Homeຂ່າວທ້ອງຖິ່ນພາຍຸດີເປຼ່ຊັນຈະມີທ່າອ່ຽງເພີ່ມກໍາລັງແຮງຂື້ນໃນໄລຍະວັນທີ 05-07 ມີຖຸນາ 2018

ພາຍຸດີເປຼ່ຊັນຈະມີທ່າອ່ຽງເພີ່ມກໍາລັງແຮງຂື້ນໃນໄລຍະວັນທີ 05-07 ມີຖຸນາ 2018

Published on

ເນື່ອງຈາກວ່າ ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພາດຜ່ານເຂດພາກກາງ ແລະ ພາກໃຕ້ຂອງປະເທດລາວດ້ວຍກຳລັງແຮງປານກາງ ແລະ ປ່ອງເຂົ້າໃສ່ລົມພາຍຸ ດີເປຼ່ຊັນ, ຊຶ່ງໃນເວລາ 7 ໂມງ ເຊົ້າ ຂອງວັນທີ 04/06/2018 ມີຈຸດສູນກາງຢູ່ເສັ້ນຂະໜານທີ 15.7 ອົງສາເໜືອ ແລະ ເສັ້ນແວງທີ 110.7 ອົງສາຕາເວັນອອກ ກໍາລັງເຄື່ອນທີ່ໄປທິດເໜືອ, ພາຍຸຫົວນີ້ ຈະມີທ່າອ່ຽງເພີ່ມກໍາລັງແຮງຂື້ນໃນໄລຍະວັນທີ 05-07 ມີຖຸນາ 2018, ວົງລັດສະໝີພາຍຸຫົວດັ່ງກ່າວຈະກວມເອົາເຂດພາກກາງຫາພາກໃຕ້ຂອງປະເທດລາວ, ຊຶ່ງຈະເຮັດໃຫ້ ມີຝົນຕົກໃນລະດັບຄ່ອຍຫາປານກາງເປັນບໍລິເວນກ້ວາງໃນແຕ່ລະພາກ, ຕົກປານກາງຫາຕົກໜັກພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງຫາພາກໃຕ້. ດັ່ງນັ້ນ ຈຶ່ງຂໍແຈ້ງເຕືອນ ເຖິງພໍ່ແມ່ປະຊາຊົນບັນດາເຜົ່າ ແລະ ອຳນາດການປົກຄອງທຸກພາກສ່ວນທີ່ອາໃສໃນເຂດພາກກາງ ແລະ ພາກໃຕ້ ຈົ່ງມີສະຕິ ແລະ ກຽມພ້ອມຮັບມືກັບສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ອາດຈະເຮັດໃຫ້ມີຕົ້ນໄມ້ໃຫຍ່ຫັກລົ້ມ, ຫຼັງຄາເຮືອນເປ່ເພ ແລະ ນໍ້າຖ້ວມອັ່ງຢູ່ບາງທ້ອງຖິ່ນ.

 

ແຫລ່ງຂ່າວ: ກົມອຸຕຸນິຍົມ ແລະ ອຸທົກກະສາດ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...