spot_img
Homeຂ່າວຕ່າງປະເທດສະຫະລັດລະງັບຂື້ນພາສີສິນຄ້າເຕັກໂນໂລຢີຂອງຈີນ

ສະຫະລັດລະງັບຂື້ນພາສີສິນຄ້າເຕັກໂນໂລຢີຂອງຈີນ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງຫລວງວໍຊິງຕັນ, ປະເທດສະຫະລັດອາເມລິກາ ເມື່ອວັນທີ 20 ພຶດສະພາ ວ່າ ລັດຖະມົນຕີວ່າການກະຊວງການເງີນສະຫະລັດ, ສະຕີຟ ມະນູຊິນ ກ່າວເມື່ອວັນອາທິດວ່າລັດຖະບານວໍຊິງຕັນລະງັບມາດຕະການກຳແພງພາສີ 25% ກັບສິນຄ້າຂອງຈີນ 1,300 ລາຍການ ຊື່ງສ່ວນໃຫຍ່ເປັນສິນຄ້າກ່ຽວກັບອຸດສາຫະກຳ ແລະ ເຕັກໂນໂລຢີ ຄິດເປັນມູນຄ່າຮວມ 50 ລ້ານໂດລາ ຫລື ປະມານ 410,500 ລ້ານກີບ ທີ່ຕາມກຳນົດຕ້ອງມີຜົນໃນອາທິດນີ້.

ຂະນະທີ່ທັງສອງປະເທດພະຍາຍາມດຳເນີນການຮ່ວມກັນຕາມແບບແຜນຍຸດທະສາດການຄ້າສະໄຫມໃຫມ່ ໃຫ້ເຫມາະສົມກັບສິນຄ້າແຕ່ລະລາຍການ, ຊື່ງໃນສ່ວນຂອງສິນຄ້າກະສິກຳອາດຈະຊ່ວຍໃນການເພີ່ມມູນຄ່າການສົ່ງອອກໄດ້ປະມານ 35%-40% ພາຍໃນປີນີ້.

ຜູ້ແທນເຈລະຈາການຄ້າຂອງສະຫະລັດ, ໂຣເບີດ ໄລທິເຊີຣ ກ່າວວ່າການທີ່ຈີນເພີ່ມການເປີດຕະຫລາດໃຫ້ກັບສິນຄ້າຫລາກຫລາຍປະເພດຈາກອາເມລິການັ້ນຖືວ່າ ມີຄວາມສຳຄັນຫລາຍ ແຕ່ຍອມຮັບວ່າທັງສອງປະເທດຕ້ອງຮ່ວມກັນແກ້ໄຂຄວາມຂັດແຍ່ງທີ່ເກີດຂື້ນຕັ້ງແຕ່ລະບົບໂຄງສ້າງ. ຢ່າງໃດກໍຕາມ, ມະນູຊິນ ແລະ ໄລທິເຊີຣ ແມ່ນໄດ້ປະຕິເສດຢ່າງລະອຽດຕໍ່ກັບການທີ່ປະທານາທິບໍດີ ໂດນອລ ທຣໍ້າ ຕ້ອງການຫລຸດຜ່ອນຊ່ອງວ່າງການຂາດດຸນທາງການຄ້າກັບຈີນໃຫ້ໄດ້ 200,000ລ້ານໂດລາສະຫະລັດ ຫລືປະມານ 1,642,000 ຕື້ກີບ ພາຍໃນປີ 2020 ເພາະເຫັນວ່າການກຳນົດເວລາອາດຈະບໍ່ພຽງພໍ.

ທັງນີ້ຄະນະຜູ້ແທນເຈລະຈາຂອງຈີນ, ຫລິວ ເຮິ ພ້ອມດ້ວຍ ຮອງນາຍົກລັດຖະມົນຕີ ແລະ ທີ່ປຶກສາດ້ານນະໂຍບາຍທາງດ້ານເສດຖະກິດ, ທ່ານ ສີ ຈີ້ນ ຜິງ ແລະ ຄະນະຜູ້ແທນຂອງສະຫະລັດອອກຖະແຫລງການຮ່ວມກັນ ພາຍຫລັງການເຈລະຈາໄດ້ສະຫລຸບລົງ ທີ່ເມືອງຫລວງວໍຊິງຕັນ ໃນວັນເສົາທີ່ຜ່ານມາ ວ່າຈະບໍ່ຕໍ່ສູ້ກັນໃນສົງຄາມການຄ້າ ແລະ ຈະຍຸຕິການຕັ້ງກຳແພງການຄ້າເຊີ່ງກັນ ແລະ ກັນ ຮວມໄປເຖີງການທີ່ຈີນຈະເພີ່ມມູນຄ່າການນຳເຂົ້າສິນຄ້າກະສິກຳ ແລະ ເພີ່ມການສະຫນັບສະຫນູນອຸດສາຫະກຳພະລັງງານຂອງສະຫະລັດອີກດ້ວຍ ໂດຍເມື່ອປີທີ່ຜ່ານມາສະຫະລັດແມ່ນຂາດດຸນທາງດ້ານການຄ້າຕໍ່ຈີນເຖີງ 375,200 ລ້ານໂດລາສະຫະລັດ ຫລື ປະມານ  3,080,392 ຕື້ກີບ.

 

 

 

 

ແຫລ່ງຂ່າວຕ່າງປະເທດ TDN

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...