Homeຂ່າວຕ່າງປະເທດໂກເຈັກ(Go-Jek) ແອັບພິເຄເຊີນ ລະບົບບໍລິການເອີ້ນລົດຮັບ-ສົ່ງຍອດນິຍົມຂອງອິນໂດເນເຊຍ

ໂກເຈັກ(Go-Jek) ແອັບພິເຄເຊີນ ລະບົບບໍລິການເອີ້ນລົດຮັບ-ສົ່ງຍອດນິຍົມຂອງອິນໂດເນເຊຍ

Published on

ໂກເຈັກ(Go-Jek) ແອັບພິເຄເຊີນ ລະບົບບໍລິການເອີ້ນລົດຮັບ-ສົ່ງຍອດນິຍົມຂອງອິນໂດເນເຊຍກຽມຂະຫຍາຍຕະຫລາດໄປຍັງປະເທດເພື່ອນບ້ານອາຊຽນ ຫວັງຈະຂະຫຍາຍສ່ວນແບ່ງຈາກເຈົ້າຕະຫລາດຢ່າງ ແກັບ (Grab) ທີ່ທຸລະກິດເຕີບໂຕຢ່າງໄວວາໃນຕະຫລາດອາຊຽນ.

ໂກເຈັກ(Go-Jek) ເຜີຍວ່າຈະລົງທຶນ 500 ລ້ານໂດລາສະຫະລັດ ຫລືປະມານ 4,105 ຕື້ກີບ ໃນການຂະຫຍາຍຕະຫລາດໄປຕ່າງປະເທດເລີ່ມຈາກບໍລິການ ແອັບລະບົບເອີ້ນຮັບ-ສົ່ງກ່ອນ ໃນຊ່ວງສອງຫາສາມເດືອນ ຈາກນັ້ນກໍຈະເພີ່ມບໍລິການເສີມອື່ນໆຕາມມາ. ປະຈຸບັນ ໂກເຈັກ(Go-Jek) ໃຫ້ບໍລິການບໍ່ວ່າຈະເປັນລົດຈັກ, ລົດໃຫຍ່ ແລະ ລົດບັນທຸກ ທີ່ມີຄົນຂັບຫລາຍກວ່າ 400,000 ຄົນ. ນອກຈາກນີ້  ຍັງມີບໍລິການນວດ, ອະນາໄມເຮືອນຊານ ໄປຈົນເຖີງການຊື້ເຄື່ອງ, ອາຫານ ທັງຍ່ອຍ ແລະ ສົ່ງ ຖືວ່າເປັນສະຕາດອັບ(Startup)ທີ່ມີມູນຄ່າສູງເຖີງ1,000 ລ້ານໂດລາສະຫະລັດ ຫລື 8,210 ຕື້ກີບ ເລີຍ.

ໂກເຈັກ(Go-Jek) ກໍ່ຕັ້ງໃນປີ 2010 ໄດ້ຮັບເງີນສະຫນັບສະຫນູນຈາກນັກລົງທຶນລາຍໃຫຍ່ຢ່າງກູເກີ້ນຂອງສະຫະລັດ, ກອງທຶນເທມາເສ໊ກຂອງສິງກະໂປ ແລະ ເທນເຊນ ຍັກໃຫຍ່ອິນເຕີເນັດຂອງຈີນ, ປະເມີນວ່າຕະຫລາດແອັບເອີ້ນລົດໃນອາຊຽນຈະຂະຫຍາຍຕົວເຖີງ 20,000 ລ້ານໂດລາສະຫະລັດ ຫລືປະມານ 164,200 ຕື້ກີບ.

 

 

ແຫລ່ງຂ່າວຕ່າງປະເທດ: TDN

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...