຳລັບການສອບສວນໃນເບື້ອງຕົ້ນນີ້ ແມ່ນໄດ້ຂໍ້ມູນມາຈາກກ່ອງບັນທຶກສຽງໃນຫ້ອງນັກບິນ, ຂໍ້ມູນບັນທຶກການບິນ,

ພາບຖ່າຍດາວທຽມ ແລະ ພາບຖ່າຍອື່ນໆ ລວມທັງຂໍ້ມູນຣາດາ.

 

ຢ່າງໃດກໍຕາມ ຄະນະສອບສວນຂອງໂຮນລັງ ຍັງບໍ່ສາມາດເຂົ້າເຖິງພື້ນທີ່ເຮືອບິນຕົກໄດ້ ເນື່ອງຈາກຍັງຄົງມີການປະທະ

ກັນລະຫວ່າງກອງທັບຂອງລັດຖະບານອູແກຣນ ແລະ ກອງກຳລັງຂອງກຸ່ມແບ່ງແຍກດິນແດນ.

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...