Homeເລື່ອງແປກເມື່ອການຕາຍເປັນເລື່ອງຜິດກົດໝາຍ

ເມື່ອການຕາຍເປັນເລື່ອງຜິດກົດໝາຍ

Published on

ເກີດແກ່ເຈັບຕາຍເປັນເລື່ອງທຳມະຊາດທີ່ບໍ່ມີໃຜສາມາດຫ້າມໄດ້ ແຕ່ວ່າຢູ່ເມືອງລອງເຢຍບຽນ ແຫ່ງເກາະ ສະຟານບານ, ດິນແດນຂົ້ວໂລກທີ່ສຸດແສນໜາວ ການຕາຍໃນປະເທດນັ້ນຖືເປັນເລື່ອງຜິດກົດໝາຍ. ກ່ອນຈະລາໂລກນີ້ໄປ ຜູ້ກ່ຽວຕ້ອງໄດ້ອອກນອກປະເທດ ເພື່ອບໍ່ໃຫ້ມີການຝັງສົບໃນເມືອງ.

ອີງຕາມຂໍ້ມູນຈາກເວັບໄຊ້ ladbible.com, ກົດໝາຍນີ້ຖືກສ້າງຂຶ້ນມາຍ້ອນວ່າ ເມືອງແຫ່ງນີ້ຕັ້ງຢູ່ໃນເຂດວົງມົນລະຕິຈູດ (Arctic Circle) ທີ່ຢູ່ເໜືອສຸດຂອງໂລກ ເຮັດໃຫ້ສະພາບອາກາດໃນເມືອງມີຄວາມໜາວເຢັນຈົນເຖິງຂັ້ນເປັນນໍ້າກ້ອນ ບໍ່ວ່າຈະເທິງດິນ ຫຼື ໃຕ້ດິນ ກໍສາມາດຖືກແຊ່ແຂງໄດ້ບໍ່ຍາກ. ດ້ວຍຄວາມໜາວເຢັນເຖິງພຽງນີ້ ເຮັດໃຫ້ສົບຂອງປະຊາຊົນໃນເມືອງບໍ່ຍ່ອຍສະຫຼາຍ ແລະ ຄົງສະພາບຢູ່ແບບນັ້ນ ເຮັດໃຫ້ພື້ນທີ່ໃນການຝັງສົບມີຈໍາກັດ, ແລະ ອີກໜຶ່ງເຫດຜົນທີ່ສຳຄັນຂອງ ກົດໝາຍຫ້າມເສຍຊີວິດໃນເມືອງ ກໍເພື່ອປ້ອງກັນການລະບາດຂອງເຊື້ອໂລກ ເນື່ອງຈາກເຊື້ອໂລກໃດກໍຕາມທີ່ຢູ່ໃນສົບທີ່ຖືກແຊ່ແຂງ ກໍຈະເຮັດໃຫ້ເຊື້ອໂລກນັ້ນຄົງສະພາບ ບໍ່ສະຫຼາຍໄປເຊັ່ນກັນ.

ຕົ້ນກໍາເນີດຂອງການຕັ້ງກົດໝາຍນີ້ ແມ່ນໃນປີ 1918 ໄດ້ມີການລະບາດຂອງໂລກໄຂ້ຫວັດໃຫຍ່ໃນທົ່ວໂລກ ເຮັດໃຫ້ມີຜູ້ເສຍຊີວິດເຖິງ 50-100 ລ້ານຄົນ, ແລະ ການລະບາດຄັ້ງນັ້ນ ເຮັດໃຫ້ປະຊາຊົນໃນເມືອງລອງເຢຍ ເສຍຊີວິດ 11 ຄົນ ແລະ ໄດ້ຝັງສົບໄວ້ໃຕ້ດິນ. 32 ປີຜ່ານໄປ, ປະຊາຊົນນເມືອງໄດ້ພົບຄວາມຈິງວ່າ ສົບທີ່ຝັງຢູ່ໃຕ້ດິນບໍ່ເໜົ່າສະຫຼາຍ ເຮັດເກີດການປ່ຽນແປງກົດໝາຍ ບໍ່ໃຫ້ມີການຕາຍເກີດຂຶ້ນໃນເມືອງ ເພື່ອບໍ່ໃຫ້ມີໃຜຖືກຝັງໃນເມືອງນີ້ອີກ ແລະ ປ້ອງກັນໂລກລະບາດ.

ແລະ ຍັງມີອີກໜຶ່ງເຫດການທີ່ພິສູດໃຫ້ເຫັນວ່າເຊື້ອໂລກຍັງຄົງສະພາບຢູ່ໃນສົບ, ເມື່ອນັກວິທະຍາສາດກຸ່ມໜຶ່ງມາສຶກສາເລື່ອງຜູ້ເສຍຊີວິດໃນເກາະນີ້ໃນປີ 1990, ພວກເຂົາໄດ້ຂຸດສົບທີ່ເສຍຊີວິດຈາກໄຂ້ຫວັດໃຫຍ່ຂຶ້ນມາໜຶ່ງສົບເພື່ອສຶກສາ ແລະ ເຊື້ອໄວຣັດດັ່ງກ່າວເຮັດໃຫ້ນັກວິທະຍາສາດຄົນໜຶ່ງໃນກຸ່ມເສຍຊີວິດລົງ.

ແຫຼ່ງຂ່າວ: dailymail.co.uk, ຮູບ: visitsvalbard

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...