Homeຂ່າວຕ່າງປະເທດອາເມລິກາລົ້ມເລີກການເຈລະຈາກັບເກົາຫຼີເໜືອແລ້ວ

ອາເມລິກາລົ້ມເລີກການເຈລະຈາກັບເກົາຫຼີເໜືອແລ້ວ

Published on

ປະທານາທິບໍດີ ໂດນັນ ທຣັມ, ປະທານາທິບໍດີແຫ່ງສະຫະລັດອາເມລິກາ ໄດ້ຍົກເລີກການເຈລະຈາກັບ ທ່ານ ຄິມ ຈອງອຶນ ຜູ້ນໍາສູງສຸດຂອງເກົາຫຼີເໜືອ ທີ່ຈະຈັດຂຶ້ນທີ່ສິງກະໂປໃນວັນທີ 12 ມິຖຸນານີ້, ໂດຍອ້າງວ່າ ເກົາຫຼີເໜືອອກອາການສະແດງຄວາມບໍ່ພໍໃຈ ແລະ ສະແດງຄວາມເປັນສັດຕູຕໍ່ສະຫະລັດອາເມລິກາຢ່າງເປີດເຜີຍ ແຕ່ກໍຍັງລະບຸວ່າ ຖ້າຫາກ ຄິມ ຈອງອຶນ ປ່ຽນໃຈກ່ຽວກັບການເຈລະຈາຄັ້ງນີ້ໃຫ້ໂທຫາ ຫຼື ຂຽນຈົດໝາຍມາ. ແລະ ຍັງໄດ້ກ່າວວ່າ ການລົ້ມເລີກການເຈລະຈາຄັ້ງນີ້ ສ້າງຄວາມເສົ້າສະລົດໃຫ້ແກ່ປະຫວັດສາດຂອງໂລກອີກດ້ວຍ.

ທົ່ວໂລກຕ່າງເຝົ້າເບິ່ງຜົນຂອງການເຈລະຈາສັນຕິພາບລະຫວ່າງອາເມລິກາ ແລະ ເກົາຫຼີເໜືອ ເຊິ່ງຈະນໍາສັນຕິພາບ ແລະ ສະຖຽນລະພາບມາສູ່ຄາບສະໝຸດເກົາຫຼີ, ແຕ່ກໍຖືກຍົກເລີກ. ລາຍງານຈາກສຳນັກຕ່າງປະເທດໃນວັນທີ 24 ພຶດສະພາ ອ້າງເຖິງການເປີດເຜີຍຂອງທຳນຽບຂາວປະຈໍາສະຫະລັດອາເມລິກາວ່າ: ທ່ານ ໂດນັນ ທຣັມໄດ້ສົ່ງຈົດໝາຍເຖິງທ່ານ ຄິມ ຈອງອຶນ ເຊິ່ງມິລາຍລະອຽດວ່າບໍ່ເໝາະສົມທີ່ຈະຈັດປະຊຸມສຸດຍອດຕາມເດີມຄື ວັນທີ 12​ ມິຖຸນາ 2018, ທີ່ ສິງກະໂປ.

ສາເຫດຂອງການຍົກເລີກ, ທ່ານ ທຣັມ ໄດ້ລະບຸວ່າມາຈາກຖະແຫຼງການຂອງລັດຖະບານເກົາຫຼີເໜືອ ທີ່ເຕັມໄປດ້ວຍຄວາມບໍ່ພໍໃຈ ແລະ ສະແດງຄວາມເປັນສັດຕູກັບອາເມລິກາຢ່າງເປີດເຜີຍ ເປັນເລື່ອງທີ່ເສຍໃຈຫຼາຍ ເພະາຄາດຫວັງຈະໄດ້ພົບປະກັນທີ່ສິງກະໂປ.​ ນອກຈາກນີ້ຖະແຫຼງການຂອງເກົາຫຼີເໜືຍັງໄດ້ກ່າວເຖິງສັກກະຍາພາບຂອງນິວເຄຼຍຂອງເກົາຫຼີເໜືອ ແຕ່ຢາກໃຫ້ຮູ້ວ່າ ນີິວເຄຼຍຂອງອາເມລິການັ້ນຍິ່ງໃຫຍ່ ແລະ ແຂງແຮງຈົນເພິ່ນພາວະນາວ່າຂໍຢ່າໃຫ້ມີມື້ທີ່ຕ້ອງໄດ້ຍິງອອກໄປ.

ໃນຈົດໝາຍ, ທ່ານ ທຣັມຍັງໄດ້ລະບຸວ່າ ມີຄວາມຮູ້ສຶກວ່າ ການເຈລະຈາມີຄວາມຈໍາເປັນທີ່ສຸດ ແລະ ຕ້ອງຂໍສະແດງຄວາມຂອບໃຈຕໍ່ ຄິມ ຈອງອຶນ ທີີ່ຕັດສິນໃຈປ່ອຍຕົວປະກັນຄົນອາເມລິກາ 3 ຄົນ ໃນວັນທີ 9 ພຶດສະພາ, ເຊິ່ງເພິ່ນເຫັນວ່າມັນເປັນການສະແດງຄວາມຈິງໃຈທີ່ດີຕໍ່ກັນ. ຖ້າຫາກທາງທ່ານ ຄິມ ຈອງອຶນ ປ່ຽນໃຈກ່ຽວກັບການເຈລະຈາຄັ້ງນີ້ ຂໍໃຫ້ຢ່າລັງເລທີ່ຈະໂທຫາຕົນ ຫຼື ຂຽນຈົດໝາຍມາ ເພາະໂລກ ແລະ ເກົາຫຼີເໜືອ ໄດ້ເສຍໂອກາດໃນການເຈລະຈາ ທີ່ຈະນໍາໄປສູ່ສັນຕິພາບ ແລະ ສະຖຽນລະພາບທີ່ໝັ້ນຄົງ.

ຄໍາປະກາດຍົກເລີກນີ້ມີຂຶ້ນຫຼັງຈາກທີ່ ທ່ານນາງ ຊອຍ ຊອນຮຸຍ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຂອງເກົາຫຼີເໜືອ ໄດ້ອອກຖະແຫຼງການສະແດງຄວາມບໍພໍໃຈຕໍ່ຄວາມເຫັນຂອງທ່ານ ໄມຄ໌ ເພັນສ໌, ຮອງປະທານາທິບໍດີສະຫະລັດອາເມລິກາ ທີ່ໄດ້ໃຫ້ສຳພາດກັບສະຖານີໂທລະພາບ ຟ໋ອກ ນິວສ໌ວ່າ ລັດຖະບານເກົາຫຼີເໜືອຢ່າຄິດວ່າຈະມາຊັກຈູງທ່ານ ທຣັມ ໃຫ້ຫຼິ້ນຕາມເກມຂອງຕົນເອງໄດ້, ອາເມລິກາຍອມໃຫ້ເກົາຫຼີເໜືອຫຼາຍເທື່ອ ແຕ່ເກົາຫຼີເໜືອກໍຜິດສັນຍາເລື່ອງໂຄງການນິວເຄຼຍຕະຫຼອດ, ຖ້າຫາກເກົາຫຼີເໜືອບໍ່ຍິນຍອມເຈລະຈາປະຖອນອາວຸດນິວເຄຼຍ, ອາເມລິກາຈະໃຊ້ ”ໂມເດວລີເບຍ” ກັບເກົາຫຼີເໜືອ. (ລີເບຍໂມເດວຄືການທີ່ຊາດຕາເວັນຕົກຍົກເລີກຂວໍ້າບາດປະເທດລີເບຍ ແລະ ອາເມລິກາໄດ້ຖອນຊື່ລີເບຍອອກຈາກບັນຊີດຳ ເມື່ອອາດີດຜູ້ນໍາລີເບຍ ທ່ານ ໂມອໍາມັດ ກັດດາຟີ ໃຫ້ສັນຍາວ່າຈະຍົກເລີກໂຄງການພັດທະນາອາວຸດນິວເຄຼຍໃນປີ 2003-2004. ໂມເດວນີ້ຄືການທີ່ອາເມລິກາຂໍໃຫ້ລີເບຍປົດອາວຸດ ກ່ອນທີ່ອາເມລິກາຈະສົ່ງ “ບາງຢ່າງ”ກັບໄປ)

ທາງດ້ານທ່ານນາງ ຊອຍ ຊອນຮຸຍກ່າວໂຕ້ຕອບວ່າ ບໍ່ຄິດວ່າຄົນລະດັບຮອງປະທານາທິບໍດີສະຫະລັດອາເມລິກາຈະເວົ້າຫຍັງໂງ່ໆ ແລະ ບໍ່ຮູ້ຈິງແບບນັ້ນ, ເກົາຫຼີເໜືອຈະບໍ່ອ້ອນວອນ ຫຼື ຂໍຮ້ອງອາເມລິກາໃຫ້ມາເຈລະຈາ ຫາກອີກຝ່າຍບໍ່ຕ້ອງການ.  ຖ້າຫາກອາເມລິກາຍັງຂົ່ມຂູ່ແບບນີ້ ຈະລາຍງານຂໍ້ສະເໜີໄປຍັງທ່ານ ຄິມ ຈອງອຶນ ໃຫ້ຍົກເລີກການເຈລະຈາກັບ ທ່ານ ທຣັມ. ເລື່ອງນີ້ຂຶ້ນຢູ່ກັບການຕັດສິນ ແລະ ພຶດຕິກຳຂອງອາເມລິກາຝ່າຍດຽວວ່າ ຢາກພົບກັນໃນຫ້ອງປະຊຸມ ຫຼື ພົບກັນດ້ວຍນິວເຄຼຍ.

ແຫຼ່ງຂ່າວ: Thairath.co.th, ຮູບ: Radio Gaumá

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...