Homeຂ່າວຕ່າງປະເທດເຂດອາຊີອາດຈະຕ້ອງຈ່າຍຄ່ານໍ້າມັນດິບປີນີ້ຫລາຍກວ່າ 8,100ລ້ານກີບ

ເຂດອາຊີອາດຈະຕ້ອງຈ່າຍຄ່ານໍ້າມັນດິບປີນີ້ຫລາຍກວ່າ 8,100ລ້ານກີບ

Published on

ນັກວິເຄາະຊີ້ວ່າ ລາຄານໍ້າມັນດິບ 1ບາເລຣ ທຽບເທົ່າ 159ລິດ ທີ່ໃກ້ຈະທະລຸລາຄາ 80ໂດລາ ຫລື 657.000ກີບ ອາດເຮັດໃຫ້ເຂດອາຊີທີ່ມີຄວາມຕ້ອງການໃຊ້ນໍ້າມັນຫລາຍຕ້ອງຈ່າຍຄ່ານຳເຂົ້ານໍ້າມັນດິບໃນປີນີ້ຫລາຍກວ່າ 1 ລ້ານໂດລາສະຫະລັດ (ຫລືປະມານ 8.314.000.000 ກີບ) ຖືວ່າເທົ່າກັບສອງທົບຂອງຊ່ວງຕະຫລາດປີ 2015-2016.

ປັດຈຸບັນລາຄານໍ້າມັນດິບແມ່ນປັບຂື້ນແລ້ວ 1 ໃນ 5 ຈາກເດືອນມັງກອນ ສູງສຸດນັບຕັ້ງແຕ່ເດືອນ ພຶດສະພາ 2014 ປະກອບກັບຄ່າສະກຸນເງີນໂດລາທີ່ແຂງຕົວຂື້ນ ເຮັດໃຫ້ເສດຖະກິດຕ່າງໆອາດໄດ້ຮັບຜົນກະທົບ ໂດຍສະເພາະເຂດອາຊີທີ່ນຳເຂົ້ານໍ້າມັນ ລາຄານໍ້າມັນທີ່ເພີ່ມຂື້ນແມ່ນຈະເຮັດໃຫ້ອັດຕາເງີນເຟີ້ເພີ່ມຂື້ນ ສົ່ງຜົນເສຍຕໍ່ທັງຜູ້ບໍລິໂພກ ແລະ ພາກພື້ນທຸລະກິດ.

ນັກເສດຖະສາດເຜີຍວ່າ ຮອດເວລາແລ້ວທີ່ເຂດອາຊີຕ້ອງພິຈາລະນາເລື່ອງຫລຸດຜ່ອນການນຳໃຊ້ນໍ້າມັນ ແລະ ເພີ່ມສັກກາຍະພາບ ດ້ານພະລັງງານຂອງຕົນເອງຢ່າງຈິງຈັງເພື່ອບໍ່ໃຫ້ເສດຖະກິດໄດ້ຮັບການກະທົບຫນັກຈາກລາຄານໍ້າມັນທີ່ປັບຂື້ນຢ່າງກະທັນຫັນ.

ຕາມການກວດສອບຂໍ້ມູນອ້າງອີງແມ່ນທົ່ວໂລກໃຊນໍ້າມັນມື້ລະ 100 ລ້ານບາເລຣ ຫລື ເທົ່າກັບ 15900 ລ້ານລິດ. ປັດຈຸບັນຈີນເປັນຜູ້ນຳເຂົ້ານໍ້າມັນດິບຫລາຍທີ່ສຸດຂອງອາຊີ ສະເລ່ຍມື້ລະ 9,6 ລ້ານບາເລຣ ເຮັດໃຫ້ຈີນຕ້ອງຈ່າຍຄ່ານໍ້າມັນມື້ລະ 768ລ້ານໂດລາສະຫະລັດ ຫລື ປະມານ 6,385,152,000,000 ກີບ. ຂະນະທີ່ປະເທດລາຍໄດ້ຫນ້ອຍແຕ່ຕ້ອງເພີ່ງພານໍ້າມັນໃນກນນຳໃຊ້ພາຫະນະຄືອິນເດຍ ແລະ ຫວຽດນາມແມ່ນຍີ່ງເດືອດຮ້ອນຫນັກ ເພາະເສດຖະກິດບໍ່ສາມາດດູດຊັບລາຄານໍ້າມັນທີ່ປັບຂື້ນກະທັນຫັນໄດ້.

 

 

ແຫລ່ງຂ່າວຕ່າງປະເທດ: TNA

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...