spot_img
Homeຂ່າວຕ່າງປະເທດມາເລເຊຍຈະຍຸຕິການຄົ້ນຫາຮ່າງເຮືອບິນ MH370 ໃນອາທິດຫນ້າ.

ມາເລເຊຍຈະຍຸຕິການຄົ້ນຫາຮ່າງເຮືອບິນ MH370 ໃນອາທິດຫນ້າ.

Published on

ສຳນັກຂ່າວ AF ແລະ AP ລາຍງານຈາກເມືອງຫລວງກົວລາລຳເປີ, ປະເທດມາເລເຊຍ ເມື່ອວັນທີ 23 ພຶດສະພາ ວ່າເຄື່ອງບິນໂບອີ້ງ 777-200ER ຖ້ຽວບິນ MH370 ລຳລຽງຜູ້ໂດຍສານ 227ຄົນ ຈາກ 15ປະເທດ ພ້ອມດ້ວຍນັກບິນ ແລະ ລູກເຮືອມາເລເຊຍ 12ຄົນ ຫາຍສາບສູນໄປຢ່າງລຶກລັບຫລັງທ່ຽງຄືນຂອງວັນທີ 7 ມີນາ 2014 ຫລັງອອກເດີນທາງຈາກເມືອງກົວລາລຳເປີ, ມາເລເຊຍ ມຸ່ງຫນ້າສູ່ເມືອງຫລວງປັກກີ່ງຂອງຈີນ.

 

ປະຕິບັດການຄົ້ນຫາຄັ້ງໃຫຍ່ສຸດໃນປະຫວັດສາດຂອງວົງການ ການບິນພົນລະເຮືອນໂດຍທີມຜູ້ຊ່ຽວຊານຂອງອົດສະຕາລີ, ມາເລເຊຍ ແລະ ຈີນ ຄວບຄຸມພື້ນທີ່ 120,000 ຕາລາງກິໂລແມັດ ໃນມະຫາສະຫມຸດອິນເດຍ ແລະ ຫມົດຄ່າໃຊ້ຈ່າຍໄປແລ້ວປະມານ 200 ລ້ານໂດລາອົດສະຕາລີ ຫລືປະມານ 1,331,200 ລ້ານກີບ ລະງັບລົງໃນເດືອນ ມັງກອນປີທີ່ແລ້ວ ແຕ່ຫລັງຈາກ ຖືກກົດດັນຈາກບັນດາຍາດພີ່ນ້ອງຂອງຜູ້ປະສົບເຄາະຮ້າຍ ລັດຖະບານມາເລເຊຍກໍຕົກລົງຮັບຂໍ້ສະເຫນີຈາກບໍລິສັດສຳຫລວດໃຕ້ພື້ນມະຫາສະຫມຸດແຫ່ງສະຫະລັດ ‘ໂອຊຽນ ອິນຟີນີຕີ້’ ເລີ່ມທຳການຄົ້ນຫາໃຫມ່ອີກຮອບໃນເດືອນ ມັງກອນ ຂອງປີນີ້ ໂດຍມີເງື່ອນໄຂວ່າລັດຖະບານມາເລເຊຍຈະຈ່າຍຄ່າຈ້າງໃຫ້ 70ລ້ານໂດລາສະຫະລັດ ຫລື ປະມານ 574,700 ລ້ານກີບ ຖ້າຫາກສາມາດຄົ້ນພົບຮ່າງເຮືອບິນດັ່ງກ່າວ ຫລື ກ່ອງດຳ.

ບໍລິສັດ ໂອຊຽນ ອິນຟີນີຕີ້ ແຫ່ງເມືອງ ຮິວສ໌ຕັນ, ລັດເທັກຊັດ ໃຊ້ເຮືອສຳຫລວດໃຕ້ທະເລ ຊີເບດ ຄອນສະຕັກເຕີ ຕິດຕັ້ງອຸປະກອນ ແລະ ເຕັກໂນໂລຢີທີ່ທັນສະໄຫມທີ່ສຸດເທົ່າທີ່ມີຢູ່ໃນປະຈຸບັນ ທຳການຄົ້ນຫາໃນພື້ນທີ່ 86,000 ຕາລາງກິໂລແມັດ ທາງຕອນໃຕ້ຂອງມະຫາສະຫມຸດອິນເດຍ ແຕ່ບໍ່ມີວີ່ແວ່ວ່າຈະພົບເຈີຮ່າງ MH370 ຕາມເຄີຍ ແລະ ຕາມຂໍ້ຕົກລົງການຄົ້ນຫາຈະສີ້ນສຸດລົງໃນທ້າຍເດືອນ ເມສາ ແຕ່ກໍຜ່ອນຜັນມາຈົນເຖີງທ້າຍເດືອນນີ້.

ລັດຖະມົນຕີວ່າການກະຊວງຄົມມະນາຄົມຄົນໃຫມ່ຂອງມາເລເຊຍ, ແອນໂທນີ ລ໊ອດ ເຜີຍວ່າ ການຄົ້ນຫາຈະດຳເນີນຕໍ່ໄປຈົນເຖີງວັນທີ 29 ພຶດສະພາ ຫາກການຄົ້ນຫາຍັງບໍ່ພົບຮ່າງເຮືອບິນ ຫລື ກ່ອງດຳ ລັດຖະບານກໍບໍ່ຕ້ອງຈ່າຍຄ່າເສຍເວລາໃຫ້ບໍລິສັດ ໂອຊຽນ ອິນຟີນີຕີ້ ຕາມທີ່ໄດ້ຕົກລົງກັນໄວ້.

ການປະກາດແມ່ນມີຂື້ນຂະນະທີ່ລັດຖະບານຊຸດໃຫມ່ຂອງມາເລເຊຍ ພາຍໃຕ້ການນຳພາຂອງ ດຣ. ມະຫາເທຣ໌ ໂມຮັມມັດ ພະຍາຍາມຈະລົດລາຍຈ່າຍຂອງລັດຖະບານ ຫລັງຈາກກວດພົບຫນີ້ສິນສາທາລະນະຈຳນວນຫລາຍຂອງປະເທດ.

 

 

ແຫລ່ງຂ່າວຕ່າງປະເທດ: TDN

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...