Homeຂ່າວຕ່າງປະເທດຟິລິບປິນຈະມີລະບົບບັດປະຊາຊົນແບບໃໝ່ ລວມທຸກຢ່າງໄວ້ໃນບັດດຽວ

ຟິລິບປິນຈະມີລະບົບບັດປະຊາຊົນແບບໃໝ່ ລວມທຸກຢ່າງໄວ້ໃນບັດດຽວ

Published on

ໃນວັນທີ 31 ພຶດສະພາທີ່ຜ່ານມາ, ລັດຖະສະພາຂອງຟີລິບປິນໄດ້ອະນຸມັດ ເຫັນດີຮ່າງກົດໝາຍວ່າດ້ວຍການຈັດສ້າງລະບົບບັດປະຈໍາຕົວແບບໃໝ່ ແຕ່ກໍຍັງມີສຽງວິພາກວິຈານວ່າກົນໄກໃໝ່ນີ້ມີແນວໂນ້ມທີ່ຈະເຮັດໃຫ້ເກີດການລະເມີດ ແລະ ການໃຊ້ຂໍ້ມູນໃນທາງບໍ່ຖືກບໍ່ຄວນໄດ້.

ບັດປະຈໍາຕົວແບບໃໝ່ນີ້ຈະລວມເອົາຂໍ້ມູນບັດຕ່າງໆລວມໃນໃບດຽວ ສາມາດໃຊ້ໃນການຕິດຕໍ່ ແລະ ເປັນຫຼັກຖານການດຳເນີນທຸລະກໍາຕ່າງໆ ໄດ້ທຸກໜ່ວຍງານຂອງລັດຖະບານ ແລະ ພາກເອກະຊົນ ເຊິ່ງເປັນລະບົບດຽວກັບບັດປະຈໍາຕົວປະຊາຊົນຂອງສິງກະໂປ. ລະບົບບັດປະຊາຊົນໃໝ່ນີ້ເອີ້ນວ່າ Philippines Identification System (PhilSys) ຫຼື ທີ່ເພິ່ນເອີ້ນວ່າ ຟິວຊີສ.

ຟິວຊີສປະກອບໄປດ້ວຍຊຸດຂໍ້ມູນທັງໝົດ 13 ຊຸດ ເຊິ່ງລວມເຖິງຂໍ້ມູນປະຈໍາຕົວທາງຊີວະພາບ (Bio Metrix), ເລກປະຈໍາຕົວຜູ້ເສຍພັນທະອາກອນ, ໜັງສືເດີນທາງ (Passport), ໝາຍເລກປະກັນສຸຂະພາບ, ໝາຍເລກໃບຂັບຂີ່ ແລະ ຂໍ້ມູນສ່ວນຕົວຂອງເຈົ້າຂອງບັດ ເຊັ່ນ ທີ່ຢູ່, ກຸ່ມເລືອດ ແລະ ສະຖານະພາບ. ບັດນີ້ຍັງຈະຖືກໃຊ້ເປັນຫຼັກຖານຢັ້ງຢືນສຳຄັນສຳລັບທຸລະກໍາຕ່າງໆດ້ານທະນາຄານ, ການສະໝັກງານ ແລະ ການບັນທຶກຄະດີອາດຊະຍາກຳຂອງຜູ້ກ່ຽວ.

ຄາດການວ່າທ່ານ ໂຣດຣິໂກ ດູແຕເຕ, ປະທານາທິບໍດີຟິລິບປິນ, ຈະລົງນາມເພື່ອໃຫ້ຮ່າງກົດໝາຍສະບັບນີ້ມີຜົນສັກສິດ ແລະ ສາມາດເປີດເຜີຍລາຍລະລຽດກ່ຽວກັບລະບົບຟິວຊີສຕໍ່ສາທາລະນະຊົນໄດ້ໃນຊ່ວງຕົ້ນເດືອນມິຖຸນານີ້. ຄາດການວ່າໂຄງການນີ້ຈະໃຊ້ເວລາປະມານ 5 ປີຈຶ່ງຈະສຳເລັດສົມບູນພາຍໃຕ້ງົບປະມານບໍ່ຕໍ່າກວ່າ 30 ຕື້ປີໂຊ (ປະມານ 4,763 ຕື້ກີບ).

ຢ່າງໃດກໍດີຝ່າຍທີ່ບໍ່ເຫັນດີໄດ້ອອກມາສະແດງຄວາມກັງວົນວ່າລະບົບນີ້ອາດຈະຖືກນໍາໄປໃຊ້ໃນການສອດແນມຂໍ້ມູນຂອງລັດຖະບານ ທັງຍັງມີຄວາມເປັນໄປໄດ້ທີ່ຈະຖືກແຮັກເອົາຂໍ້ມູນ ເຮັດໃຫ້ຂໍ້ມູນຮົ່ວໄຫຼໄປຍັງມືທີ່ສາມໄດ້.

ແຫຼ່ງຂ່າວ: Straitimes

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...