Homeຂ່າວຕ່າງປະເທດພາຍຸເຂົ້າປະເທດອັງກິດຢ່າງຮຸນແຮງຟ້າຜ່າໝົດຄືນລວມນັບໄດ້ 20,000 ຄັ້ງ (ມີວິດີໂອ)

ພາຍຸເຂົ້າປະເທດອັງກິດຢ່າງຮຸນແຮງຟ້າຜ່າໝົດຄືນລວມນັບໄດ້ 20,000 ຄັ້ງ (ມີວິດີໂອ)

Published on

ສຳນັກຂ່າວ AP ລາຍງານຈາກເມືອງຫລວງລອນດອນ, ປະເທດອັງກິດ ເມື່ອວັນທີ 27 ພຶດສະພາ ວ່າ ໂຄສົກສະຫນາມບິນລອນດອນ ສະແຕນສະເຕດ ລາຍງານຕໍ່ສີ່ມວນຊົນວ່າ ຟ້າຜ່າມື້ຄືນນີ້ ເຮັດໃຫ້ລະບົບເຕີມນໍ້າມັນເຊື້ອໄຟເຮືອບິນໃຊ້ການບໍ່ໄດ້ໄລຍະຫນື່ງ ໃນຊ່ວງເຊົ້າຂອງວັນອາທິດ, ລ່າສຸດທີມງານວິສາວະກອນສາມາດກູ້ລະບົບກັບຄືນມາໄດ້ແລ້ວ ແຕ່ຖ້ຽວບິນໂດຍສານເຂົ້າ-ອອກ ສະຫນາມບິນສະແຕນສະເຕດຫລາຍຖ້ຽວອາດຕ້ອງຖືກເລື່ອນເວລາເດີນທາງ, ຍົກເລີກ ຫລື ບິນໄປລົງທີ່ສະຫນາມບິນອື່ນແທນ.

ຜູ້ບໍລິຫານສາຍການບິນລາຄາປະຢັດ ໄລອັນ ແອຣ໌ ກ່າວວ່າ ບໍ່ສາມາດບອກໄດ້ວ່າມີຖ້ຽວບິນຂອງບໍລິສັດໃດແດ່ທີ່ໄດ້ຮັບຜົນກະທົບທີ່ສະຫນາມບິນສະແຕນສະເຕດ ແຕ່ບໍລິສັດພ້ອມທີ່ຈະຈ່າຍຄ່າປີ້ເຮືອບິນໂດຍສານແກ່ຜູ້ທີ່ຮ້ອງຂໍຄືນ.

ທາງດ້ານເຈົ້າຫນ້າທີ່ປະຈຳກົມອຸຕຸນິຍົມອັງກິດ, ຊາລີ ພາວເວລ໌ ເຜີຍວ່າຈາກຂໍ້ມູນທີ່ໄດ້ຮັບບົ່ງຊື້ວ່າ ເກີດຟ້າຜ່າປະມານ 15,000-20,000 ຄັ້ງ ທົ່ວສະຫະລາຊາອານາຈັກ ຕະຫລອດຄືນວັນເສົາທີ່ຜ່ານມາ.

 

 

 

ແຫລ່ງຂ່າວຕ່າງປະເທດ: TDN

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...